ຂະແໜງອະຊີວະ ແລະ ການສຶກສາຊັ້ນສູງ

ຫົວໜ້າຂະແໜງຕຳແໜ່ງບໍລິຫານ

è ໜ້າທີ່ຮັບຜິດຊອບ ວຽກງານການສຶກສາຊັ້ນສູງ:

  1. ນໍາພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການພາຍໃນຂະແໜງ;
  2. ຜັນຂະຫຍາຍ ແລະ ຈັດຕັ້ງປຕິບັດແຜນພັດທະນາການສຶກສາ ແລະ ກິລາ ຂອງພະແນກກທີ່ກ່ຽວຂ້ອງກັບວຽກງານຂອງຕົນ;
  3. ສ້າງແຜນ, ຈັດຕັ້ງປະຕິບັດແຜນ ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນປະຈໍາອາທິດ, ເດືອນ, ພາກ ແລະ ປະຈໍາປີຂອງຂະແໜງ;
  4. ສັງລວມແຜນການປັບປຸງ ແລະຂະຫຍາຍວຽກງານການສຶກສາຊັ້ນສູງ ເພື່ອສ້າງເປັນແຜນພັດທະນາການສຶກສາພາຍໃນແຂວງ;
  5. ຊີ້ນໍາການຈັດຕັ້ງການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ, ການສອບເສັງເລື່ນຊັ້ນ-ຈົບຊັ້ນຂອງການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  6. ຊີ້ນໍາການສອບເສັງຈົບຊັ້ນການສຶກສາຊັ້ນສູງ ທັງພາກລັດ ແລະເອກະຊົນ ທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  7. ຊີ້ນໍາການຂື້ນທະບຽນປະກາສະນີຍະບັດການສຶກສາຊັ້ນສູງທັງພາກລັດ,ເອກະຊົນທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  8. ຊີ້ນໍາ ແລະ ຄຸ້ມຄອງສະຖານການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ;
  9. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ;
  10. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.

Ø ຂອບເຂດສິດ:ຊີ້ນໍາວຽກງານການສຶກສາຊັ້ນສູງ;

  1. ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ;
  2. ເຂົ້າຮ່ວມທຸກການເຄື່ອນໄຫວຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ;
  3. ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງຕຳແໜ່ງບໍລິຫານ

è ໜ້າທີ່ຮັບຜິດຊອບ ວຽກງານອາຊີວະສຶກສາ:

  1. ຊ່ວຍຫົວໜ້າຂະແໜງໃນການນໍາພາວຽກງານຮອບດ້ານຂອງຂະແໜງ;
  2. ຊ່ວຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຕົນ;
  3. ສ້າງແຜນ ແລະ ຈັດຕັ້ງປະຕິບັດແຜນ ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນປະຈໍາອາທິດ, ເດືອນ, ພາກ ແລະ ປະຈໍາປີຂອງຂະແໜງ;
  4. ສັງລວມແຜນການປັບປຸງ ແລະ ຂະຫຍາຍວຽກງານອາຊີວະສຶກສາ ເພື່ອສ້າງເປັນແຜນພັດທະນາການສຶກສາພາຍໃນແຂວງ;
  5. ຊີ້ນໍາການຈັດຕັ້ງການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ, ການສອບເສັງເລື່ນຊັ້ນ-ຈົບຊັ້ນຂອງອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນ ທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  6. ຊີ້ນໍາການສອບເສັງຈົບຊັ້ນສາຍອາຊີວະສຶກສາທັງພາກລັດ ແລະເອກະຊົນທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  7. ຊີ້ນໍາການຂື້ນທະບຽນປະກາສະນີຍະບັດສາຍອາຊີວະສຶກສາທັງພາກລັດ ແລະ ເອກະຊົນ ທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  8. ຊີ້ນໍາ ແລະ ຄຸ້ມຄອງສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນ;
  9. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ;
  10. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.

Ø ຂອບເຂດສິດ:

  1. ຊີ້ນໍາວຽກງານອາຊີວະສຶກສາ;
  2. ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ;
  3. ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນຕໍາແໜງງານ;
  4. ເຂົ້າຮ່ວມທຸກການເຄື່ອນໄຫວຕ່າງໆ ຕາມການມອບໝາຍ.

ຕຳແໜ່ງງານວິຊາການອະຊິວະສຶກສາ  ແລະ ການສຶກສາຊັ້ນສູງ

è ໜ້າທີ່ຮັບຜິດຊອບ

  1. ຄົ້ນຄວ້າ,ວິໄຈ ແລະ ສ້າງແຜນພັດທະນາວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໃນແຕ່ລະໄລຍະ;
  2. ສ້າງຖານຂໍ້ມູນ ແລະ ເກັບກໍາຂໍ້ມູນສະຖິຕິກ່ຽວກັບອາຊີວະ-ການສຶກສາຊັ້ນສູງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;
  3. ຊຸກຍູ້ການຈັດຕັ້ງການຮຽນ-ການສອນ ພ້ອມທັງຊຸກຍູ້ການນໍາໃຊ້ຫ້ອງທົດລອງ, ຫ້ອງສະໝຸດ, ການນໍາໃຊ້ສື່ ແລະ ອຸປະກອນຕ່າງໆ ໃນສາຍອາຊີວະ ແລະ ການສຶກສາຊັ້ນສູງ;
  4. ຄົ້ນຄວ້າ ແລະ ວາງແຜນການຮັບນັກຮຽນ-ນັກສຶກສາເຂົ້າໃນສາຍອາຊີວະ-ການສຶກສາຊັ້ນສູງຕາມແຜນການ;
  5. ຄົ້ນຄວ້າ ແລະ ກໍານົດການຂະຫຍາຍຕາໜ່າງການສຶກສາ ສາຍອາຊີວະ ແລະ ການສຶກສາຊັ້ນສູງ ໃຫ້ສອດຄ່ອງຕາມແຜນພັດທະນາພາຍໃນແຂວງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;
  6. ກະກຽມການຈັດຕັ້ງສອບເສັງຈົບຊັ້ນສາຍອາຊີວະ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ;
  7. ຂື້້ທະບຽນປະກາສະນີຍະບັດອາຊີວະ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ທີ່ຂື້ນກັບການຄຸ້ມຄອງຂອງຕົນ;
  8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະກິລາໃນແຕ່ລະໄລຍະ;
  9. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.

Ø ຂອບເຂດສິດ:

  1. ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ;
  2. ເຂົ້າຮ່ວມທຸກການເຄື່ອນໄຫວຕ່າງໆ ຕາມການມອບໝາຍ.
Translate »
Scroll to Top