ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ

ສກຂ ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ(ຮູບແບບອອນລາຍ)
ເມື່ອວັນທີ່ 24 ມີນາ(03) 2022 ຜ່ານມາ ທີ່ພະແນກສືກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມ ຝຶກອົບຮົມການເຜີຍແຜ່ກິລາມວນຊົນຄົນພິການ(ຮູບອອນລາຍ) ໂດຍການເປັນປະທານຂອງທ່ານ ສີທາດ ຈັນທະບູລີ ຮອງປະທານ-ເລຂາທິການ ຄະນະກຳມະການພາຣາປິກແຫ່ງຊາດລາວ, ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ໂທມີໂກະ ມາເອຈິມະ ປະທານ ອົງການຄົນພິການອາຊີເພື່ອການພັດທະນາ, ທ່ານ ເອຕະ ຢາຊີໂຣະ ທີ່ປຶກສາ ອົງການ ຄົນພິການອາຊີເພື່ອການພັດທະນາ, ມີຄະນະຊີ້ນຳກິລາມວນຊົນຂອງແຂວງ 6 ທ່ານ, ພ້ອມດ້ວຍນັກສຳມະນາກອນ ແລະ ຄະນະຮັບຜິດຊອບຈາກອົງການຄົນພິກການອາຊີເພື່ອການພັດທະນ ແລະ ນັກກິລາ ຄົນພິການປະເພດຕ່າງໆ ເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາ ແລະ ປະເມີນຄືນ ກ່ຽວກັບການຝຶກອົບຮົມຄູເຝຶກຊ່ວຍເຫຼືອ ແລະ ສ້າງກິດຈະກຳສ້າງຄວາມເບີກບານມ່ວນຊື່ນເພື່ອເປັນການພັດທະນາການຂອງຄົນພິການໃນການຫຼິ້ນກິລາແຕ່ລະປະເພດ,ຜ່ານການຝຶກອົບຮົມເຜີຍແຜ່ກິລາຄົນພິການຈາກອົງການຄົນພິການອາຊີເພື່ອການພັດທະນາ ທົ່ວປະເທດ ຢູ່ແຂວງຫຼວງພະບາງເປັນເຈົ້າພາບໃນການຈັດກິດຈະກຳ, ຈາກນັ້ນໄດ້ ຮັບຟັງການເຜີຍຈາກຊ່ຽວຊານຢີ່ປຸ່ນ ແລະ ຈາກຄະນະຮັບຜິດຊອບຂອງຝ່າຍລາວ ປຶກສາຫາລືກ່ຽວກັບການເກັບກຳ ແລະ ກະຕຸກຊຸກຍູ້ວຽກງານກິລາຄົນພິການໃນທົ່ວປະເທດໃຫ້ເປັນຮູບເປັນຮ່າງໃນການພັດທະນາ ພ້ອມດຽວກັນນີ້ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນພັດທະນາກິລາຄົນພິການແຕ່ລະປະເພດໃຫ້ມີບາດກ້າວອັນໃໝ່.
ໂອກາດນີ້,ທ່ານ ວັນທອງແພງສະຫວັດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈມາຍັງອົງການຄົນພິການອາຊີເພື່ອການພັດທະນາຢີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍ ວຽກງານຕ່າງໆ ໂດຍສະເພາະວຽກງານການພັດທະນາກິລາຄົນພິການຢູ່ແຂວງຫຼວງພະບາງ ພ້ອມນີ້ ທ່ານຍັງຮຽກຮ້ອງໃຫ້ອົງການດັ່ງກ່າວຈົ່ງສືບຕໍ່ໃຫ້ການສະໜັບສະໜູນພັດທະນານັກກິລາຄົນພິການຢູ່ແຂວງຫຼວງພະບາງໃຫ້ມີທ່າກ້າວດີຂື້ນ ສາມາດກາຍເປັນນັກກິລາຂອງແຂວງ ແລະ ລະດັບຊາດໃນອານາຄົດໃຫ້ໄດ້.

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top