ຂະແໜງຈັດຕັ້ງ ແລະ ພະນັກງານ

ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ 

   ໜ້າທີ່ຮັບຜິດຊອບລວມ: ຊີ້ນໍາວຽກງານການແຕ່ງຕັ້ງ-ຍົກຍ້າຍ, ພັດທະນາລັດຖະກອນ ແລະ ສະຫວັດດີການ.

  1.  ນໍາພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ ;
  2. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການ ຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຕົນ;
  3. ຊີ້ນຳການສ້າງແຜນຄວາມຕ້ອງການລັດຖະກອນ ຈາກພາກສ່ວນຕ່າງໆ;
  4. ຄົ້ນຄວ້າ, ນຳສະເໜີແຜນການຝຶກອົບຮົມ, ຍົກລະດັບ ແລະ ພັດທະນາລັດຖະກອນ ແຕ່ລະປະເພດ;
  5. ສະເໜີແຕ່ງຕັ້ງພະນັກງານ ດຳລົງແໜ່ງບໍລິຫານປະເພດຕ່າງໆ ຕາມການແບ່ງຂັ້ນຄຸ້ມຄອງ;
  6. ຄົ້ນຄວ້າ ແລະ ນຳສະເໜີການປັບປຸງກົງຈັກການຈັດຕັ້ງຂອງພະແນກ; ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ເທດສະບານ, ໂຮງຮຽນ ແລະ ສູນການສຶກສາຕ່າງໆ ທີ່ຂຶ້ນກັບພະແນກ;
  7. ຄົ້ນຄວ້າ ແລະ ນຳສະເໜີການຈັດຕັ້ງປະຕິບັດລະບຽບກອງທຶນສະຫວັດດີການຄູແຫ່ງຊາດ.
  8. ຄົ້ນຄວ້າການຂໍຮັບບຳນານ, ບຳເນັດ ແລະ ການອອກຈາກລັດຖະກອນດ້ວຍຮູບການຕ່າງໆ ໃຫ້ຫົວໜ້າພະແນກພິຈາ ລະນາ ແລະ ອະນຸມັດ ;
  9. ຄົ້ນຄວ້າ ແລະ ຈັດຕັ້ງການປະຕິບັດນະໂຍບາຍສະຫວັດດີການຕໍ່ພະນັກງານ ແລະ ລັດຖະກອນສຶກສາ ແລະກິລາ ພາຍໃນແຂວງ, ນະຄອນຫຼວງ;
  10.  ຄົ້ນຄວ້າ ແລະ ພິຈາລະນາ ລົບລ້າງ ນິຕິກຳ, ຄຳສັ່ງ ແລະ ກົດລະບຽບຕ່າງໆ ຂອງພະແນກ, ຫ້ອງການສຶກສາທິການເມືອງ, ໂຮງຮຽນ ແລະ ສູນການສຶກສາຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງ ກັບນິຕິກຳ, ຄຳສັ່ງ ແລະ ກົດລະບຽບຕ່າງໆ ຂອງກະຊວງສຶກສາທິການ ແລະ ກິລາ.
  11. ສະເໜີແຕ່ງຕັ້ງ, ປົດຕຳແໜ່ງຜູ້ບໍລິຫານ, ຄຸ້ມຄອງການສຶກສາ ແລະ ກິລາ ໃຫ້ຫົວໜ້າພະແນກພິຈາລະນາ ຕາມການແບ່ງຂັ້ນຄຸ້ມຄອງ ;
  12. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ການປະຕິບັດວຽກງານຕ່າງໆ ເປັນປົກກະຕິ;
  13. ປະຕິບັດວຽກອື່ນໆ ຕາມການມອບໝາຍ.
  14. ຂອບເຂດສິດ:
  15. ຊີ້ນຳວຽກງານການແຕ່ງຕັ້ງ-ຍົກຍ້າຍ, ພັດທະນາລັດຖະກອນ ແລະ ສະຫວັດດີການ ;
  16. ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ ;
  17. ເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ;
  18. ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ ;

ຮອງຫົວໜ້າຂະແໜງ

   ໜ້າທີ່ຮັບຜິດຊອບ: ວຽກງານເລື່ອນຊັ້ນ-ຂັ້ນ ແລະ ບັນຈຸ-ສັບຊ້ອນ

  1. ຊ່ວຍຫົວໜ້າຂະແໜງໃນການນຳພາວຽກງານຮອບດ້ານຂອງຂະແໜງ ;
  2. ຊ່ວຍຫົວໜ້າຂະແໜງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການ ;
  3. ສະເໜີການບັນຈຸ ແລະ ສັບຊ້ອນລັດຖະກອນໃໝ່ໃຫ້ຫົວໜ້າພະແນກພິຈາລະນາ ແລະ ອະນຸມັດ ;
  4. ຮັບຜິດຊອບວຽກງານກໍ່ສ້າງພັກ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂອງພະແນກ;
  5. ຄົ້ນຄວ້າ ແລະ ຄັດເລືອກ ຜູ້ທີ່ຈະເຂົ້າເປັນພະນັກງານ-ລັດຖະກອນສຶກສາ ແລະ ກິລາ;
  6. ຈັດຕັ້ງການປະຖົມນິເທດ ໃຫ້ພະນັກງານ-ລັດຖະກອນໃໝ່ ແລະ ຜູ້ທີ່ປະຕິບັດໜ້າທີ່ໃໝ່;
  7. ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານວຽກຕ່າງໆ ທີ່ຮັບຜິດຊອບເປັນປົກກະຕິ;
  8. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ.
  9. ຂອບເຂດສິດ:
  10. ຊີ້ນຳວຽກງານ ເລື່ອນຊັ້ນ, ຂັ້ນ ແລະ ບັນຈຸ, ສັບຊ້ອນພະນັກງານ-ລັດຖະກອນສຶກສາ ແລະ ກິລາ ;
  11. ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ຕາມຕຳແໜ່ງງານ;
  12. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ;
  13. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ;

ວີຊາການເລື່ອນຊັ້ນ-ຂັ້ນເງິນເດືອນ

  • ໜ້າທີ່ຮັບຜິດຊອບ :
  • ເກັບກຳ ແລະ ກວດກາບັນຊີ ການເລື່ອນຊັ້ນ-ຂັ້ນເງິນເດືອນຕາມງວດ ແລະ ປີ ;
  • ຄົ້ນຄວ້າການທຽບຊັ້ນ-ຂັ້ນ ແລະ ດັດແກ້ຊັ້ນ-ຂັ້ນເງິນເດືອນຂອງພະນັກງານທີ່ພົ້ນຊັ້ນ, ພົ້ນຕຳແໜ່ງ ແລະ ຮຽນຈົບວິຊາສະເພາະຊັ້ນຕ່າງໆ;
  • ກວດຜ່ານເອກະສານກ່ຽວກັບການເລື່ອນຊັ້ນ-ຂັ້ນເງິນເດືອນ ຂອງພາກສ່ວນຕ່າງໆ;
  • ສະເໜີເອກະສານກ່ຽວກັບການເລື່ອນຊັ້ນ-ຂັ້ນເງິນເດືອນທີ່ກວດຜ່ານແລ້ວໃຫ້ຫົວໜ້າພະແນກພິຈາ   ລະນາ, ອະນຸມັດ ແລະ ນຳສະເໜີໃຫ້ປົກຄອງແຂວງ, ນະຄອນຫຼວງ ເຊັນຮັບຮອງ;
  • ເຮັດໜັງສືແຈ້ງການກ່ຽວກັບການສອບເສັງເລື່ອນຊັ້ນເງິນເດືອນໃຫ້ພາກສ່ວນຕ່າງໆຈັດຕັ້ງປະຕິບັດ;
  • ຈັດຕັ້ງການປະເມີນ, ຕີລາຄາການປະຕິບັດງານຂອງລັດຖະກອນໃໝ່ ແລະ ພະນັກງານສຶກສາ ແລະ ກິລາພາຍໃນແຂວງ, ນະຄອນຫຼວງ ເພື່ອການເລື່ອນຊັ້ນ-ຂັ້ນ;
  • ກວດກາບົດປະເມີນ ແລະ ເງື່ອນໄຂຂອງຜູ້ເລື່ອນສົມບູນ ແລະ ຜູ້ສະໝັກສອບເສັງເລື່ອນຊັ້ນ;
  • ສັງລວມບັນຊີລາຍຊື່ຜູ້ເລື່ອນສົມບູນ ແລະ ນັກສອບເສັງ ເພື່ອສະເໜີຫົວໜ້າພະແນກພິຈາລະນາ, ອະນຸມັດ ແລະ ນຳສະເໜີໃຫ້ປົກຄອງແຂວງ, ນະຄອນຫຼວງ ເຊັນຮັບຮອງ;
  • ນຳສົ່ງເອກະສານກ່ຽວກັບການເລື່ອນຊັ້ນ-ຂັ້ນເງິນເດືອນ ແລະ ເລື່ອນສົມບູນ ທີ່ພະແນກ ແລະ ປົກ   ຄອງແຂວງ, ນະຄອນຫຼວງ ເຊັນອະນຸມັດ ແລະ ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອກວດກາ;
  • ສະເໜີໂຈະການເລື່ອນຊັ້ນ-ຂັ້ນເງິນເດືອນ ແລະ ເລື່ອນສົມບູນ ແກ່ພະນັກງານທີ່ປະພຶດຜິດລະບຽບວິໄນ;
  •  ນໍາສະເໜີການແຕ່ງຕັ້ງ, ຍົກຍ້າຍ ຂອງລັດຖະກອນ ພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ; 
  • ພົວພັນ ແລະ ປະສານງານ ກ່ຽວກັບເລື່ອນຊັ້ນ-ຂັ້ນເງິນເດືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມການມອບໝາຍຂອງຫົວໜ້າຂະແໜງ.
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

ວິຊາການສະຫວັດດີການ-ສັງຄົມ

  • ໜ້າທີ່ຄວາມຮັບຜິດຊອບ:
  • ຄົ້ນຄວ້າ ແລະ ສະເໜີເອກະສານ ການຂໍລາພັກການ ດ້ວຍເຫດຜົນຕ່າງໆ;
  • ເກັບກຳ ແລະ ລາຍງານ ລາຍຊື່ຂອງພະນັກງານທີ່ປະລະໜ້າທີ່ວຽກງານ;
  • ຄົ້ນຄວ້າ ແລະ ນຳສະເໜີລະດັບຂອງການປະຕິບັດ ມາດຕະການທາງວິໄນ ຕໍ່ພະນັກງານ ແລະ ລັດ    ຖະກອນ ສຶກສາແລະກີລາ ທີ່ກະທຳຜິດລະບຽບລັດຖະກອນ ແລະ ລະບຽບກົດໝາຍ;
  • ສັງລວມລາຍຊື່ພະນັກງານດີເດັ່ນ ແຕ່ລະປະເພດຈາກພາກສ່ວນຕ່າງໆ;
  • ຈັດຕັ້ງການຄັດເລືອກບຸກຄົນດີເດັ່ນປະເພດຕ່າງ;
  • ຄົ້ນຄ້ວາ ນຳສະເໜີຕຳແໜ່ງນາມມະຍົດຄູ;
  • ຄົ້ນຄວ້າ, ນຳສະເໜີວິທີການ,ຮູບການຍ້ອງຍໍແລະຈັດຕັ້ງການຍ້ອງຍໍບຸກຄົນດີເດັ່ນ;
  • ຄົ້ນຄວ້າ ແລະ ນຳສະເໜີການປະຕິບັດນະໂຍບາຍສະຫວັດດີການຕ່າງໆໃຫ້ພະນັກງານ ແລະ ລັດຖະກອນສຶກສາແລະກິລາ;
  • ປະກອບເອກະສານໃຫ້ລັດຖະກອນໃໝ່ຕາມແບບຟອມທີ່ກຳນົດ;
  • ສ້າງ, ຈັດມ້ຽນ ແລະ ປົກປັກຮັກສາສຳນວນພະນັກງານແຕ່ລະຄົນ ແລະ ເອກະສານຂອງຂະແໜງ;
  • ພົວພັນ ແລະ ປະສານງານທຸກພາກສ່ວນກ່ຽວການຍ້ອງຍໍ, ການປະຕິບັດນະໂຍບາຍສະຫວັດດີການສັງຄົມແລະ ການປະຕິບັດມາດຕະການທາງວິໄນ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ;

ວິຊາການຄຸ້ມຄອງຖານຂໍ້ມູນ ແລະ ສຳນວນລັດຖະກອນ

  • ໜ້າທີ່ຄວາມຮັບຜິດຊອບ:
  • ຮັບຜິດຊອບວຽກງານສະຖິຕິຂໍ້ມູນຂ່າວສານຮອບດ້ານ;
  • ຊີ້ນຳການປະເມີນ ແລະ ການຕີລາຄາການປະຕິບັດງານຂອງລັດຖະກອນໃໝ່ ແລະ ພະນັກງານສຶກສາ ແລະ ກິລາ ພາຍໃນແຂວງ;
  • ເກັບກຳ ແລະ ປ້ອນຂໍ້ມູນ ຂອງພະນັກງານ, ລັດຖະກອນ ເຂົ້າໃນໂປຣແກຣມ, ຖານຂໍ້ມູນ;
  • ກວດກາຈຳນວນພົນຫຼຸດ, ເພີ່ມຂອງພາກສ່ວນຕ່າງໆ;  
  • ຮີບໂຮມເອກະສານກ່ຽວກັບບຸກຄະລາກອນ ແລະ ຈັດເປັນສຳນວນບຸກຄະລາກອນແຕ່ລະຄົນໃຫ້ເປັນລະບົບ;  
  • ເກັບກຳຂໍ້ມູນສ່ວນບຸກຄົນ, ຊີວະປະຫວັດ, ໃບປະກາດ, ໃບຢັ້ງຢືນ ແລະ ຂໍ້ຕົກລົງຕ່າງໆ;
  • ຈັດລຳດັບຕູ້ໃສ່ເອກະສານ, ຖ້ານຕູ້ ພ້ອມທັງເລກລຳດັບແຟັມສຳນວນເອກະສານ;
  • ເກັບຮັກສາສຳນວນໄວ້ໃນທີ່ປອດໄພ ແລະ ຊອກຫາໄດ້ງ່າຍ;
  • ກວດກາ ແລະ ດັດປັບຖານຂໍ້ມູນຂອງພະນັກງານໃຫ້ທັນກັບສະພາບການປ່ຽນແປງ;
  • ອຳນວຍຄວາມສະດວກໃຫ້ແກ່ພາກສ່ວນຕ່າງໆ ທີ່ມາພົວພັນເອົາຊີວະປະຫວັດ ແລະ ຂໍ້ມູນຕ່າງໆກ່ຽວກັບລັດຖະ ກອນ;
  •  ປົກປັກຮັກສາຄອມພິວເຕີ, ເຄື່ອງພິມ ແລະ ລະບົບເຄືອຂ່າຍໃຫ້ສາມາດດຳເນີນວຽກງານດ້ວຍ;
  • ກວດກາບັນຊີລະອຽດຂອງງວດປະຈຸບັນ, ກວດບັນຊີຫຼຸດ ຫຼື ເພີ່ມຕາມຂໍ້ມູນອ້າງອີງ;
  • ຮັກສາ ແລະ ເກັບມ້ຽນເອກະສານຕຳແໜ່ງວິຊາການຄູ ແລະ ນາມມະຍົດຄູ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ.

ວິຊາການອົງການຈັດຕັ້ງມະຫາຊົນ

  • ໜ້າທີ່ຄວາມຮັບຜິດຊອບ:
  • ວາງແຜນພັດທະນາວຽກງານກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນພະແນກ;
  • ຈັດຕັ້ງໂຄສະນາອົບຮົມແນວທາງນະໂຍບາຍຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ໃນທົ່ວແຂວງ ;
  • ຕິດຕາມ, ຊຸກຍູ້, ປັບປຸງ, ກວດກາ ແລະ ປະເມີນຜົນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ທີ່ຢູ່ພາຍໃນແຂວງ ;
  • ເປັນຜູ້ປະສານງານວຽກງານພັກລະຫວ່າງສາຍຕັ້ງ ແລະ ສາຍຂວາງພາຍໃນພະແນກ ;
  • ປຸກລະດົມຊຸກຍູ້ໃຫ້ອົງການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ,  ຕາມກົດລະບຽບຂອງແຕ່ລະອົງການ ;
  • ເກັບກຳບັນຊີ, ຊີວະປະຫວັດຂອງພະນັກງານ, ສະມາຊິກພັກແລະສະມາຊິກອົງການຈັດຕັ້ງມະຫາຊົນ;
  • ເກັບກຳສະຖິພັກ, ແມ່ຍິງ, ກຳມະບານ ແລະ ຊາວໝຸ່ມທົ່ວຂະແໜງການສຶກສາ ແລະ ກິລາ ພາຍໃນພະແນກ ;
  • ຄຸ້ມຄອງວຽກງານການເງິນຂອງພັກ  ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນພະແນກ ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ  ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

ວິຊາການພາຍໃນຂະແໜງ

ທ່ານ ເຊັບ ບຸນທັນ

ຫົວໜ້າຂະແໜງ

ທ່ານ ນ ບົວລຽນ ຈັນທະວົງ

ຮອງຫົວໜ້າຂະແໜງ
ທ່ານ ນ ແສງດາວອນ ເພັດລາສີ
ວິຊາການ
ທ່ານ ນ ວິລະວັນ ສົມພາວັນ
ວິຊາການ
ທ່ານ ນ ແສງອາທິດ ກຸນລະບຸດ
ວິຊາການ
ທ່ານ ນ້ອຍ ດວງຊີວັນ
ວິຊາການ
ທ່ານ ຈັນໂທ ສຸລິຍະສັກ
ວິຊາການ
ທ່ານ ອ່ອນສີ ພົງສະຫວັນ
ວິຊາການ
Translate »
Scroll to Top