ຂະແໜງສະຖິຕິ-ແຜນການ ແລະ ການພົວພັນຕ່າງປະເທດ

ຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ການພົວພັນຕ່າງປະເທດ

  • ໜ້າທີ່ຮັບຜິດຊອບ:
  • ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ ;
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການ ຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງ;
  • ສັງລວມແຜນການລົງທຶນ, ແຜນການຂະຫຍາຍ ແລະ  ພັດທະນາການສຶກສາ ແລະ ກິລາ ຈາກພາກສ່ວນຕ່າງໆ ແລ້ວສ້າງເປັນແຜນການລົງທຶນ, ແຜນການຂະຫຍາຍ ແລະ ພັດທະນາການສຶກສາ ແລະ ກິລາ ຂອງແຂວງ, ນະຄອນຫຼວງ;
  • ນຳພາພາກສ່ວນຕ່າງໆ ຈັດຕັ້ງປະຕິບັດແຜນການລົງທຶນ,  ແຜນການຂະຫຍາຍ ແລະ ພັດທະນາການສຶກສາ ແລະ ກິລາ ຂອງແຂວງ, ນະຄອນຫຼວງ;
  •  ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ  ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ;
  • ຕິດຕາມເກັບກຳ ແລະ ສັງລວມການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ;
  • ຊີ້ນຳການປະສານງານ ແລະ ການຮ່ວມມືື ວຽກງານການສຶກສາທິການ ແລະ ກິລາ ກັບອົງການຈັດຕັ້ງສາກົນພາຍໃນແຂວງ, ນະຄອນຫຼວງ ແລະ ຕ່າງປະເທດ;
  • ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການລົງທຶນ, ແຜນການຂະຫຍາຍ ແລະ ພັດທະນາການສຶກສາ ແລະ ກິລາ;
  • ຕິດຕາມ, ປະເມີນຜົນ ແລະ ລາຍງານການປະຕິບັດວຽກງານຕ່າງໆ ພາຍໃນຂະແໜງເປັນປົກກະຕິ;
  •  ພົວພັນ ແລະ ປະສານງານກັບຂະແໜງອື່ນໆ ເພື່ອສ້າງແຜນການລົງທຶນ, ແຜນການຂະຫຍາຍ ແລະ  ພັດທະນາການສຶກສາ ແລະ ກິລາພາຍໃນແຂວງ;
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ການປະຕິບັດວຽກງານຕ່າງໆ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ຊີ້ນຳວຽກງານແຜນການ ແລະ ໂຄງການ;
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ ;
  • ມີສິດເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ;
  • ມີສິດມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ

ຮອງຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບ: ຊີ້ນໍາວຽກງານສະຖິຕິ
  •  ຊ່ວຍຫົວໜ້າຂະແໜງໃນການນໍາພາວຽກງານຮອບດ້ານຂອງຂະແໜງ;
  • ຊ່ວຍຫົວໜ້າຂະແໜງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການລົງທຶນ, ແຜນການຂະຫຍາຍ ແລະ ພັດທະນາການສຶກສາ ແລະ ກິລາຂອງພະແນກ;
  • ຄົ້ນຄວ້າສ້າງແບບຟອມ, ເກັບກຳສະຖິຕິ ແລະ ຂໍ້ມູນຂ່າວສານການສຶກສາພາຍໃນແຂວງ,ນະຄອນຫຼວງ;
  • ຊີ້ນຳພາກສ່ວນຕ່າງໆ ເກັບກຳສະຖິຕິ ແລະ ຂໍ້ມູນການສຶກສາ ແລະ ກິລາ ເພື່ອຮັບໃຊ້ການວາງແຜນ;
  • ຊີ້ນຳການວິໄຈ ແລະ ລາຍງານຂໍ້ມູນສະຖິຕິການສຶກສາ ແລະ ກິລາ;
  • ຊີ້ນຳວຽກງານຂໍ້ມູນຂ່າວສານການສຶກສາ ແລະ ກິລາ ແລະ ເຄືອຂ່າຍ ໂຮງຮຽນມັດທະຍົມສຶກສາຕອນປາຍ ແລະ ມັດທະຍົມສຶກສາສົມບູນ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ;
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານວຽກຕ່າງໆ ທີ່ຮັບຜິດຊອບເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ຊີ້ນຳວຽກງານສະຖິຕິ ;
  • ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ຕາມຕຳແໜ່ງງານ;
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ.

ວິຊາການສະຖິຕິ ແລະໂຄສະນາຂ່າວສານການສຶກສາ ແລະ ກິລາ

ໜ້າທີ່ຮັບຜິດຊອບ

  1. ເກັບກຳສະຖິຕິ,  ຂໍ້ມູນຂ່າວສານການສຶກສາຕາມແບບຟອມ ຂອງພະແນກ ແລະ ກະຊວງສຶກສາທິການ ແລະ ກິລາ;
  2. ສ້າງແບບຟອມເກັບກຳຂໍ້ມູນສະຖິຕິ ຂອງພະແນກຮ່ວມກັບຂະແໜງທີ່ກ່ຽວຂ້ອງທີ່ຕົນຕ້ອງການ ເພື່ອເປັນຂໍ້ມູນໃນການວາງແຜນ ແລະ ຄຸ້ມຄອງວຽກງານຂອງພະແນກ;
  3. ວິໄຈສະຖິຕິປະເພດຕ່າງໆ ເພື່ອຮັບໃຊ້ການຂະຫຍາຍການສຶກສາ ແລະ ກິລາ;
  4. ສ້າງຖານຂໍ້ມູນສະຖິຕິ ຂັ້ນພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ຂັ້ນຫ້ອງການສຶກສາ ທິການ ແລະ ກິລາເມືອງ, ເທດສະບານ ໃນຄອມພິວເຕີໃຫ້ຢູ່ໃນລະບົບເຄືອຂ່າຍອັນດຽວກັບ ກະຊວງສຶກ ສາທິ ການ ແລະ ກິລາ;
  5. ສັງລວມຂໍ້ມູນ ແລະ ແຜນທີ່ການສຶກສາຂອງເມືອງ ແລ້ວສ້າງເປັນແຜນທີ່ການສຶກສາຂອງແຂວງ,ນະຄອນຫຼວງ;
  6. ຄຸ້ມຄອງວຽກງານຂໍ້ມູນຂ່າວສານການສຶກສາ ແລະ ກິລາ ເຄືອຂ່າຍໂຮງຮຽນມັດທະຍົມສຶກສາປາຍ ແລະ ມັດທະຍົມສຶກສາສົມບູນ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາ ທິການ ແລະ ກິລາເມືອງ, ເທດສະບານ ;
  7. ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິຄຳສັ່ງ, ລະບຽບການ, ແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນນະໂຍບາຍຕ່າງໆ ພາຍໃນແຂວງ, ນະຄອນຫຼວງ ;
  8. ໂຄສະນາຜົນງານ, ການເຄື່ອນໄຫວ ແລະ ການປະຕິບັດພາລະກິດ ຂອງຄະນະພະແນກ, ນຳສະເໜີ ວຽກງານການພັດທະນາການສຶກສາ ແລະ ກິລາ, ການແຂ່ງຂັນ, ຕົວແບບພອນສະຫວັນ, ການສົ່ງເສີມ ຫົວຄິດປະດິດສ້າງຂອງພະນັກງານ, ລັດຖະກອນ, ຄູສອນ, ນັກຮຽນ, ນັກສຶກສາ ແລະ ນັກກິລາ ພາຍໃນແຂວງ, ນະຄອນຫຼວງ ;
  9. ປະສານສົມທົບ ກັບບັນດາໂຮງຮຽນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ ເພື່ອເກັບກຳການເຄື່ອນໄຫວວຽກງານຕ່າງໆ ;
  10. ຂຽນບົດຂ່າວ, ສັງລວມຮູບພາບການເຄື່ອນໄຫວວຽກງານການສຶກສາ ແລະ ກິລາ ;
  11.   ຕອບໂຕ້ຢ່າງທັນການ ກ່ຽວກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີຫວັງທຳລາຍ ແລະ ມ້າງເພ ວຽກງານສຶກສາ ແລະກິລາ ພ້ອມທັງສ່ອງແສງຕຳນິວິຈານປະກົດການຫຍໍ້ທໍ້ຕ່າງໆ;
  12. ກວດກາ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ພາຍໃນແຂວງ, ນະຄອນຫຼວງ ;
  13. ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  14. ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  15. ຂອບເຂດສິດ
  16. ມີສິດສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ  ;
  17. ມີສິດເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ;

 ວິຊາການວາງແຜນການ

  • ໜ້າທີ່ຄວາມຮັບຜິດຊອບ:
  • ກຳນົດທິດທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆຂອງແຂວງ , ນະຄອນຫຼວງ;
  • ສັງລວມແຜນງານ ຂອງເມືອງ, ໂຮງຮຽນ ແລະ ຂະແໜງອື່ນໆ ແລະ ສ້າງເປັນແຜນພັດທະນາການສຶກສາ ແລະ ກິລາແຂວງ,ນະຄອນຫຼວງ ຮ່ວມກັບຂະແໜງການອື່ນທີ່ກ່ຽວຂ້ອງ;
  • ສົມທົບກັບການເງິນໃນການຂຶ້ນແຜນງົບປະມານ ເພື່ອຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ;
  • ຕິດຕາມ ແລະ ສັງລວມຜົນການປະຕິບັດແຜນເປັນແຕ່ລະໄລຍະ;
  • ປະສານງານໃນການຈັດຕັ້ງປະຕິບັດລະຫວ່າງຂະແໜງກັບ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຕ່າງປະເທດ;
  • ຈັດສັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືປະຕິບັດໂຄງການຕ່າງໆ ໃນທ້ອງຖິ່ນ;
  • ຕິດຕາມ, ປະເມີນຜົນ ແລະ ສະຫຼຸບແຜນການຮ່ວມມືກັບຂະແໜງທີ່ກ່ຽວຂ້ອງ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ.

ວິຊາການ ການຮ່ວມມື ແລະ ພົວພັນ​ຕ່າງປ​ະ​ເທດ

  • ໜ້າທີ່ຄວາມຮັບຜິດຊອບ:
  • ປະສານງານ ແລະ ອຳນ່ວຍຄວາມສະດວກໃນການປະຕິບດວຽກງານການຮ່ວມມື ແລະ ພົວພັນກັບອົງການຈັດຕັ້ງ ສາກົນພາຍໃນ  ແລະ ຕ່າງປະເທດ;
  • ຄົ້ນຄວ້າກະກຽມເອກະສານໃຫ້ແກ່ຄະນະນຳ ແລະ ບັນດາຂະແໜງພາຍໃນພະແນກ ກ່ຽວກັບການຮ່ວມມື ແລະ ການພົວພັນ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ;
  • ຕິດຕາມ, ປະເມີນ ແລະ ສະຫຼຸບແຜນການຮ່ວມມືກັບຂະແໜງທີ່ກ່ຽວຂ້ອງ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ໃຫ້ຫົວໜ້າ ແລະ ຮອງຫົວໜ້າຂະແໜງເປັນປົກກະຕິ.
  • ຮັບຜິດຊອບວຽກງານອື່ນໆ ຕາມການໝອບໝາຍ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ.

ວິຊາການພາຍໃນຂະແໜງ

ທ່ານ ບຸນເສັງ ພິລາວັນ

ຫົວໜ້າຂະແໜງ

ທ່ານ ນາງ ສຸດາລັດ ບົວສະຫວັນ

ຮອງຫົວໜ້າຂະແໜງ
ທ່ານ ນ ອຳມາລາ ຈັນທະມາລີ
ວິຊາການ
ທ່ານ ຫມອນແກ້ວ ມີໄລທອງ
ວິຊາການ
ທ່ານ ຈັນສີ ສີສະຫວາດ
ວິຊາການ
Translate »
Scroll to Top