ຂະແໜງການສຶກສາກ່ອນໄວຮຽນ

ຫົວໜ້າຂະແໜງ

ໜ້າທີ່ຮັບຜິດຊອບ: ຊີ້ນຳລວມ

  1.  ນຳ​ພາ​ວຽກ​ງານ​ແນວ​ຄິດ​ການ​ເມືອງ, ການ​ຈັດ​ຕັ້ງ ແລະ ດ້ານ​ວິ​ຊາ​ການ​ພາຍ​ໃນ​ຂະ​ແໜງ
  2. ​ ຜັນຂະ​ຫຍາຍ ​ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ການ​ສຶກ​ສາ  ແລະ ກິ​ລາທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ຂອງຕົນ
  3. ຊີ້​ນຳ ແລະ ສ້າງ​ແຜນ​ພັດ​ທະ​ນາ ການ​ສຶກ​ສາ​ກ່ອນ​ໄວ​ຮຽນ    ( ແຜນ​ຍຸດ​ທະ​ສາດ, ບົດ​ສະຫຼຸບ​ ແລະ ທິດ​ທາງແຜນ​ການ​ປະ​ຈຳ​ປີ )​
  • ຊີ້​ນຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຝຶກ​ອົບ​ຮົມ ໃຫ້​ຄູ​ສອນ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ພາຍ​ໃນ​ແຂວງ
  • ຊີ້​ນຳ, ນຳ​ພາ ແລະ ຄຸ້ມ​ຄອງ​ສະ​ຖານ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ
  • ຊີ້​ນຳ ຄົ້ນ​ຄວ້າ​ຕຳ​ແໜ່ງວິ​ຊາ​ການ​ຄູ ສຳ​ລັບ​ການ​ສຶ​ກາ​ກ່ອນ​ໄວ​ຮຽນ
  • ຊີ້​ນຳ, ຊຸກ​ຍູ້ ແລະ ຕິດ​ຕາມ ກ​ານ​ສ້າງ​ໂຮງ​ຮຽນ​ຕົວ​ແບບ ສຳ​ລັບ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ​ພາຍ​ໃນ​ແຂວງ
  • ຕິດ​ຕາມ, ກວດ​ກາ ແລະ ປະ​ເມີນ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆ​ພາຍ​ໃນ​ຂະ​ແໜງ
  • ວຽກ​ງານ​ແຂ່ງ​ຂັນ​ຮັກ​ຊາດ ແລະ ພັດ​ທະ​ນາ
  • ປະ​ຕິ​ບັດ​ວຽກ​ງານ​ອື່ນໆ ຕາມ​ການມອບ​ໝາຍ​ຂອງ​ຫົວ​ໜ້າ​ພະ​ແນກ

 ( ຮອງຫົວໜ້າຂະແໜງ )

ໜ້າທີ່ຮັບຜິດຊອບ: ຊ່ວຍວຽກຫົວໜ້າຂະແໜງ, ລົງເລິກວຽກງານຊັ້ນອະນຸບານສຶກສາ

  1. ຊ່ວຍ​ຫົວ​ໜ້າ​ຂະ​ແໜງ​ໃນ​ການ​ນຳ​ພາ​ວຽກ​ງານ​ຮອບ​ດ້ານ​ຂອງ​ຂະ​ແໜງ​
  2. ຄົ້ນ​ຄ້​ວາ ແລະ ສ້າງ​ແຜນ​ພັດ​ທະ​ນາ​ວຽກ​ງານ​ການ​ສຶກ​​ສາ​ກ່ອນ​ໄວ​ຮຽນ​ທັງ​ພາກ​ລັດ ແ​ລະ ເອ​ກະ​ຊົນ
  3. ຄົ້ນ​ຄ້າ ແລະ ຕິດ​ຕາມ​ການ​ສ້າງ​ໂຮງ​ຮຽນ​ຕົວ​ແບບ
  4. ຊີ້​ນຳ ແລະ ຕິດ​ຕາມ​ການ​ຈັດ​ຕັ້ງ​ຝຶກ​ອົບ​ຮົມ ສຳ​ລັບ​ຄູ​ສອນ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ
  5. ຜັນ​ຂະ​ຫາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ ຂອງ​​ພະ​ແນກ​ທີ່​ກ່ຽວ​ຂ້ອງ​ກັບຂະ​ແໜງ
  6. ຄົ້ນ​ຄ້​ວາ​ຕຳ​ແໜ່ງວິ​ຊາ​ການ​ຄູ ສຳ​ລັບ​ການ​ສຶກ​ສາ​ກ່ອນ​ໄວ​ນ​ຮຽນ
  7. ​ຊີ້​ນຳ, ຕິດ​ຕາມ ແລະ ກວດ​ກາ​ການ​ປະ​ຕິ​ບັດ​ໂຄງ​ການຫຼັກ​ສູດ ຂອງ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ
  • ​ການ​ສະຫຼຸບ-ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽ​ຫງານ​ພາຍ​ໃນ​ຂະ​ແໜງ: ປະ​ຈຳ​ເດືອນ, 3 ເດືອນ ແລະ 6 ເດືອນ
  • ປະ​ສານ​ງານ​ກັບ​ພະ​ແນກ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ໂພ​ຊະ​ນາ​ການ
  • ປະ​ຕິ​ບັດ​ວຽກ​ງານ​ອື່ນໆ​ຕາມ​ການມອບ​ໝາຍ

ວິຊາການ

  • ໜ້າທີ່ຮັບຜິດຊອບ:  ​ວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນ
  • ວິ​ໄຈ​ຂໍ້​ມູນ, ສ້າງ​ແຜນ​ພັດ​ທະ​ນາ ແລະ ຂະ​ຫຍາຍ ສະ​ຖານ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ຮ່ວມ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ
  • ຊຸກ​ຍູ້, ຕິດ​ຕາມ ແລະ ປະ​ເມີນ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຫຼັກ​ສູດ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ
  • ຕິດ​ຕາມ ແລະ ປະ​ເມີນ​ຜົນ​ການ​ສ້າງ​ໂຮງ​ຮຽນ​ຕົວ​ແບບ​ ການ​ສຶກ​ສາ​ກ່ອນ​ໄວ​ຮຽນພາຍ​ໃນ​ແຂວງ
  • ​ຕິ​ຕາມ ແລະ ປະ​ເມີນ​ຜົນ​ການ​ສ້າງ​ຄູ​ປະ​ສົບ​ການ ສຳ​ລັບ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ພາຍ​ໃນ​ແຂວງ
  • ຕິດ​ຕາມ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ການ​ຝຶກ​ອົບ​ຮົມ​ຄູ​ສຳ​ລັບ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ ພາຍ​ໃນ​ແຂວງ
  • ຊີ້​ນຳ, ກວດ​ກາ, ຄຸ້ມ​ຄອງ​ຄູ​ສຶກ​ສາ​ນິ​ເທດ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ
  • ຄັ້ນ​ຄວ້າ, ຜັນ​ຂະ​ຫຍາຍ​ນິ​ຕິ​ກຳ​ຕ່າງໆ  ແລະ ​ເຄື່ອງ​ມື​ປະ​ເມີນ​ຜົນ ສະ​ຖານ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ
  • ຊີ້​ນຳ, ຕິດຕາມວຽກງານສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມໃນ​ໂຮງຮຽນ
  • ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆ​ທີ່​ຕົນ​ຮັບ​ຜິດ​ຊອບ​ໃຫ້​ຫົວ​ໜ້າ​ຂະ​ແໜງ​ເປັນ​ປົກ​ກະ​ຕິ
  • ປະ​ຕິ​ບັດ​ວຽກ​ງານ​ອື່ນໆ ​ຕາມ​ການມອບ​ໝາຍ

ວິຊາການ

  • ໜ້າທີ່ຮັບຜິດຊອບ:   ວຽກງານ ຊັ້ນລ້ຽງເດັກ
  • ສ້າງ, ປັບ​ປຸງ​ຖານ​ຂໍ້​ມູນ ແລະ ເກັບ​ກຳ​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ສຶກວ​ສາ​ກ່ອນ​ໄວ​ຮຽນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ ພາຍ​ໃນ​ແຂວງ ຮ່ວ​ມ​ກັບ​ພາກ​ສ່ວນ​ທີ່​ກ່ຽ​ວ​ຂ້ອງ
  • ຊຸກ​ຍູ້, ຕິດ​ຕາມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຫຼັກ​ສູດ ການ​ຮຽນການ​ສອນ​ຊັ້ນ​ລ້ຽງ​ເດັກ​ພາຍ​ໃນ​ແຂວງ
  • ຂຶ້ນ​ແຜນ​ຄວາມ​ຕ້ອງ​ການ ດ້ານ​ວັດ​ຖຸອຸ​ປະ​ກອນ, ເຄື່ອງຫຼິ້ນ​ທີ່​ຈຳ​ເປັນ​ໃຫ້​ແກ່​ເດັກ, ພ້ອມ​ທັງ​ຂຶ້ນ​ແຜນ​ງົບ​ປະ​ມານ​ຮັບ​ໃຊ້​ວຽກ​ງານ​ຕ່າງໆ ຂອງ​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ​ພາຍ​ໃນ​ແຂວງ
  • ປະ​ສານ​ສົມ​ທົ​ບ​ກັບ​ອຳ​ນາດ​ການ​ປົກ​ຄອງ​, ພໍ່​ແມ່​ຜູ້​ປົກ​ຄອງ​ຂອງ​ເດັກ​ໃນ​ການ​ສົມ​ທົບ​ທຶນ, ການ​ສົ່ງ​ເສີມ​ການ​ເບິ່ງ​ແຍງ, ລ້ຽງ​ດູ, ປົກ​ປ້ອງ, ສົ່ງ​ເສີ​ມ​ດ້ານ​ພັດ​ທະ​ນາ​ການ ແລະ ສຶກ​ສາ​ອົບຮົມ​ເດັກ ຊ່ວຍ​ທາງ​ໂຮງ​ຮຽນ
  • ຄຸ້ມ​ຄອງ​ເອ​ກະ​ສານ  ( ຂາ​ເຂົ້າ-ຂາ​ອອກ)
  • ວຽກ​ຂະ​ບວນ​ການໃນ​ວັນ​ສຳ​ຄັນ​ຕ່າງໆ  ແລະ ການປະ​ຊາ​ສຳ​ພັນ
  • ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆ​ທີ່​ຕົນ​ເອງ​ຮັບ​ຜິດ​ຊອບ ໃຫ້ຫົວ​ໜ້າ​ ແລະ ຮອງ​ຫົວ​ໜ້າ​ຂະແໜງ​ເປັນ​ປົກ​ກະ​ຕິ
  • ປະ​ຕິ​ບັດ​ວຽກ​ງານ​ອື່ນໆ ​ຕາມ​ການມອບ​ໝາຍ

ວິຊາການພາຍໃນຂະແໜງ

ທ່ານ ລັດສະໝີ ຄຸນພະຈັນສີ

ຫົວໜ້າຂະແໜງ

ທ່ານ ນ ສີພະຈັນ ລິນທະວົງ

ຮອງຫົວໜ້າຂະແໜງ

ທ່ານ ນ ຈິດສະຫວັນ ແກ້ວພິລາ

ວິຊາການ

ທ່ານ ນ ທອງວັນຄຳ ພອນຈະເລີນ

ວິຊາການ
Translate »
Scroll to Top