ຂະແໜງກວດກາ ແລະ ປະເມີນຜົນ ແລະ ປະກັນຄຸນນະພາບ

ຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບລວມ : ວຽກງານກວດກາ
  • ນຳພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
  • ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະ       ແໜງຕົນ ເປັນແຜນກິດຈະກຳປະຈຳປີຂອງຂະແໜງ.
  • ຊີ້ນຳກວດກາວຽກງານບໍລິຫານການສຶກສາຂັ້ນແຂວງ, ເມືອງ ແລະ ສະຖານການສຶກສາ ໃນການປະຕິບັດ ມະຕິ, ຄຳສັ່ງ,  ຂໍ້ກຳນົດກົດລະບຽບ,  ຫຼັກການ, ແຜນການ ແລະ ແບບແຜນວິທີເຮັດວຽກ.
  1. ຊີ້ນຳກວດກາການໃຊ້ຈ່າຍງົບປະມານການເງິນ, ວັດຖຸອຸປະກອນ ແລະ ຊັບສົມບັດລວມ.
  2. ຄົ້ນຄວ້າ ຄຳຮ້ອງຟ້ອງ, ຄຳສະເໜີຂອງພະນັກງານ-ລັດຖະກອນ ແລະ ພົນລະເມືອງທີ່ກ່ຽວຂ້ອງກັບວຽກງານການສຶກສາ ແລະ ກິລາ ເພື່ອລາຍງນ ແລະ ສະເໜີວິທີແກ້ໄຂຕໍາຂັ້ນເທິງ.
  3. ສະເໜີຂັ້ນເທິງພິຈາລະນາການປະຕິບັດນະໂຍບາຍ,ວິໄນຕໍ່ພະນັກງານ-ລັດຖະກອນສຶກສາພາຍໃນແຂວງ,ນະຄອນຫຼວງ.
  4. ສະເໜີໂຈະ ຫຼື ຍົກເລີກບັນດາ ມະຕິ, ຄຳສັ່ງ ແລະ ກົດລະບຽບຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
  5. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ.
  6. ຮັບຜິດຊອບວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ.
  7. ຂອບເຂດສິດ:
  8. ຊີ້ນຳວຽກງານກວດກາ;
  9. ສະເໜີຄວາມຄິດເຫັນຕ່າງໆເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  10. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າພະແນກ.
  11. ມອບໝາຍວຽກງານໃຫ້ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງ

  • ໜ້າທີ່ຄວາມຮັບຜິດຊອບ:  ວຽກງານຕິ​ດຕາມ, ​ປະເມີນຜົນ ແລະ ປະກັນຄຸນນະພາບ.
  1. ຮັບຜິດຊອບຊ່ວຍຫົວໜ້າຂະແໜງໃນວຽກງານປະເມີນຜົນ ແລະ ປະກັນຄຸນນະພາບ.
  2. ຊ່ວຍຫົວໜ້າຂະແໜງໃນການນຳພາ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃນຂະແໜງ.
  3. ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການ ຂອງພະແນກທີ່ກ່ຽວຂ້ອງ ກັບວຽກງານຂອງຂະ       ແໜງຕົນມາເປັນແຜນກິດຈະກຳປະຈຳເດືອນ, 3 ເດືອນ 6 ເດືອນຂອງຂະແໜງ.
  4. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ວຽກງານຈຸດສຸມຂອງພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວາງອອກໃນແຕ່ລະໄລຍະ.
  5. ຊີ້ນຳການນຳໃຊ້ມາດຕະຖານ, ຕົວຊີ້ບອກ, ເກມການປະເມີນ ແລະ ນິຕິກຳຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາ.
  6. ຊີ້ນຳ ແລະ ຊຸກຍູ້ວຽກງານປະກັນຄຸນນະພາບ ໃນສະຖານການສຶກສາຕາມການແບ່ງຂັ້ນຄຸ້ມຄອງ.
  7. ຊີ້ນຳການ ປະເມີນຄຸນນະພາບການສຶກສາພາຍໃນສະຖານການສຶກສາ ທັງພາກລັດ ແລະ ເອກະຊົນ ຕາມມາດຕະຖານທີ່ໄດ້ກຳນົດໄວ້.
  8. ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນໄດ້ຮັບຜິດຊອບເປັນປົກກະຕິ.
  9. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  10. ຂອບເຂດສິດ:
  1. ຊີ້ນຳວຽກງານຕິ​ດຕາມ, ​ປະເມີນຜົນ ແລະ ປະກັນຄຸນນະພາບ.
  2. ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກຳນົດໄວ້ຕຳແໜ່ງງານ.
  3. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  4. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ວິຊາການ ກວດກາ, ກວດການ ເກັບກຳຂໍ້ມູນກ່ຽວກັບພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າຄຳຮ້ອງຂໍສະເໜີ

  • ໜ້າທີ່ຄວາມຮັບຜິດຊອບ: 
  1. ຮັບ ແລະ ຄົ້ນຄວ້າຄຳຮ້ອງ, ຄຳສະເໜີຂອງພະນັກງານ-ລັດຖະກອນ ແລະ ພົນລະເມືອງ ທີ່ຢູ່ຄວາມຮັບຜິດຊອງຂອງຕົນ.
  2. ເກັບກຳຂໍ້ມູນພຶດຕິກຳສໍ້ລາດບັງຫຼວງ.
  3. ກະກຽມບັນດາເອກະສານເຊັ່ນ : ຄຳຖາມເຈາະຈີ້ມ,  ຂໍ້ຕົກລົງ, ແຜນວຽກ,  ແຜນເງິນ, ຕາຕະລາງເຄື່ອນໄຫວ, ແຈ້ງການ ແລະ ອຸປະກອນຮັບໃຊ້.
  4. ຄົ້ນຄວ້າ ສ້າງແຜນ, ກວດການປະຈຳອາທິດ ເດືອນຂອງຄະນະກວດກາ ພ້ອມທັງຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນຜົນ
  5. ກວດກາ, ຕິດຕາມ, ປະເມີນຜົນ ແລະ ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ.
  6. ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
  7. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  8. ຂອບເຂດສິດ:
  1. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  2. ເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ວິຊາການ ຮັບຜິດຊອງກວດກາລັດ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນການກວດກາກວດສອບ.

  • ໜ້າທີ່ຄວາມຮັບຜິດຊອບ:
  1. ກະກຽມບັນດາເອກະສານເຊັ່ນ:  ຄຳຖາມເຈາະຈີ້ມ,  ຂໍ້ຕົກລົງ, ແຜນວຽກ,  ແຜນເງິນ, ຕາຕະລາງເຄື່ອນໄຫວ, ແຈ້ງການ ແລະ ອຸປະກອນຮັບໃຊ້.
  2. ສະຫຼຸບ ລາຍງານຜົນ ການກວດກາໃຫ້ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງພ້ອມທັງລາຍງານຜົນຂອງການກວດກາໃຫ້ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບ.
  3. ເຂົ້າພົບຄະນະພັກ ແລະ ຄະນະນຳບ່ອນທີ່ຈະກວດກາ ແລະ ປະເມີນຜົນ ເພື່ອສະເໜີຈຸດປະສົງແຜນການ, ຂໍ້ຕົກລົງກ່ຽວກັບການກວດກາ ແລະ ຂໍທິດຊີ້ນຳ;
  4. ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດຜົນຂອງການກວດກາ ແລະ ບັນຫາຄົງຄ້າງຕ່າງໆ ຂອງການກວດກາ.
  5. ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
  6. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ
  1. .ຂອບເຂດສິດ:
  2. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  3. ເຂົ້່າຮ່ວມເຄື່ອນໄຫວວຽກງານຕ່າງໆຕາມການມອບໝາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ວິຊາການ ວຽກງານປະກັນຄຸນນະພາບ, ຕິດຕາມ ແລະ ປະເມີນຜົນນະໂຍບາຍ, ຍຸດທະສາດ ແລະ ວຽກຈຸດສຸມ.

  • ໜ້າທີ່ຄວາມຮັບຜິດຊອບ:
  1. ສ້າງແຜນການພັດທະນາ ວຽກງານປະກັນຄຸນນະພາບ.
  2. ສ້າງແຜນການຈັດຝຶກອົບຮົມ ວຽກງານປະກັນຄຸນນະພາບ ໃຫ້ສະຖານການສຶກສາພາຍໃນແຂວງ.
  3. ສົມທົບພາກສ່ວນທີ່ກ່ຽວຂ້ອງຈັດການຝຶກອົບຮົມກ່ຽວກັບການນຳໃຊ້ລະບົບປະກັນຄຸນນະພາບ ໃຫ້ສະຖານສຶກສາ.
  4. ນຳໃຊ້ມາດຕະຖານ, ຕົວຊີ້ບອກ ເຄື່ອງມືເການການປະເມີນຜົນ ແລະ ນິຕິກຳຕ່າງໆ ກ່ຽວກັບການປະກັນຄຸນນະພາບການສຶກສາພ້ອມທັງຊຸກຍູ້ການປະກັນຄຸນນະພາບພາຍໃນ ໃນສະຖານສຶກສາ.
  5. ຄຸ້ມຄອງຖານຂໍ້ມູນການປະກັນຄຸນນະພາບການສຶກສາ ອີງຕາມມາດຕະຖານຄຸ້ມຄອງຂໍ້ມູນ ຂອງຂະແໜງການສຶກສາ ແລະ ກິລາ.
  6. ຕິດຕາມ ແລະ ປະເມີນຄຸນນະພາບການສຶກສາພາຍໃນສະຖານການສຶກສາທັງພາກລັດ ແລະ ເອກະຊົນຕາມມາດຕະຖານທີ່ກຳນົດໄວ້.
  7. ຕິດຕາມ ແລະ ຊຸກຍູ້ການປະເມີນຄຸນນະພາບການສຶກສາພາຍໃນ-ພາຍນອກ ແລະ ສົ່ງເສີມການປະກັນຄຸນນະພາບຂອງສະຖານການສຶກສາ ທັງພາກລັດ ແລະ ເອກະຊົນພາຍໃນແຂວງ ນະຄອນຫຼວງ
  8. ລາຍງານການຈັດຕັ້ງປະຕິບັດງຽກງານຕ່າງໆ ທີ່ຕົ້ນຮັບຜິດຊອບເປັນປົກກະຕິ.
  9. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ
  • ຂອບເຂດສິດ:
  1. ສະເໜີຄວາມຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ;
  2. ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆທີ່ຕົນຮັບຜິດຊອບເປັນປົກກະຕິ.

ວິຊາການພາຍໃນຂະແໜງ

ທ່ານ ມີນາ ຈັນມະນີ

ຫົວໜ້າຂະແໜງ

ທ່ານ ນາງ ອຳໄພວັນ ສຸດາຈິດ

ຮອງຫົວໜ້າຂະແໜງ

ທ່ານ ພູດທະສອນ ສີສະຫວັດ

ວິຊາການ
Translate »
Scroll to Top