ປະຫວັດຄວາມເປັນມາຂອງພະແນກ

ອົງການຈັດຕັ້ງບໍລິຫານ ແລະ ຄຸ້ມຄອງການສຶກສາ ໄດ້ປັບປຸງປ່ຽນແປງໄປຕາມແນວທາງນະໂຍບາຍການປົກຄອງແຫ່ງຊາດ.  ນັບແຕ່ປີ 1975  ເຖິງປີ 1992 ອົງການຈັດຕັ້ງ ທີ່ຮັບຜິດຊອບວຽກງານສຶກສາຢູ່ຂັ້ນແຂວງ ເອີ້ນວ່າ: “ພະແນກສຶກສາແຂວງ, ກໍາແພງນະຄອນ” ຊຶ່ງມີພາລະບົດບາດຈັດຕັ້ງປະຕິບັດແນວທາງນະໂຍບາຍ  ແລະ ແຜນພັດທະນາ ການສຶກສາຂອງກະຊວງສຶກສາ; ຊີ້ນຳ, ນຳພາ, ຄຸ້ມຄອງ ແລະ ພັດທະນາການສຶກສາຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ພະແນກສຶກສາແຂວງ, ກຳແພງນະຄອນ ນີ້ເປັນສ່ວນໜຶ່ງຂອງອົງການປົກຄອງແຂວງ ແລະ ພາຍໃຕ້ການຊີ້ນຳ, ນຳພາທາງດ້ານການເມືອງແນວຄິດ,  ການຈັດຕັ້ງ ແລະ ຊີວິດການເປັນຢູ່ຂອງອໍານາດການປົກຄອງແຂວງ. ຕົກມາຮອດປີ 1993  ອົງການຈັດຕັ້ງທີ່ຮັບຜິດຊອບວຽກງານການສຶກສາຢູ່ຂັ້ນແຂວງ ເອີ້ນວ່າ: “ພະແນກສຶກສາປະຈຳແຂວງ, ກຳແພງນະຄອນ” ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງສຶກສາທິການ ສະບັບເລກທີ 320 ສສ 1993, ລົງວັນທີ 23 ມິຖຸນາ 1993  ຊຶ່ງເປັນການຈັດຕັ້ງຂັ້ນໜຶ່ງໃນລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ ມີພາລະບົດບາດຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາການສຶກສາ ແລະ ນິຕິກຳຕ່າງໆຂອງລັດ. ໃນໄລຍະນີ້ ພະແນກສຶກສາປະຈຳແຂວງເປັນອົງການສາຍຕັ້ງ ຂອງກະຊວງສຶກສາທິການທີ່ປະຈຳຢູ່ແຂວງ; ແຕ່ພະແນກນີ້ກໍມີໜ້າທີ່ ສ້າງແຜນພັດທະນາການສຶກສາ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.

ຕໍ່ມາໃນປີ 2009 ລັດຖະບານ ໄດ້ປັບປຸງກົງຈັກການຈັດຕັ້ງບໍລິຫານທຸກໆ ຂະແໜງການໃນທົ່ວລັດ; ພະແນກສຶກສາປະຈຳແຂວງ ໄດ້ປ່ຽນຊື່ເປັນ “ພະແນກສຶກສາທິການແຂວງ, ນະຄອນຫຼວງ”.ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງສຶກສາທິການ ສະບັບ ເລກທີ 1584/ ສສ.ຈຕ, ລົງວັນທີ 3 ກໍລະກົດ 2009; ພະແນກ ສຶກສາທິການແຂວງ, ນະຄອນຫຼວງ ມີພາລະບົດບາດໃນການປະຕິບັດແນວທາງນະໂຍບາຍຂອງພັກ,  ແຜນພັດທະນາການສຶກສາແຫ່ງຊາດ ແລະ ນິຕິກຳຕ່າງໆຂອງລັດ. ພະແນກສຶກສາທິການແຂວງ, ນະຄອນຫຼວງ ມີກົງຈັກການຈັດຕັ້ງ ຊຶ່ງປະກອບດ້ວຍຂະແໜງ 11 ຂະແໜງ ຄື:  ຂະແໜງບໍລິຫານ, ຂະແໜງຈັດຕັ້ງແລະພະນັກງານ, ຂະແໜງສະຖິຕິ-ແຜນການ, ຂະແໜງກວດກາ ແລະ ປະເມີນຜົນ, ຂະແໜງປະຖົມ-ອະນຸບານສຶກສາ, ຂະແໜງມັດທະຍົມສຶກສາ, ຂະແໜງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ຂະແໜງພະລະແລະສິລະປະສຶກສາ, ຂະແໜງການສຶກສານອກໂຮງຮຽນ,ຂະແໜງພັດທະນາຄູ  ແລະ  ຂະແໜງຄຸ້ມຄອງການສຶກສາເອກະຊົນ.

ປະຈຸບັນໄດ້ມີການປັບປຸງການຈັດຕັ້ງຂອງລັດຖະບານ ຄືນໃໝ່ໃນບາງຂະແໜງການ; ສະເພາະຂະແໜງການ ສຶກສາ ໄດ້ຖືກເຕົ້າໂຮມເຂົ້າກັບຂະແໜງການກິລາ. ດັ່ງນັ້ນ ຊື່ກະຊວງກໍ່ໄດ້ປ່ຽນມາ ເປັນ “ກະຊວງສຶກສາທິການ ແລະ ກິລາ” ແລະ ພະແນກສຶກສາທິການແຂວງ ກໍ່ໄດ້ປ່ຽນຊື່ມາເປັນ “ພະແນກສຶກສາທິການ ແລະ ກິລາແຂວງ”. ສ່ວນພາລະບົດບາດຕົ້ນຕໍ ແມ່ນຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການສຶກສາ ແລະ ກິລາ ຂອງພັກ, ແຜນການພັດທະນາການສຶກສາ, ກິລາ ແລະ ນິຕິກຳຕ່າງໆຂອງລັດ ໃຫ້ປາກົດຜົນເປັນຈິງ.

ພາຍໃນປີ 2025 ຂະແໜງການສຶກສາທິການ ແລະ ກິລາແຂວງຫຼວງພະບາງ ມີໂຄງສ້າງ ແລະ ຊັບພະຍາກອນມະນຸດທີ່ສອດຄ່ອງ ໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ ແລະ ກິລາ-ກາຍະກຳທີ່ມີຄຸນນະພາບ ເພື່ອນຳພາແຂວງຫຼວງພະບາງຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໃຫ້ບັນລຸເປົ້າໝາຍການສຶກສາທີ່ຍືນຍົງທີ 4 (SDG4)
ປອ.ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ
ສິດ ແລະ ໜ້າທີ່
  1. ວາງແຜນພັດທະນາ ຊັ້ນມັດທະຍົມສຶກສາ, ອາຊີວະສຶກສາຊັ້ນຕົ້ນ, ຊັ້ນກາງທັງໃນ ແລະ ນອກໂຮງຮຽນລວມທັງ ພາກລັດ ແລະເອກະຊົນພາຍໃນແຂວງ, ນະຄອນຫຼວງ  ພ້ອມກັນນັ້ນ ກໍວາງແຜນພັດທະນາວຽກງານກີລາໃນຂອບເຂດແຂວງຂອງຕົນ.
  2. ສ້າງ ແລະ ປັບປຸງນິຕິກຳຕ່າງໆ ເພື່ອຄຸ້ມຄອງວຽກງານສຶກສາ ແລະ ກິິລາ ພາຍໃນແຂວງ, ນະຄອນຫຼວງ.
  3. ປັບປຸງການຈັດຕັ້ງຄຸ້ມຄອງການສຶກສາ ແລະ ກິລາ ພາຍໃນແຂວງ, ນະຄອນຫຼວງ  ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມຂອງລັດຖະບານໃນແຕ່ລະໄລຍະ
  4. ເຜີຍແຜ່ແຜນການ, ແຜນງານ, ໂຄງການພັດທະນາການສຶກສາ ແລະ ກິລາ; ພ້ອມທັງນຳພາທຸກພາກສ່ວນທີ່ ກ່ຽວຂ້ອງຈັດຕັ້ງປະຕິບັດ.
  5. ຄຸ້ມຄອງໂດຍກົງ ຊັ້ນມັດທະຍົມສຶກສາ, ການສຶກສາວິຊາຊີບຊັ້ນຕົ້ນ,  ຊັ້ນກາງ ແລະ ກິລາ ພາຍໃນແຂວງ ຕາມມາດຕະຖານຂອງການສຶກສາແລະກິລາ ໂດຍສະເພາະແມ່ນໂຮງຮຽນຕົວແບບໃຫ້ບັນລຸຕາມເປົ້າໝາຍ
  6. ຄຸ້ມຄອງພະນັກງານ, ລັດຖະກອນສຶກສາ ແລະກີລາ ພາຍໃນແຂວງ, ນະຄອນຫຼວງ ຕາມລະບຽບກົດໝາຍ.
  7. ຄຸ້ມຄອງງົບປະມານ, ການເງິນ, ຊັບສິນ ຂອງຂະແໜງການສຶກສາ ແລະ ກິລາ ຕາມລະບຽບກົດໝາຍຂອງລັດ.
  8. ຄຸ້ມຄອງວຽກງານ ສະຖິຕິ, ຂ່າວສານການສຶກສາພາຍໃນແຂວງ/ນະຄອນຫຼວງ ແລະ  ລາຍງານໃຫ້ກະຊວງ ສຶກສາທິການ ແລະ ກິລາ ຊາບຕາມກຳນົດເວລາ.
  9. ຊີ້ນຳຫ້ອງການສຶກສາທິການແລະກິລາເມືອງ ແລະ ຫ້ອງການສຶກສາສົງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມລະບຽບກົດໝາຍ.
  10. ກວດກາ, ຕິດຕາມ, ປະເມີນຜົນ ການປະຕິບັດແຜນພັດທະນາການສຶກສາ ແລະກິລາແຕ່ລະໄລຍະ;
  11. ປະຕິບັດວຽກອື່ນໆ ຕາມການມອບໝາຍຂອງລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ ແລະ ເຈົ້າແຂວງ.
ກິດຈະກຳຂອງພະແນກ
  1. ວາງແຜນພັດທະນາການ ສຶກສາ ແລະກິລາພາຍໃນແຂວງ ໂດຍສັງລວມແຜນການຂະຫຍາຍການສຶກສາ ແລະ ກິລາ, ແຜນການກໍ່ສ້າງພື້ນຖານວັດຖຸການສຶກສາ ແລະ ກິລາ ເພື່ອສ້າງເປັນແຜນພັດທະນາການສຶກສາ ແລະກິລາຂອງແຂວງ,ນະຄອນຫຼວງ ແລະ ນຳສະເໜີປົກຄອງແຂວງ,ນະຄອນຫຼວງ ແລະກະຊວງສຶກສາທິການ ແລະກິລາຕາມລຳດັບ
  2. ອອກຂໍ້ກຳນົດ ແລະລະບຽບການຕ່າງໆ ໂດຍສອດຄ່ອງກັບແຜນການທີ່ກະຊວງສຶກສາທິການ ແລະ ກິລາວາງອອກໃນແຕ່ລະໄລຍະ
  3. ຈັດຕັ້ງປະຕິບັດແຜນ ພັດທະນາການສຶກສາທີ່ໄດ້ຮັບຮອງຈາກປົກຄອງແຂວງ, ນະຄອນຫຼວງ ແລະ ກະຊວງສຶກສາທິການ ແລະ ກິລາ ໃຫ້ບັນລຸຜົນຕາມລະດັບຄາດໝາຍ
  4. ຕິດຕາມ, ກວດກາ, ຊຸກຍູ້, ປະເມີນຜົນ ແລະ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ທີ່ຕົນວາງອອກໃນແຕ່ລະໄລຍະໃຫ້ຂັ້ນເທິງເປັນປົກກະຕິ (ໄລຍະ 1ເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ ໄລຍະຍາວ)
  5. ຕິດຕາມການຈັດຕັ້ງປະ ຕິບັດຫຼັກສູດ, ການຮຽນ, ການສອນ ແລະ ການສອບເສັງພາກຮຽນ ແລະ ປີຮຽນຂອງໂຮງຮຽນທຸກສາຍ ແລະ ທຸກປະເພດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ
  6. ອອກຂໍ້ສອບ ແລະ ຈັດຕັ້ງການສອບເສັງຈົບຊັ້ນ ຕາມການແບ່ງຂັ້ນຄຸ້ມຄອງຂອງກະຊວງສຶກສາທິການແລະ ກິລາ
  7. ຈັດຕັ້ງການແຂ່ງຂັນສິລະປະ ແລະ ກິລາກາຍະກຳຂອງນັກຮຽນໃນລະດັບແຂວງ
  8. ຈັດຕັ້ງການສອບເສັງນັກຮຽນເກັ່ງລະດັບປະຖົມ ແລະ ມັດທະຍົມພາຍໃນແຂວງ
  9. ແນະແນວການສຶກສາແກ່ນັກຮຽນທີ່ຈະຮຽນຕໍ່ທັງສາຍສາມັນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
  10. ຈັດຕັ້ງຄົ້ນຄວ້າ ຫັຼກສູດທີ່ເປັນພູມປັນຍາຂອງທ້ອງຖິ່ນ ເພື່ອປະກອບເຂົ້າໃນຫຼັກສູດລວມຕາມທີ່ກະຊວງສຶກສາທິການແລະກີລາໄດ້ ກຳນົດ
  11. ຄົ້ນຄວ້າ ແລະດັດປັບ ຕາຕະລາງການຮຽນ-ການສອນໃຫ້ສອດຄ່ອງກັບລະດູການຜະລິດຂອງທ້ອງຖິ່ນ
  12. ຈັດຕັ້ງແລະດຳເນີນການຝຶກອົບຮົມຄູປະເພດຕ່າງໆຕາມຫຼັກສູດທີ່ກະຊວງສຶກສາທິການແລະກິລາກຳນົດ
  13. ປະຕິບັດແຜນການລຶບ ລ້າງຄວາມບໍ່ຮູ້ໜັງສື, ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ແລະ ບຳລຸງຍົກລະດັບການ ສຶກສາໃຫ້ພະນັກງານ ແລະ ປະຊາຊົນພາຍໃນແຂວງໃຫ້ບັນລຸຜົນຕາມລະດັບຄາດໝາຍ
  14. ພິຈາລະນາການສ້າງ ຕັ້ງ  ແລະ ຍຸບເລີກໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບ ແລະ ສູນການສຶກສາປະເພດຕ່າງໆ ທັງໃນລະບົບ, ນອກລະບົບ, ທັງພາກລັດແລະ ເອກະຊົນ
  15. ດຳເນີນການຄົ້ນຄວ້າ ແລະພິຈາລະນາການຈັດຫາ,  ບັນຈຸ, ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງພະນັກງານ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການປະຕິບັດນະໂຍບາຍສະຫວັດດີການ, ການຍ້ອງຍໍ ແລະການປະຕິບັດມາດຕະການທາງວິໄນຕໍ່ພະນັກງານຕາມລະບຽບການທີ່ໄດ້ ກຳນົດ. ສົມທົບກັບກະຊວງສຶກສາທິການແລະກິລາ ຈັດຕັ້ງການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ລັດຖະກອນສຶກ ສາແລະກິລາ
  16. ດຳເນີນການກວດກາ,  ກວດການ ແລະ ນິເທດການສຶກສາພາຍໃນແຂວງ,ນະຄອນຫຼວງ, ເມືອງ ແລະ ໂຮງຮຽນຕ່າງໆໃຫ້ເປັນປົກກະຕິ
  17. ຈັດຕັ້ງການເກັບກຳ,  ວິໄຈສະຖິຕິ ແລະຂໍ້ມູນຂ່າວສານການສຶກສາ ຕາມແບບຟອມທີ່ຕົນກຳນົດ ແລະ ຕາມແບບຟອມທີ່ ກະຊວງສຶກສາທິການ ແລະ ກິລາຕ້ອງການ
  18. ດຳເນີນການຄົ້ນຄວ້າ ແລະ ສ້າງແຜນທີ່ການສຶກສາຕາມແຜນພັດທະນາການສຶກສາ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນຫຼວງ
  19. ຈັດຕັ້ງການສ້າງລະບົບ ຂໍ້ມູນຂ່າວສານການສຶກສາ ຂັ້ນແຂວງ,ນະຄອນຫຼວງ ໃຫ້ເປັນລະບົບເຄືອຂ່າຍອັນດຽວລະຫວ່າງກະຊວງສຶກສາທິການ ແລະກິລາ, ແຂວງ, ນະຄອນຫຼວງ ເມືອງ ແລະ ໂຮງຮຽນຕ່າງໆ
  20. ຊີ້ນຳ, ຈັດຕັ້ງ, ສ້າງ, ສະໜອງ,  ແຈກຢາຍ, ຄຸ້ມຄອງ ແລະ ປົກປັກຮັກສາອາຄານຮຽນ, ວັດຖຸອຸປະກອນ, ປຶ້ມແບບຮຽນ ແລະ ອື່ນໆ ພາຍໃນແຂວງ, ນະຄອນຫຼວງ
  21. ສ້າງ, ຈັດຕັ້ງປະຕິບັດ, ຊຸກຍູ້, ຕິດຕາມກວດກາ, ປະເມີນ ແລະຕີລາຄາ ແຜນດຳເນີນງານຂອງພະແນກສຶກສາທິການ ແລະກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະກິລາເມືອງ, ເທດສະບານ ແລະ ໂຮງຮຽນ
  22. ນຳພາ ແລະ ຈັດຕັ້ງການຮຽນ-ການສອນຂອງຄູ ແລະ ນັກຮຽນໃນໂຮງຮຽນຕ່າງໆ ເພື່ອປະຕິບັດຫຼັກສູດໃຫ້ໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນ
  23. ຈັດຕັ້ງການນິເທດການສຶກສາໃຫ້ແກ່ຄູອາຈານ, ພ້ອມທັງຈັດຕັ້ງການທົດສອບ, ປະເມີນຜົນ ແລະສອບເສັງ
  24. ຈັດຕັ້ງປຸກລະດົມປະຊາຊົນ ປະກອບສ່ວນເຂົ້າໃນການສຶກສາ ແລະສົ່ງລູກຫຼານເຂົ້າໂຮງຮຽນຢ່າງທົ່ວເຖິງ
  25. ຂຶ້ນແຜນງົບປະມານ ແລະ ຈ່າຍເງິນຕ່າງໆຕາມຮ່ວງງົບປະມານທີ່ໄດ້ກຳນົດໄວ້ໃຫ້ຖືກຕ້ອງ ແລະເໝາະ ສົມຕາມຄວາມເປັນຈິງ
  26. ຈັດຕັ້ງການປະມູນ, ການຈັດຊື້ ແລະ ການຊຳລະສະສາງຕາມລະບຽບຫຼັກການ
  27. ຮຽກໂຮມ ແລະ ຈັດຕັ້ງກອງປະຊຸມກ່ຽວກັບວຽກງານສຶກສາ ແລະກິລາ ໃນຂັ້ນຂອງຕົນ
ຍຸດທະສາດ ແລະ ແຜນ 5 ປີ

ຍຸດທະສາດການສຶກສາ ແລະ ກິລາ ຮອດປີ 2030 |  ບົດສະຫຼຸບ ແລະ ແຜນພັດທະນາການສຶກສາ 5 ປີ (2021-2025)

ວຽກຈຸດສຸມ ແລະ ວຽກບໍລິມະສິດ | ມະຕິກອງປະຊຸມຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງຫຼວງພະບາງ 2021-2022

ອາດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼວງພຣະບາງ

ທ່ານ ສິງລາ ພົມມະສີ

ຫົວໜ້າພະແນກ
ສຶກສາທິການ ແລະ ກິລາ
ປີ 1975-1978

ທ່ານ ສຸກ ສີລິພົງ

ຫົວໜ້າພະແນກ
ສຶກສາທິການ ແລະ ກິລາ
ປີ 1979-1981

ທ່ານ ບຸນຈີນ ແກ້ວມະນີ

ຫົວໜ້າພະແນກ
ສຶກສາທິການ ແລະ ກິລາ
ປີ 1982-1997

ທ່ານ ອ່ອນຈັນ ສຸວັນນະລິດ

ຫົວໜ້າພະແນກ
ສຶກສາທິການ ແລະ ກິລາ
ປີ 1975-1978

ທ່ານ ເອິງ ລໍສະຫວັນ

ຫົວໜ້າພະແນກ
ສຶກສາທິການ ແລະ ກິລາ
ປີ 2006-
Translate »
Scroll to Top