ກອງປະຊຸມຖອດຖອນບົດຮຽນກ່ຽວກັບການແຂ່ງຂັນຖາມ-ຕອບຄວາມຮູ້ວິທະຍາສາດພາສາອັງກິດໄອຊີທີ, ໂຕ້ວາທີ ແລະ ປຸງແຕ່ງອາຫານ


ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 21 ມີນາ 2024 ຢູ່ທີ່ຫ້ອງປະຊຸມ ຂອງສູນໄອຊີທີ ໂດຍເປັນປະທານ ຂອງ ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຜູ້ອຳນວຍການໂຮງຮຽນ ແລະ ຮອງຜູ້ອຳນວຍການ 7 ແຫ່ງ, ຮອງຫົວໜ້າສູນ, ພະນັກງານ ພາຍໃນສູນ, ຂະແໜງສາມັນສຶກສາ ແລະ ທ່ານທີ່ມີລາຍຊື່ໃນຂໍ້ຕົກລົງແຕ່ງຕັ້ງຮັບຜິດຊອບຈັດງານຄັ້ງນີ້ ເຂົ້າຮ່ວມ ລວມທັງໝົດ 20 ທ່ານ, ຍິງ 8 ທ່ານ.
ກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດຂອງການຈັດງານຖາມ-ຕອບຄວາມຮູ້ວິທະຍາສາດພາສາອັງກິດ ໄອຊີທີ, ການແຂ່ງຂັນໂຕ້ວາທີ ແລະ ການປຸງແຕ່ງອາຫານ ສໍາລັບນັກຮຽນມັດທະຍາຕອນປາຍ ຄັ້ງທີ່ VII ສົກຮຽນ 2023-2024 ແລະ ຜູ້ແທນໄດ້ຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາ, ປຶກສາຫາລືກັນຢ່າງກວ້າງຂວາງ ເພື່ອເປັນມະຕິເອກະພາບກັນໃນການຈັດການແຂ່ງຂັນໃນຄັ້ງຕໍ່ໄປ.
ໃນຕອນທ້າຍ ກອງປະຊຸມໄດ້ຖືເປັນກຽດຮັບຟັງການໂອ້ລົມຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ. ເຊິ່ງທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດງານຖາມ-ຕອບໃນຄັ້ງນີ້ ແລະ ຄວາມເປັນເຈົ້າການຂອງຄະນະຮັບຜິດຊອບຊີ້ນໍາ, ອານຸກຳການຕ່າງໆ ຕະລອດເຖິງຄູນຳພາ ແລະ ນ້ອງນັກຮຽນ. ທ່ານຍັງໄດ້ໃຫ້ທິດຊີ້ນຳຕໍ່ຄະນະຮັບຜິດຊອບຈັດງານໃຫ້ມີຄວາມສາມັກຄີກັນ ສືບຕໍ່ຈັດງານຖາມ-ຕອບວິທະຍາສາດພາສາອັງກິດໄອຊີທີ, ແຂ່ງຂັນໂຕ້ວາທີ ແລະ ປຸງແຕ່ງອາຫານ ຄັ້ງທີ VIII ໃນສົກຮຽນ 2024-2025 ທີ່ໂຮງຮຽນ ມສ ເດັກກຳພ້າ ເປັນເຈົ້າພາບ ໃຫ້ເປັນຂະບວນການຍິ່ງໃຫຍ່ກວ່າເກົ່າ, ມີບັນຍາກາດຟົດຟື້ນ, ມີເນື້ອໃນຄົບຖ້ວນເລິກເຊິ່ງ, ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້.

Translate »
Scroll to Top