ຂະແໜງສາມັນສຶກສາ

ຫົວໜ້າຂະແໜງສາມັນສຶກສາ

  • ໜ້າທີ່ຮັບຜິດຊອບ: ຊີ້ນຳວຽກງານສາມັນສຶກສາ, ຊັ້ນປະຖົມ, ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ.
  • ຊີ້ນຳວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຕົນ.
  • ສ້າງແຜນ ແລະ ຈັດຕັ້ງປະຕິບັດແຜນ ພ້ອມທັງສະຫຼຸບ ລາຍງານການຈັດຕັ້ງປະຕິບັດແຜນປະຈຳອາທິດ, ເດືອນ ພາກຮຽນ ແລະ ປະຈຳປີ ຂອງຂະແໜງ.
  • ສັງລວມແຜນ ປັບປຸງ ແລະ ຂະຫຍາຍວຽກງານການສຶກສາສາຍສາມັນ ເພື່ອສ້າງເປັນແຜນພັດທະນາການສຶກສາ ສາຍສາມັນສຶກສາຂອງພະແນກ.
  • ຊີ້ນຳ ແລະ ຄຸ້ມຄອງ ສູນສຶກສານິເທດ ພ້ອມທັງຕິດຕາມການນິເທດການຮຽນ-ການສອນໃນສະຖານການສຶກສາ ສາຍສາມັນສຶກສາ.
  • ຊີ້ນຳ ນຳພາ ແລະ ຄຸ້ມຄອງສະຖານການສຶກສາ ທັງພາກລັດ ແລະ ເອກະຊົນ ແລະ ການສຶກສາສົງ.
  • ຄົ້ນຄວ້າຕຳແໜ່ງວິຊາການຄູ ສໍາລັບຄູສອນ ສາຍສາມັນສຶກສາ.
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ.
  • ຄົ້ນຄວ້າ ແລະ ນຳສະເໜີຕຳແໜ່ງວິຊາການຄູ ສໍາລັບຄູສອນຊັ້ນມັດທະຍົມສຶກສາ.
  • ຮ່ວມກັບຄະນະກຳມະການຄັດເລືອກ ແລະ ຊັບຊ້ອນເພື່ອຄັດເລືອກເອົານັກຮຽນໄປຮຽນຕໍ່ ພາຍໃນ ແລະ ຕ່າງປະເທດ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ.
  • ຊີ້ນຳວຽກງານສາມັນສຶກສາ.
  • ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ.
  • ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງສາມັນສຶກສາ

  • ໜ້າທີ່ຮັບຜິດຊອບ: ຊີ້ນໍາວຽກງານສາມັນສຶກສາ, ລົງເລິກວຽກງານມັດທະຍົມສຶກສາ.
  • ຊ່ວຍຫົວໜ້າຂະແໜງ ໃນການຊີ້ນຳວຽກງານຮອບດ້ານຂອງຂະແໜງ.
  • ຊ່ວຍຫົວໜ້າຂະແໜງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຂອງພະແນກ
    ທີ່ກ່ຽວຂ້ອງກັບຂະແໜງ.
  • ຮ່ວມກັບຫົວໜ້າຂະແໜງໃນການສ້າງແຜນ, ຈັດຕັ້ງປະຕິບັດແຜນ ແລະ ສະຫຼຸບລາຍງານແຜນພັດທະນາການສຶກສາຂອງຂະແໜງ.
  • ຄົ້ນຄ້ວາອອກໃບປະກາດສະນິຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ພ້ອມທັງຄຸ້ມຄອງປະກາດສະນີຍະບັດ

ມັດທະຍົມສຶກສາຕອນຕົ້ນ.

  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນເອງຮັບຜິດຊອບຕາມປົກກະຕິ,
  • ຂື້ນແຜນຄວາມຕ້ອງການທາງດ້ານ ວັດຖຸ ອຸປະກອນ, ເຄື່ອງຫຼິ້ນທີ່ຈໍາເປັນໃຫ້ແກ່ນັກຮຽນ ພ້ອມທັງຂຶ້ນແຜນງົບປະມານຮັບໃຊ້ວຽກງານຕ່າງໆ ໃນຊັ້ນມັດທະຍົມສຶກ.
  • ວິໄຈຂໍ້ມູນ, ວາງແຜນພັດທະນາ ແລະ ຂະຫຍາຍການສຶກສາ ຊັ້ນມັດທະຍົມ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
  • ຄົ້ນຄ້ວາ ແລະ ນຳສະເໜີຕຳແໜ່ງວິຊາການຄູ ສໍາລັບຄູສອນຊັ້ນມັດທະຍົມສຶກສາ.
  • ຮ່ວມກັບຄະນະກຳມະການຄັດເລືອກ ແລະ ຊັບຊ້ອນເພື່ອຄັດເລືອກເອົານັກຮຽນໄປຮຽນຕໍ່ ພາຍໃນ ແລະ ຕ່າງປະເທດ.
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ຊີ້ນຳວຽກມັດທະຍົມສຶກສາ
  • ປະຕິບັດໜ້າທີ່ຕາມພາລະບັດບາດທີ່ໄດ້ກຳນົດໄວ້ ຕາມຕຳແໜ່ງງານ
  • ສະເໜີຄວາມເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ
  • ເຂົ້າຮ່ວມວຽກງານຕ່າງໆ ຕາມການມອບໝາຍ

ຮອງຫົວໜ້າຂະແໜງສາມັນສຶກສາ

  • ໜ້າທີ່ຮັບຜິດຊອບ: ຊີ້ນໍາວຽກງານສາມັນສຶກສາ, ລົງເລິກວຽກງານປະຖົມສຶກສາ.
  • ຊ່ວຍຫົວໜ້າຂະແໜງ ໃນການຊີ້ນຳວຽກງານຮອບດ້ານຂອງຂະແໜງ.
  • ຊ່ວຍຫົວໜ້າຂະແໜງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຂອງພະແນກ
    ທີ່ກຽວຂ້ອງກັບຂະແໜງ.
  • ຮ່ວມກັບຫົວໜ້າຂະແໜງໃນການສ້າງແຜນ, ຈັດຕັ້ງປະຕິບັດແຜນ ແລະ ສະຫຼຸບລາຍງານແຜນພັດທະນາການສຶກສາຂອງຂະແໜງ.
  • ຄົ້ນຄ້ວາອອກໃບປະກາດສະນິຍະບັດຈົບຊັ້ນມັດທະຍົມສຶກສາຕອນປາຍ ພ້ອມທັງຄຸ້ມຄອງປະກາດສະນີຍະບັດ

ມັດທະຍົມສຶກສາຕອນຕົ້ນ.

  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນເອງຮັບຜິດຊອບຕາມປົກກະຕິ,
  • ຂື້ນແຜນຄວາມຕ້ອງການທາງດ້ານ ວັດຖຸ ອຸປະກອນ, ເຄື່ອງຫຼິ້ນທີ່ຈໍາເປັນໃຫ້ແກ່ນັກຮຽນ ພ້ອມທັງຂຶ້ນແຜນງົບປະມານຮັບໃຊ້ວຽກງານຕ່າງໆ ໃນຊັ້ນມັດທະຍົມສຶກ.
  • ວິໄຈຂໍ້ມູນ, ວາງແຜນພັດທະນາ ແລະ ຂະຫຍາຍການສຶກສາ ຊັ້ນມັດທະຍົມ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
  • ຄົ້ນຄ້ວາ ແລະ ນຳສະເໜີຕຳແໜ່ງວິຊາການຄູ ສໍາລັບຄູສອນຊັ້ນມັດທະຍົມສຶກສາ.
  • ຮ່ວມກັບຄະນະກຳມະການຄັດເລືອກ ແລະ ຊັບຊ້ອນເພື່ອຄັດເລືອກເອົານັກຮຽນໄປຮຽນຕໍ່ ພາຍໃນ ແລະ ຕ່າງປະເທດ.
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ຊີ້ນຳວຽກປະຖົມ.
  • ປະຕິບັດໜ້າທີ່ຕາມພາລະບັດບາດທີ່ໄດ້ກຳນົດໄວ້ ຕາມຕຳແໜ່ງງານ.
  • ສະເໜີຄວາມເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມວຽກງານຕ່າງໆ ຕາມການມອບໝາຍ.

ວິຊາການ

  • ໜ້າທີ່ຮັບຜິດຊອບ: ຮັບຜິດຊອບມັດທະຍົມຕອນຕົ້ນ ແລະ ຕອນປາຍ, ລົງເລິກວຽກງານສະຖິຕິ, ການອອກໃບຍົກຍ້າຍ ແລະ ໃບນໍາສົ່ງ.
  • ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ພາຍໃນແຂວງ.
  • ຄົ້ນຄວ້າ ສ້າງ ແລະ ປັບປຸງລະບຽບການ ກ່ຽວກັບການຄຸ້ມຄອງວຽກງານ ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ.
  • ສ້າງຖານຂໍ້ມູນ ແລະ ເກັບກໍາຂໍ້ມູນສະຖິຕິ ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມຕອນປາຍ ຮ່ວມກັບພາກສ່ວນກ່ຽວຂ້ອງ.
  • ອອກໃບຍົກຍ້າຍ ແລະ ໃບນໍາສົ່ງຕ່າງໆ.
  • ຊີ້ນຳການຈັດຕັ້ງ ການຮຽນ-ການສອນ ຫ້ອງຮຽນສອງພາສາພາຍໃນແຂວງ.
  • ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂຶ້ນແຜນ ຈັດຕັ້ງການຝຶກອົບຮົມວິຊາການໃຫ້ແກ່ຄູ ສໍາລັບຄູຊັ້ນມັດທະຍົມສຶກສາ.
  • ປະສານສົມທົບກັບອຳນາດການປົກຄອງ ແລະ ຄະນະພັດທະນາການສຶກສາ ເພື່ອພັດທະນາວຽກງານການສຶກສາ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ.
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆໃນແຕ່ລະໄລຍະ.
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄຳຄິດຄຳເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  • ເຂົ້າຮ່ວມວຽກງານຕ່າງໆຕາມການມອບໝາຍ.

ວິຊາການ

  • ໜ້າທີ່ຮັບຜິດຊອບ: ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ, ລົງເລິກການອອກໃບປະກາສະນິຍະບັດ ຊັ້ນມັດທະຍົມຕອນປາຍ.
  • ຕິດຕາມການຈັດຕັ້ງການສອບເສັງ ເລື່ອນຂັ້ນ-ຈົບຊັ້ນ ມັດທະຍົມສຶກສາຕອນປາຍ ໃຫ້ເອກະພາບທົ່ວປະເທດ.
  • ຊຸກຍູ້ການຈັດຕັ້ງ ການຮຽນ-ການສອນ ການປະຕິບັດເນື້ອໃນຫຼັກສູດ, ການສະໜອງອຸປະກອນ, ການຜະລິດສື່ການຮຽນ-ສອນ ແລະ ອຸປະກອນຕ່າງໆ ໃນໂຮງຮຽນມັດທະຍົມຕອນປາຍ, ມັດທະຍົມສຶກສາສົມບູນ.
  • ຊີ້ນຳຄຸ້ມຄອງໂຮງຮຽນມັດທະຍົມສຶກສາຕອນປາຍ, ມັດທະຍົມສົມບູນ ທັງພາກລັດ ແລະ ເອກະຊົນ ລວມທັງໂຮງຮຽນມັດທະຍົມສຶກສາສົງ.
  • ສ້າງແຜນທີ່ການສຶກສາ ໂຮງຮຽນມັດທະຍົມຕອນປາຍ, ມັດທະຍົມສົມບູນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
  • ປະສານສົມທົບສູນສຶກສານິເທດ ເພື່ອລົງຊຸກຍູ້ ສົ່ງເສີມທາງດ້ານວິຊາການ ໃຫ້ແກ່ຄູຊັ້ນມັດທະຍົມສຶກສາຕອນປາຍ, ມັດທະຍົມສົມບູນ.
  • ກະກຽມການອອກໃບປະກາດຈົບຊັ້ນມັດທະຍົມສຶກສາຕອນປາຍ.
  • ຕິດຕາມ ກວດກາປະເມີນຜົນ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນແຕ່ລະໄລຍະ.
  • ພິມລາຍຊື່ ແລະ ນາມສະກຸນ, ເລກລະຫັດນັກຮຽນຊັ້ນ ມ.7 ເຂົ້າຮ່າງແບບຟອມໃນຄອມພິວເຕີໃຫ້ຖືກຕ້ອງ.
  • ຮັບປະກັນການອອກໃບປະກາດສະນິຍະບັດຕາມບັນຊີຜູ້ເຂົ້າສອບເສັງໄດ້ ໃນປື້ມທະບຽນການສອບເສັງ ທີ່ຄະນະກຳມະການຕັດສິນຜົນການສອບເສັງໃນລະດັບແຂວງ ແລະ ລະດັບຊາດ ທີ່ໄດ້ຮັບຮອງແລ້ວໃນແຕ່ລະສົກຮຽນ.
  • ປະຕິບັດວຽກງານອື່ນໆຕາມການມອບໝາຍ.
  • ຂອບເຂດສິດ:
  • ສະເໜີຄຳຄິດຄຳເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ
  • ເຂົ້າຮ່ວມວຽກງານຕ່າງໆຕາມການມອບໝາຍ

ວິຊາການ

  • ໜ້າທີ່ຮັບຜິດຊອບ : ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ, ລົງເລິກປຶ້ມທະບຽນ ມ4, 7
  • ຕິດຕາມການຈັດຕັ້ງການສອບເສັງ ເລື່ອນຂັ້ນ-ຈົບຊັ້ນ ມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ໃຫ້ເອກະພາບທົ່ວປະເທດ.
  • ຊຸກຍູ້ການຈັດຕັ້ງ ການຮຽນ-ການສອນ ການປະຕິບັດເນື້ອໃນຫຼັກສູດ, ການສະໜອງອຸປະກອນ, ການຜະລິດສື່ການຮຽນ-ການສອນ ແລະ ອຸປະກອນຕ່າງໆ ໃນໂຮງຮຽນມັດທະຍົມຕອນຕົ້ນ, ມັດທະຍົມສຶກສາສົມບູນ.
  • ຄົ້ນຄ້ວາ ແລະ ຮ່າງກົດລະບຽບ ຂັ້ນຕອນໃນການສະເໜີ ຮັບເອົາປະກາສະນິຍະບັດໃນແຕ່ລະຊັ້ນ, ການປ່ຽນ ວັນ, ເດືອນ, ປີເກີດ, ການປ່ຽນຊື່ ແລະ ນາມສະກຸນ.
  • ເກັບກໍາຂໍ້ມູນປື້ມທະບຽນການສອບເສັງ ມ4, ມ7 ແລະ ບັນຊີອື່ນໆ ທີ່ກ່ຽວຂ້ອງກັບການສອບເສັງໃນແຕ່ລະປີ.
  • ປົກປັກຮັກສາປື້ມທະບຽນການສອບເສັງ ຈົບຊັ້ນ ມ4, ມ7 ແລະ ປື້ມບັນຊີຮັບໃບປະກາດສະນິຍະບັດ (ຊື່, ນາມສະກຸນ, ຕິດຮູບ, ວັນ ເດືອນ ປີເກີດ, ວັນທິມາຮັບ ແລະ ລາຍເຊັນ).
  • ຂຶ້ນທະບຽນຮ່າງໃບປະກາສະນິຍະບັດ ຊັ້ນປະຖົມ,  ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ
  • ປະຕິບັດວຍກງານອື່ນໆຕາມການມອບໝາຍ.

1. ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.

2. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

ວິຊາການ

  • ໜ້າທີ່ຮັບຜິດຊອບ : ວຽກງານປະຖົມສຶກສາ.

1. ຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ຊັ້ນປະຖົມສຶກສາພາຍໃນແຂວງ.

2. ຂຶ້ນແຜນຄວາມຕ້ອງການ ທາງດ້ານວັດຖຸອຸປະກອນ, ເຄື່ອງຫຼິ້ນທີ່ຈໍາເປັນໃຫ້ແກ່ນັກຮຽນ ພ້ອມທັງຂຶ້ນແຜນງົບປະມານຮັບໃຊ້ ວຽກງານຕ່າງໆໃນຊັ້ນປະຖົມສຶກສາ.

3. ວິໄຈຂໍ້ມູນ, ວາງແຜນພັດທະນາ ແລະ ຂະຫຍາຍການສຶກສາ ຊັ້ນປະຖົມສຶກສາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.

4. ນຳພາການຈັດຕັ້ງການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນປະຖົມສຶກສາ ພາຍໃນແຂວງ.

5. ເກັບກໍາຂໍ້ມູນ ສະຖິຕິ ກ່ຽວກັບວຽກງານປະຖົມສຶກສາ ທັງພາກລັດ ແລະ ເອກະຊົນໃນທົ່ວແຂວງ ຮ່ວມກັບພາກສ່ວນທີ່
    ກ່ຽວຂ້ອງ.

6. ຊີ້ນໍາຄຸ້ມຄອງໂຮງຮຽນ, ກຸ່ມໂຮງຮຽນ, ການສອນຫ້ອງຄວບ ແລະ ການນິເທດການຮຽນການສອນຕາມລະບຽບການ.

7. ຮ່ວມກັບພາກສ່ວນກ່ຽວຂ້ອງຂື້ນແຜນ ຈັດຕັ້ງຝຶກອົບຮົມວິຊາການຄູ ສໍາລັບຊັ້ນປະຖົມ.

8. ປະສານສົມທົບກັບອໍານາດການປົກຄອງ ແລະ ຄະນະພັດທະນາການສຶກສາ ເພື່ອພັດທະນາວຽກງານການສຶກສາຊັ້ນ
    ປະຖົມສຶກສາ.

9. ປະສານສົມທົບກັບສູນສຶກສານິເທດ ຄະນະຄູສຶກສານິເທດ ໃນການເຄື່ອນໄຫວປະຕິບັດໜ້າທີ່ນິເທດໃນໂຮງຮຽນຕ່າງໆ.

10. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະລຸບລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນແຕ່ລະໄລຍະ.

11. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.

  • ຂອບເຂດສິດ

1. ສະເໜີຄຳຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.

2. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

 ວິຊາການ (ປະສານງານໂຄງການ ກາແດງ)

ໜ້າທີ່ຮັບຜິດຊອບ : ຂາອອກ-ຂາເຂົ້າ, ຂຶ້ນບັນຊີເອກະສານ, ຂໍລາຍເຊັນຕ່າງໆ.

2. ຮັບເອກະສານ ແລະ ແຈກຢາຍເອກະສານຕ່າງໆ.

3. ສະຫຼຸບ, ລາຍງານ ການເກັບລາຍຮັບຄ່າທໍານຽມ, ຄ່າບໍລິການອື່ນໆ ຕາມລະບຽບການ.

4. ປະຕິບັດວຍກງານອື່ນໆຕາມການມອບໝາຍ.

  • ຂອບເຂດສິດ

1. ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.

2. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.

ວິຊາການພາຍໃນຂະແໜງ

ທ່ານ ບຸນທະວີ ວົງປະເສີດ

ຫົວໜ້າຂະແໜງ

ທ່ານ ນ ພອນພິຈິດ ສີສຸດາຈັນ

ຮອງຫົວໜ້າຂະແໜງ

ທ່ານ ແກ່ນຄໍາ ແກ້ວປັນຍາ

ວິຊາການ
.
ທ່ານ ພຸດທະໄຊ ຂຸນສະດາຈິດ
ວິຊາການ
.
ທ່ານ ໄກສອນ ລັດຕະນະເພັງສີ
ວິຊາການ
.

ທ່ານ ສູນທອນ ຈັນທະວົງ

ວິຊາການ

ທ່ານ ນ ສາຍສຸດາ ລໍສະຫວັນ

ວິຊາການ
Translate »
Scroll to Top