ຂະແໜງບໍລິຫານ

ຫົວໜ້າຂະແໜງບໍລິຫານ

  • ໜ້າທີ່ຮັບຜິດຊອບ ແລະ ຊີ້ນຳ ວຽກງານການບໍລິຫານຂອງ​ຂະ​ແໜງ;
  • ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ ;
  • ຜັນຂະຫຍາຍ ແລະ ສັງລວມແຜນງານຂອງພາກສ່ວນຕ່າງໆ ແລ້ວສ້າງເປັນແຜນການເຄື່ອນໄຫວຂອງພະແນກສຶກສາ​ທິການ ​ແລະ ກິລາແຂວງ, ນະຄອນຫຼວງ;
  • ຄຸ້ມຄອງລະບົບເອກະສານຂາເຂົ້າ-ຂາອອກ, ກວດກາເອກະສານຕ່າງໆ ທີ່ເຂົ້າມາພະແນກ;
  • ຈັດຕັ້ງກອງປະຊຸມ, ບັນທຶກ ແລະ ລາຍງານຜົນ ຂອງການປະຊຸມຂອງພະແນກ ;
  • ປົກປັກຮັກສາ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ພາຍໃນພະແນກ;
  • ຄຸ້ມຄອງຍານພາຫະນະ, ວັດສະດຸ, ອຸປະກອນ, ອາຄານ, ທີ່ດິນ ແລະ ຊັບສິນ ຂອງພະແນກ;
  • ພົວພັນ ແລະ ປະສານງານກັບທຸກຂະແໜງພາຍໃນພະແນກ, ພະແນກການອື່ນ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນຕ່າງໆທີ່ຂຶ້ນກັບພະແນກ;
  • ຕິດຕາມ, ກວດກາ, ປະເມີນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ .
  • ຂອບເຂດສິດ:
  • ຊີ້ນຳວຽກງານວາງແຜນ ແລະ ວຽກງານບໍລິຫານ ;
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ ;
  • ເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ;
  • ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ

ຮອງຫົວໜ້າຂະແໜງບໍລິຫານ

ໜ້າທີ່ຮັບຜິດຊອບ: ຊີ້ນຳວຽກງານເລຂາ ແລະ ສາລະບັນ

  1.  ຊ່ວຍຫົວໜ້າຂະແໜງ ໃນການນຳພາວຽກງານຮອບດ້ານຂອງຂະແໜງ;
  2. ຊີ້ນຳ, ພົວພັນປະສານສົມທົບ ບັນດາຂະແໜງການຕ່າງໆພາຍໃນ, ສາຍຕັ້ງ ແລະ ສາຍຂວາງ;
  3. ຕິດຕາມ ແລະ ບັນທຶກການເຄື່ອນໄຫວຕ່າງໆຂອງຄະນະພະແນກ ແລະ ຂະແໜງຕ່າງໆພາຍໃນພະແນກ;
  4. ຊີ້ນຳ ແລະ ຕິດຕາມ ເອກະສານຂາເຂົ້າ-ຂາອອກ, ກວດກາເນື້ອໃນເອກະສານ ແລະ ບັນນາທິການເອກະສານຕ່າງໆຂອງພະແນກ;
  5. ຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານວຽກຕ່າງໆ ທີ່ຮັບຜິດຊອບເປັນປົກກະຕິ;
  6. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ .
  7. ຂອບເຂດສິດ
  8. ຊີ້ນຳວຽກງານເລຂາ ແລະ ສາລະບັນ;
  9. ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ຕາມຕຳແໜ່ງງານ;
  10. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ ;

ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ;

ວິຊາການເລຂານຸການ

  • ໜ້າທີ່ຄວາມຮັບຜິດຊອບ
  • ຈົດບັນທຶກ ແລະ ໃສ່ເລກທີເອກະສານຂາເຂົ້າ-ຂາອອກ;
  • ນຳສະເໜີເອກະສານຂາເຂົ້າ ຕໍ່ຫົວໜ້າຂະແໜງເພື່ອມີຄຳເຫັນ ;
  • ແຈກຢາຍເອກະສານຕາມຄຳເຫັນຂອງຫົວໜ້າຂະແໜງ ;
  • ຈ່າໜ້າຊອງຈົດໝາຍ ແລະ ລົງເລກທະບຽນທີ່ຈົດໝາຍທາງການ ;
  • ນຳເອກະສານເຂົ້າຫາຫົວໜ້າ ຫຼື ຮອງຫົວໜ້າພະແນກຕາມຄຳແນະນຳຂອງຫົວໜ້າຂະແໜງ ;
  • ຮັກສາກາປະທັບ ແລະ ປະທັບກາໃສ່ເອກະສານຂອງພະແນກ ;
  • ຈັດລຽງ ແລະ ເກັບມ້ຽນເອກະສານຕາມລະດັບຄວາມສຳຄັນ ;
  • ປະສານການນັດໝາຍ, ການເຂົ້າພົບຫົວໜ້າ ແລະ ຮອງຫົວໜ້າພະແນກ ຂອງຜູ້ທີ່ມາພົວພັນວຽກ ;
  • ກຳກັບວຽກງານພິທີການ ແລະ ບໍລິການຮັບແຂກຂອງພະແນກ ;
  • ຮັບ ແລະ ຕອບ ໂທລະສັບຂອງພະແນກ ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ;
  • ຂອບເຂດສິດ
  • ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ;

ວິຊາການສາລະບັນ

  • ໜ້າທີ່ຄວາມຮັບຜິດຊອບ
  • ໃຫ້ການບໍລິການການພິມ ແລະ ອັດສຳເນົາເອກະສານ ຕາມລຳດັບຄວາມສຳຄັນ ;
  • ດຳເນີນການພິມແຕ່ລະວັນໃຫ້ມີປະສິດທີພາບ ແລະ ໃຫ້ທັນຕາມກຳນົດເວລາ  ແລະ ກວດກາເອກະສານທີ່ພິມແລ້ວກ່ອນສົ່ງກັບພາກສ່ວນກ່ຽວຂ້ອງ ;
  • ຂຶ້ນແຜນຈັດຊື້, ປົກປັກຮັກສາພັດສະດຸ, ອຸປະກອນຕ່າງໆ ເພື່ອຮັບໃຊ້ວຽກງານລວມທັງຕອບສະໜອງການພິມ ແລະ ການອັດສຳເນົາ ;
  • ບັນທຶກການພິມ ແລະ ອັດສຳເນົາເອກະສານປະຈຳວັນ ;
  • ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການສຶກສາ ແລະ ກິລາ;
  • ສະຫຼຸບລາຍງານການພິມ ແລະ ການອັດສຳເນົາ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ;
  • ຂອບເຂດສິດ
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  • ມີສິດເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

ຕຳແໜ່ງງານ ໂຄສະນາຂ່າວສານການສຶກສາ ແລະ ກິລາ

  • ໜ້າທີ່ຄວາມຮັບຜິດຊອບ:
  • ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິຄຳສັ່ງ, ລະບຽບການ, ແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນນະໂຍບາຍຕ່າງໆ ພາຍໃນແຂວງ, ນະຄອນຫຼວງ ;
  • ໂຄສະນາຜົນງານ, ການເຄື່ອນໄຫວ ແລະ ການປະຕິບັດພາລະກິດ ຂອງຄະນະພະແນກ, ນຳສະເໜີ ວຽກງານການພັດທະນາການສຶກສາ ແລະ ກິລາ, ການແຂ່ງຂັນ, ຕົວແບບພອນສະຫວັນ, ການສົ່ງເສີມ ຫົວຄິດປະດິດສ້າງຂອງພະນັກງານ, ລັດຖະກອນ, ຄູສອນ, ນັກຮຽນ, ນັກສຶກສາ ແລະ ນັກກິລາ ພາຍໃນແຂວງ, ນະຄອນຫຼວງ ;
  • ປະສານສົມທົບ ກັບບັນດາໂຮງຮຽນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ເທດສະບານ ເພື່ອເກັບກຳການເຄື່ອນໄຫວວຽກງານຕ່າງໆ ;
  • ຂຽນບົດຂ່າວ, ສັງລວມຮູບພາບການເຄື່ອນໄຫວວຽກງານການສຶກສາ ແລະ ກິລາ ;
  • ຕອບໂຕ້ຢ່າງທັນການ ກ່ຽວກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີຫວັງທຳລາຍ ແລະ ມ້າງເພ ວຽກງານສຶກສາ ແລະກິລາ ພ້ອມທັງສ່ອງແສງຕຳນິວິຈານປະກົດການຫຍໍ້ທໍ້ຕ່າງໆ ;
  • ກວດກາ, ຕິດຕາມ ແລະປະເມີນຜົນ ການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ພາຍໃນແຂວງ, ນະຄອນຫຼວງ ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນຕາມການມອບໝາຍຂອງຫົວໜ້າຂະແໜງ.
  • ຂອບເຂດສິດ:
  • ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  • ເຂົາຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍ.

ພະນັກງານຮັບສົ່ງເອກະສານ ແລະ ຂັບລົດ 

  • ໜ້າທີ່ຮັບຜິດຊອບ
  • ຮັບໃຊ້ວຽກງານຂັບລົດໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ;
  • ປົກປັກຮັກສາ ແລະ ສ້ອມແປງລົດໂດຍພື້ນຖານ;
  • ຮັບ-ສົ່ງເອກະສານທາງການ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ:
  • ການນຳໃຊ້ລົດຮັບໃຊ້ວຽກທາງການ ແລະ  ຮັກສາລົດໃຫ້ຢູ່ໃນສະພາບໃຊ້ວຽກງານດົນທີ່ສຸດ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.

ວິຊາການພາຍໃນຂະແໜງ

ທ່ານ ນາງ ດາວອນ ສິດທິພອນ

ທ່ານ ນາງ ດາວອນ ສິດທິພອນ

ຫົວໜ້າຂະແໜງ
ທ່ານ ຈັນຖາວອນ ແກ້ວສຸດາ

ທ່ານ ຈັນຖາວອນ ແກ້ວສຸດາ

ຮອງຫົວໜ້າຂະແໜງ

ທ່ານ ວິລະວົງ ນໍລະສິງຫ໌

ຮອງຫົວໜ້າຂະແໜງ
ທ່ານ ນາງ ບັງອອນ ອິນທະສອນ
ເລຂານຸການ
ທ່ານ ນາງ ໂອຄຳ
ຫອມສົມບັດ
ເລຂານຸການ
ທ່ານ ສອນອາຄົມ
ແກ້ວຄຳເພັດ
ວິຊາການຂ່າວສານ
ທ່ານ ບຸນມາ ຊາວະດີ
ວິຊາການ ການເງີນ
ທ່ານ ສົມນິດ ພົມມະລັດ
ວິຊາການ ການເງີນ
ທ່ານ ຄຳຮູ້ ພົມມະຈິດ
ວິຊາການ ການເງີນ
Translate »
Scroll to Top