ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ

ວັນທີ 29 ມີນາ 2024 ຜ່ານມານີ້, ໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນ, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ໂດຍເປັນປະທານຂອງສະຫາຍ ຈັນທະລີ ອຸໄລສິດ ຄະນະປະຈໍາຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ໄຊນະຄອນ ສຸດທິດາ ກໍາມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫຼວງພະບາງ, ສະຫາຍ ວັນທອງ ແພງສະຫວັດ ເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 21 ສະຫາຍ.
ກອງປະຊຸມ ສະຫາຍ ຈັນທະລີ ອຸໄລສິດ ຄະນະປະຈໍາຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ແຕ່ປີ 2019-2024ແລະ ທິດທາງແຜນການ 2025-2029, ຈາກນັ້ນ, ເຊິ່ງໄດ້ຕີລາຄາສູງຕໍ່ຜົນງານຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງການຈັດຕັ້ງວາງອອກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ໃນໄລຍະ 5 ປີ ຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານຂໍ້ຄົງຄ້າງ, ເຊິ່ງຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ຍົກໃຫ້ເຫັນສາເຫດຕ່າງໆ ແລະ ບົດຮຽນຖອດຖອນໄດ້ ໃຫ້ແກ່ການນໍາພາຂອງຕົນ, ບົດລານງານການເມືອງໄດ້ກໍານົດຄາດໝາຍສູ້ຊົນ ແລະ ທິດທາງແຜນການ ແຕ່ນີ້ ຫາປີ 2029, ກອງປະຊຸມຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງ ໃຫ້ສະມາຊິກຊາວໜຸ່ມ ຈໍານວນ 49 ສະຫາຍ, ຍິງ 26 ສະຫາຍ, ທີ່ມີຜົນການດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ, ຈາກນັ້ນ ກອງປະຊຸມໄດ້ປ່ອນບັດຄັດເລືອກ ແລະ ຮັບຮອງເອົາເລຂາ, ຮອງເລຂາ, ປະທານກວດກາ, ຮອງປະທານກວດກາ, ພ້ອມດ້ວຍຄະນະ ໜ່ວຍຊາວໜຸ່ມຊຸດໃໝ່ ຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ, ຜ່ານການປ່ອນບັດ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຄັດເລືອກເອົາສະຫາຍ ຈັນທະລີ ອຸໄລສິດ ເປັນເລຂາໜ່ວຍຊາວໜຸ່ມຊຸດໃໝ່, ສະຫາຍ ນາງ ອໍາມາລາ ຈັນທະມາລີ ເປັນຮອງເລຂາ, ສະຫາຍ ລັດດາວົງ ວັນນະບຸບຜາ ເປັນຮອງເລຂາ, ສະຫາຍ ທິບພະສອນ ສິດທິພອນ ເປັນຄະນະ, ຮັບຮອງເອົາສະຫາຍ ລັດດາວົງ ວັນນະບຸບຜາ ເປັນປະທານກວດກາ, ສະຫາຍ ສະຫາຍ ນາງ ອໍາມາລາ ຈັນທະມາລີ ເປັນຮອງປະທານກວດກາ, ສະຫາຍ ນາງ ເລີດມະນີ ລັດຕະນະຄົມ ເປັນຄະນະກວດກາ, ຮັບຮອງເອົາ ສະຫາຍ ຈັນທະລີ ອຸໄລສິດ ຜູ້ແທນສົມບູນ, ສະຫາຍ ນາງ ອໍາມາລາ ຈັນທະມາລີ ຜູ້ແທນສົມບູນ ແລະ ສະຫາຍ ທິບພະສອນ ສິດທິພອນ ຜູ້ແທນສໍາຮອງ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫຼວງພະບາງ ຄັ້ງທີ VIII
ຕອນທ້າຍ ກອງປະຊຸມ ຍັງໄດ້ໃຫ້ກຽດຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ໄຊນະຄອນ ສຸດທິດາ ກໍາມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງຫຼວງພະບາງ, ເຊິ່ງສະຫາຍ ກໍ່ໄດ້ຕີລາສູງຕໍ່ຜົນງານທີ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ພາຍໃນໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ພາຍໃນໜ່ວຍ ເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ປັບປຸງແບບແຜນວິທີນໍາພາ ແລະ ວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ ໄປຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜນ, ມີນໍາໃຈຮັກຊາດ, ຮັກລະບອບ ໃໝ່, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມດຸໝັ້ນ, ອົດທົນ, ຫ້າວຫັນ, ມີຄວາມອົງອາດກ້າຫານ, ກ້າຄິດ, ກ້າເຮັດ ກ້າຮັບຜິດຊອບ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຄວາມດອຍພັດທະນາ ເວົ້ນລວມ, ເວົ້າສະເພາະ ພັດທະນາໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໃຫ້ມັ່ງຄັ່ງ, ເຂັ້ມແຂງຂຶ້ນໄປເທື່ອລະກ້າວ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຊປປລ ໃຫ້ເປັນຂະບວນຟົດຟື້ນ ແລະ ມີການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
Translate »
Scroll to Top