ຫຼວງພະບາງ ຫາລືກະກຽມຄວາມພ້ອມໃນການຈັດສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2024

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ແຕ່ລະສູນຂອງສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ເມື່ອວັນທີ 1 ເມສາ 2024 ນີ້ທີ່ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ດາລາ ພະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຄະນະກໍາມະການ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຊັບ ບຸນທັນ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ສະບັບເລກທີ 198/ສກຂ.ຫຼບ, ລົງວັນທີ 27 ມີນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບວຽກງານການສອບເສັງລັດຖະກອນຄູ ປະຈໍາສົກຮຽນ 2023-2024, ຈາກນັ້ນ ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ກຽດຂື້ນລາຍງານການກະກຽມຄວາມພ້ອມວ່າ: ເພື່ອຈັດຕັ້ງປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 307/ສສກ, ລົງວັນທີ 29 ກຸມພາ 2024 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າການແບ່ງຕົວເລກ(ໂກຕ່າ) ແລະ ການກະກຽມສອບເສັງຄັດເລືອກ, ການຮັບ ແລະ ບັນຈຸລັດຖະກອນຄູໃໝ່ປະຈຳປີ 2024 ສະບັບເລກທີ 223/ຈຂ.ຫຼບ, ທົ່ວແຂວງຫຼວງພະບາງມີພະນັກງານລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາຈໍານວນ 4.050 ຄົນ, ຍິງ 2116 ຄົນ, ນອກນີ້ຍັງມີອາສາສະໝັກບໍລິຫານ ແລະ ຄູສອນແຕ່ປີ 2023-2024 ມີຈຳນວນ 476 ຄົນ, ໃນນີ້ບໍລິຫານ 9 ຄົນ. ຄະນະກຳມະການຮັບຜິດຊອບຂັ້ນພະແນກສຶກສາທິການ ແລະ ກິລາຄົ້ນຄວ້າຕົກລົງແບ່ງໂກຕ່າລັດຖະກອນຄູ 17 ຕົວເລກແບ່ງໃຫ້ເມືອງ, ນະຄອນ-ຫຼວງພະບາງ ແລະ ໂຮງຮຽນອ້ອມຂ້າງຄື: ໂຮງຮຽນອ້ອມຂ້າງພະແນກໄດ້ຕົວເລກຄູຊັ້ນມັດທະຍົມຈຳນວນ 3 ໂກຕ່າ, ນະຄອນ-ຫຼວງພະບາງຄູມັດທະຍົມຈຳນວນ 2 ໂກຕ່າ, ເມືອງຊຽງເງິນຄູອະນຸບານ 1 ໂກ່ຕ່າ, ເມືອງຈອມເພັດຄູອະນຸບານ 1 ໂກຕ່າ, ເມືອງປາກອູ ຄູປະຖົມ 1 ໂກຕ່າ, ເມືອງນານ ຄູປະຖົມ 1 ໂກຕ່າ.ເມືອງພູຄູນ ຄູປະຖົມ 1 ໂກຕ່າ.ເມືອງໂພນໄຊ ຄູອະນຸບານ 1 ໂກຕ່າ.ເມືອງປາກແຊງ ຄູປະຖົມ 1 ໂກຕ່າ.ເມືອງນໍ້າບາກ ຄູປະຖົມ 1 ໂກຕ່າ.ເມືອງງອຍ ຄູອະນຸບານ 1 ໂກຕ່າ. ເມືອງວຽງຄໍາ ຄູມັດທະຍົມຈຳນວນ 1 ໂກຕ່າ ແລະ ເມືອງໂພນທອງ 2 ໂກ່ຕ່າ ຄູປະຖົມ 1 ໂກຕ່າ ແລະ ຄູມັດທະຍົມ 1 ໂກຕ່າ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ການສອບເສັງຄັ້ງນີ້ວ່າ: ເພື່ອເຮັດໃຫ້ການສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ດໍາເນີນໄປຢ່າງມີປະສິດທິຜົນ ແລະ ປາສະຈາກທຸກປະກົດການຫຍໍ້ທໍ້ຕ່າງໆ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນເອົາໃຈ່ໃສ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ເຮັດຕາມຫຼັກການສະເໝີພາບ, ເປັນທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອຊອກໃຫ້ໄດ້ຄູສອນດີ-ສອນເກັ່ງ, ມີຄຸນສົມບັດດີ ໃນການປະກອບສ່ວນພັດທະນາບຸກຄະລາກອນໃຫ້ນັບມື້ມີຄຸນນະພາບດີຂື້ນ ແລະ ເປັນແບບຢ່າງທີ່ດີໃນສັງຄົມ.
Translate »
Scroll to Top