ນະຄອນ-ຫຼວງພະບາງ ເປີດບັ້ນການຮຽນ-ການສອນ ວິຊາສຶກສາປ້ອງກັນຕົວ(ປກສ-ປກຊ)
ຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງໄດ້ເປີດບັ້ນການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວ(ປກສ-ປກຊ)ປະຈຳສົກຮຽນ 2021-2022 ພິທີດັ່ງກ່າວໄດ້ຈັດຂື້ນເມື່ອວັນທີ 2 ມິຖຸນາ 2022 ນີ້, ທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ປ.ອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ ປກສ-ປກຊ ນະຄອນ-ຫຼວງພະບາງ, ອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ, ນ້ອງນັກຮຽນ ຕະຫຼອດແຂກຖືກເຊີນເຂົ້າຮ່ວມ. ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງກ່າວລາຍງານໃຫ້ຮູ້ວ່າ: ການຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) ສົກຮຽນ 2021-2022 ຄັ້ງນີ້ໄດ້ແບ່ງອອກເປັນ 6 ສູນຄື: ສູນ […]
ນະຄອນ-ຫຼວງພະບາງ ເປີດບັ້ນການຮຽນ-ການສອນ ວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) Read More »










