ຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.

ຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ

  • ໜ້າທີ່ຮັບຜິດຊອບ: ຊີ້ນໍາວຽກງານລົບລ້າງຄວາມບໍ່ຮູ້ໜັງສື.
  • ນໍາພາວຽກງານແນວຄິດການເມືອງ, ການຈັດຕັ້ງ ແລະ ດ້ານວິຊາການ ພາຍໃນຂະແໜງ.
  • ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຂອງພະແນກທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງຕົນ.
  • ຊີ້ນໍາ ການຈັດຕັ້ງປະຕິບັດການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ ແລະ ການສອບເສັງການລົບລ້າງຄວາມບໍ່ຮູ້ໜັງສື.
  • ຊີ້ນໍາ ຄັດເລືອກ ແລະ ຄຸ້ມຄອງ ຄູການສຶກສານອກໂຮງຮຽນ ແລະ ຄຸ້ມຄອງສູນຊຸມຊົນພາຍໃນບ້ານຕ່າງໆ.
  • ຄຸ້ມຄອງການອອກໃບຢັ້ງຢືນລົບລ້າງຄວາມບໍ່ຮູ້ໜັງສື.
  • ພົວພັນ ແລະ ປະສານງານກັບທຸກຂະແໜງພາຍໃນພະແນກ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນຕ່າງໆ ກ່ຽວກັບ

    ວຽກງານການສຶກສານອກໂຮງຮຽນ.

  • ຊຸກຍູ້ ແລະ ປຸກລະດົມຊຸມຊົນເຂົ້າຮ່ວມຂະບວນການລົບລ້າງຄວາມບໍ່ຮູ້ໜັງສື.
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວຫນ້າພະແນກ.
  • ຂອບເຂດສິດ
  • ຊີ້ນໍາວຽກງານລຶບລ້າງຄວາມບໍ່ຮູ້ໜັງສື.
  • ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບຫມາຍຂອງຫົວໜ້າພະແນກ.
  • ມອບໝາຍວຽກງານໃຫ້ຮອງຫົວຫນ້າຂະແໜງ ແລະ ພະນັກງານພາຍໃນຂະແໜງ.

ຮອງຫົວໜ້າຂະແໜງ

  • ໜ້າທີ່ຮັບຜິດຊອບ: ວຽກງານຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.
  • ຊ່ວຍຫົວໜ້າຂະແໜງໃນການນໍາພາວຽກງານຮອບດ້ານຂອງຂະແໜງ.
  • ຊ່ວຍຫົວໜ້າຂະແໜງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນການຂອງພະແນກທີ່ກ່ຽວຂ້ອງກັບຂະແໜງ.
  • ຮ່ວມກັບຫົວຫນ້າຂະແໜງໃນການສ້າງ, ຈັດຕັ້ງປະຕິບັດ ແລະ ສະຫຼຸບແຜນຂອງຂະແໜງ.
  • ຊີ້ນໍາ ການຈັດຕັ້ງປະຕິບັດການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ, ການນໍາໃຊ້ເຕັກໂນໂລຊີ – ເພື່ອການສຶກສາ, ການຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.
  • ຈັດຕັ້ງ, ຊີ້ນໍາ ແລະ ປະເມີນຜົນການສອບເສັງໃນສາຍການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ພ້ອມທັງຄຸ້ມຄອງການທຽບໂອນປະສົບການວິຊາຊີບຂັ້ນພື້ນຖານ.
  • ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບ ລາຍງານ ການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບເປັນປົກກະຕິ.
  • ປະຕິບັດວຽກງານອື່ນໆ ຕາມການມອບຫມາຍ.
  • ຂອບເຂດສິດ
  • ຊີ້ນໍາວຽກງານຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.
  • ສະເຫນີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ ແລະ ພະແນກ.
  • ປະຕິບັດໜ້າທີ່ຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນຕໍາແໜ່ງງານ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບຫມາຍຂອງຫົວຫນ້າຂະແໜງ ແລະ ພະແນກ.

ວິຊາການ

  • ໜ້າທີ່ຮັບຜິດຊອບ: ວຽກງານລົບລ້າງຄວາມບໍ່ຮູ້ໜັງສື.
  • ວາງແຜນພັດທະນາວຽກງານການລົບລ້າງຄວາມບໍ່ຮູ້ຫນັງສື;
  • ເກັບກໍາຂໍ້ມູນສະຖິຕິ ແລະ ວິໄຈ ກ່ຽວກັບວຽກງານ ລົບລ້າງຄວາມບໍ່ຮູ້ຫນັງສື ຮ່ວມກັບກັບພາກສ່ວນທີ່ກ່ຽວຂ້ອງ;
  • ສ້າງ, ຈັດຕັ້ງປະຕິບັດ ແລະ ສະຫຼຸບແຜນອາທິດ, ເດືອນ, ງວດ ແລະ ປີຂອງຂະແຫນງ;
  • ຈັດຕັ້ງການຄັດເລືອກ ຄູການສຶກສານອກໂຮງຮຽນ ເພື່ອສອນຫ້ອງລົບລ້າງຄວາມບໍ່ຮູ້ຫນັງສື ພ້ອມທັງຝຶກອົບຮົມ ແລະ ແນະນໍາການສອນ ໃຫ້ຄູການສຶກສານອກໂຮງຮຽນ;
  • ຕິດຕາມ ການຈັດຕັ້ງການຮຽນ-ການສອນ, ການປະຕິບັດເນື້ອໃນຫຼັກສູດ ແລະ ການສອບເສັງການລົບລ້າງຄວາມບໍ່ຮູ້ຫນັງສື;
  • ຄົ້ນຄວ້າ ແລະ ອອກໃບຢັ້ງຢືນການລົບລ້າງຄວາມບໍ່ຮູ້ຫນັງສື;
  • ເກັບກໍາ ແລະ ສ້າງຖານຂໍ້ມູນສະຖິຕິ ແລະ ເອກະສານຕ່າງໆກ່ຽວກັບວຽກງານ ການສຶກສານອກໂຮງຮຽນ;
  • ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ;
  • ປະຕິບັດວຽກງານອື່ນໆ ຕາມການມອບຫມາຍ.
  • ຂອບເຂດສິດ
  • ສະເຫີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ;
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໜາຍຂອງຫົວໜ້າຂະແໜງ ແລະ ພະແນກ.

ທ່ານ ບຸນໜາ ອິນທະແສງ ວິຊາການ

  • ໜ້າທີ່ຄວາມຮັບຜິດຊອບ
  • ສ້າງແຜນ ພັດທະນາວຽກງານ ບໍາລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.
  • ເກັບກໍາຂໍ້ມູນ ແລະ ສະຖິຕິ ວຽກງານບໍາລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
  • ຕິດຕາມ ການຈັດຕັ້ງການຮຽນ-ການສອນ, ການປະຕິບັດຫຼັກສູດ ແລະ ການສອບເສັງ, ການບໍາລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ.
  • ຄັດເລືອກຄູ ບໍາລຸງຍົກລະດັບການສຶກສາ ແລະ ຄູຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃນສາຂາຕ່າງໆ.
  • ປະເມີນຜົນການສອບເສັງໃນສາຍການສຶກສານອກໂຮງຮຽນ ພ້ອມທັງຄຸ້ມຄອງການທຽບໂອນປະສົບການວິຊາຊີບຂັ້ນພື້ນຖານ.
  •  ລາຍງານການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕົນຮັບຜິດຊອບ ເປັນປົກກະຕິ.
  •  ປະຕິບັດວຽກງານອື່ນໆ ຕາມການມອບໝາຍ.
  • ຂອບເຂດສິດ.
  • ສະເໜີຄໍາຄິດເຫັນຕ່າງໆ ເພື່ອປັບປຸງ ແລະ ພັດທະນາວຽກງານຂອງຂະແໜງ.
  • ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຕາມການມອບໝາຍ.
Translate »
Scroll to Top