ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ

ໃນຕອນບ່າຍວັນທີ 20 ພຶດສະພາ 2022 ໄດ້ເປີດກອງປະຊຸມ ລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ ໂດຍທ່ານ ພູເຂົາກ້າ ສັກລໍຄຳ ອຳນວຍການສູນໄອຊີທີ ສູນກາງ
ໃນກອງປະຊຸມໄດ້ສະເໜີຈຸດປະສົງ ຂອງການລົງຕິດຕາມ, ຊຸກຍູ້ ແລະຊ່ວຍເຫລືອໃນຄັ້ງນີ້ແມ່ນ ເພື່ອເກັບຂໍ້ມູນສະພາບໃນການພັດທະນາ ແລະ ນໍາໃຊ້ ICT ເຂົ້າໃນການສຶກສາ ແລະ ກິລາໃນຂັ້ນແຂວງ ໂດຍສະເພາະແມ່ນດ້ານວິຊາການ ເພື່ອຖອດຖອນບົດຮຽນ ແລະ ການວາງແຜນພັດທະນາໃນຕໍ່ໜ້າ, ໃຫ້ການແນະນໍາ, ຊຸກຍູ້ ແລະ ຊ່ວຍເຫຼືອທາງດ້ານວິຊາການໃນການປະຕິບັດວຽກງານຕົວຈິງໃຫ້ແກ່ວິຊາການ ICT ຂັ້ນແຂວງ, ປຶກສາຫາລື ແລະ ແລກປ່ຽນບົດຮຽນບັນຫາອື່ນໆທີ່ກ່ຽວຂ້ອງ ແລະ ຈໍາເປັນດ້ານ ICT ຕໍ່ວຽກງານສຶກສາ ແລະ ກິລາ.
ຈາກນັ້ນ, ທ່ານ ຈັນທະລີ ອຸໄລສິດ ຮອງຜູ້ອຳນວຍການສູນໄອຊີທີ ພະແນກສຶກສາທິການແຂວງຫຼວງພະບາງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໄອຊີທີໃນໄລຍະຜ່ານມາ, ບັນຫາ ແລະ ສິ່ງທ້າທາຍ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ແລະ ແຜນພັດທະນາວຽກງານໄອຊີທີ ປີ 2023 ພ້ອມທັງຂໍ້ສະເໜີຕ່າງໆ. ໂອກາດນີ້ ຜູ້ແທນກອງປະຊຸມໄດ້ມີຄຳເຫັນແລກປ່ຽນໃນເຊີງວິຊາການຢ່າງກົງໄປກົງມາຮ່ວມກັນ ແລະ ໄດ້ແບ່ງກຸ່ມເຮັດວຽກຕາມໜ້າທີ່ຮັບຜິດຊອບຂອງໜ່ວຍງານພາຍໃນສູນ ເພື່ອແນະນຳວຽກຕົວຈິງ ແລະ ລົງເລິກທາງດ້ານວິຊາການແຕ່ລະໜ່ວຍງານ
ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອ້າຍນ້ອງວິຊາການສູນ ICT ຕັ້ງໃຈຍາດແຍ່ງເອົາບົດຮຽນນຳທີມງານໄອຊີທີສູນກາງທີ່ລົງຊຸກຍູ້ຊ່ວຍເຫລືອຄັ້ງນີ້ໃຫ້ໄດ້ຫລາຍທີ່ສຸດ ພ້ອມທັງນຳໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນຢ່າງມີຄວາມຮັບຜິດຊອບສູງ.
 

1 thought on “ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ”

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top