ຂະແໜງກິລາມວນຊົນ

ຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບ: ລົງເລິກວຽກງານແຂ່ງຂັນ ແລະ ຄົ້ນຄວ້າລະບຽບການ.
  • ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງຕົນ.
  • ຊີ້ນຳການຄົ້ນຄວ້າ ແລະ ອອກລະບຽບການໃນການອະນຸມັດ ແລະ ຄຸ້ມຄອງການດຳເນີນທຸລະກິດທີ່ກ່ຽວກັບການໃຫ້ບໍລິການດ້ານການກິລາ ຕາມລະບຽບການ.
  • ສະເໜີສ້າງຕັ້ງ, ປັບປຸງ ແລະ ຍົກເລີກ ສະໂມສອນກິລາກາຍະກຳ ຫຼື ຫົວໜ່ວຍທຸລະກິດກິລາ-ກາຍະກຳພາຍໃນແຂວງ, ນະຄອນຫຼວງ.
  • ຈັດຕັ້ງການແຂ່ງຂັນກິລາ – ກາຍະກຳມວນຊົນປະເພດຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງຕົນໂດຍສົມທົບກັບສະຫະພັນ ກິລາພື້ນເມືອງຂອງແຂວງ, ນະຄອນຫຼວງ ແລະ ຂະແໜງມວນຊົນຂອງແຂວງຕ່າງໆ.
  • ຕິດຕາມ, ກວດການ, ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆໆທີ່ຕົນຮັບຜິດຊອບເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ຊີ້ນຳວຽກງານແຂ່ງຂັນ ແລະ ຄົ້ນຄວ້າລະບຽບການ.
  • ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ.
  • ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງ

ໜ້າທີ່ຮັບຜິດຊອບ: ວຽກງານປຸກລະດົມ ແລະ ຊຸກຍູ້ມວນຊົນ.

  1. ຊ່ວຍຫົວໜ້າຂະແໜງການ ກະຕຸກຊຸກຍູ້, ປຸກລະດົບ ແລະ ສົງເສີມການຝຶກແອບກິລາ ປະເພດຕ່າງໆ.
  2. ເຜີຍແຜ່ແນະນຳ ທາງດ້ານທິດສະດີ ກ່ຽວກັບເຕັກນິກ, ກະຕິກາ, ແບບຫຼີ້ນປະເພດຕ່າງໆ ຢູ່ສຳນັກງານອົງການ ສະຖານການສຶກສາຕ່າງໆ ຂອງລັດ, ເອກະຊົນ ແລະ ມວນຊົນທົ່ວໄປ.
  3. ຊຸກຍູ້, ສົງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການລົງທຶນເຂົ້າໃສ່ການດຳເນີນທຸລະກິດ ແລະ ໃຫ້ການບໍລິການດ້ານການກິລາກາຍຍະກຳ.
  4. ປຸກລະດົມ ແລະ ປະສານສົມທົບກັບບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມເຂົ້າຮ່ວມກິດຈະກຳການອອກກຳລັງກາຍ, ການຝຶກແອບ, ການສະແດງ, ການແຂ່ງຂັນກິລາພື້ນເມືອງ ໃນວັນສຳຄັນຂອງຊາດ ແລະ ການແຂ່ງຂັນກິລາມວນຊົນຕ່າງໆ.
  5. ຕິດຕາມ, ກວດກາ ແລະ ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ.
  6. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັນເທິງ.
  7. ຂອບເຂດສິດ
  8. ຊີ້ນຳວຽກງານປົກລະດົມ ແລະ ຊຸກຍູ້ມວນຊົນ.
  9. ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  10. ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ໃນຕຳແໜ່ງງານ.
  11. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ຕຳແໜ່ງ ວິຊາການ

  • ໜ້າທີ່ຮັບຜິດຊອບ: ວຽກງານຄົ້ນຄວ້າລະບຽບການ ແລະ ການແຂ່ງຂັ້ນກິລາພື້ນເມືອງ.
  • ສ້າງແຜນພັດທະນາກິລາພື້ນເມືອງ ໄລຍະສັ້ນ-ໄລຍະຍາວ ພາຍໃນແຂວງ, ນະຄອນຫຼວງ.
  • ສ້າງ ແລະ ຈັດຕັ້ງຕາຕະລາງແຜນການເຄື່ອນໄຫວ ການແຂ່ງຂັນກິລາພື້ນເມືອງ ແລະ ຈັດຕັ້ງການຫຼີ້ນກິລາພື້ນເມືອງປະເພດຕ່າງໆ ໃຫ້ເປັນຂະບວນການຟົດຟື້ນ.
  • ຄົ້ນຄວ້າ ແລະ ສ້າງລະບຽບການໃນການຄຸ້ມຄອງ ແລະ ການດຳເນີນທຸລະກິດ ກິລາມວນຊົນ ຕາມລະບຽບການ.
  • ຄຸ້ມຄອງ ນັກກິລາ, ສະໂມສອນກິລາພື້ນເມືອງແຕ່ລະປະເພດ ແລະ ສະຖານທີ່ການອອກກຳລັງກາຍ.
  • ເຜີຍແຜ່, ແນະນຳ ທາງດ້ານທິດສະດີ ກ່ຽວກັບເຕັກນິກ, ກະຕິກາ, ແບບຫຼີ້ນກິລາປະເພດຕ່າງໆໃຫ້ຊຸມຊົນ, ສຳນັກງານ, ອົງການ, ສະຖານທີ່ການສຶກສາຕ່າງໆ ທັງພາກລັດ ແລະ ເອກະຊົນ ລວມທັງມວນຊົນທົ່ວໄປ.
  • ເກັບກຳສະຖິຕິຂໍ້ມູນຂ່າວສານ ແລະ ຄົ້ນຄວ້າວິໄຈກ່ຽວກັບການພັດທະນາກິລາພື້ນເມືອງ.
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ.
  • ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ ຂອງຫົວໜ້າຂະແໜງ ແລະ ພະແນກ.
Translate »
Scroll to Top