ສະຫະພັນແມ່ຍິງ ຮາກຖານ ສກຂ ຫຼວງພະບາງສະຫຼຸບຜົນງານ

ສະຫະພັນແມ່ຍິງ ຮາກຖານ ສກຂ ຫຼວງພະບາງສະຫຼຸບຜົນງານແຂ່ງຂັນຂະບວນການ 3 ດີປະຈຳປີີ 2020-2021

ສະຫະພັນແມ່ຍິງ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ(ສກຂ)ໄດ້ຈັດກອງປະຊຸມສະຫຼຸບຜົນງານແຂ່ງຂັນຂະບວນການ 3 ດີປະຈຳປີ 2020-2021 ແລະ ຈັບມືແຂ່ງຂັນຂະບວນການປະຈຳປີ 2021-2022 ເມື່ອວັນທີ 1 ເມສາ 2022 ຜ່ານມາທີ່ພະແນກດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວສອນ ໄຊຍະໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ບົວທອງ ຕັນແສນສີ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ບົວລຽນ ຈັນທະວົງ ປະທານສະຫະພັນແມ່ຍິງພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ຕາງໜ້າຈາກອົງການຈັດຕັ້ງກຳມະບານ-ຊາວໜຸ່ມ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ບົວລຽນ ຈັນທະວົງໄດ້ກ່າວລາຍງານໃຫ້ຮູ້ວ່າ: ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ມີສະມາຊິກທັງໝົດ 38 ສະຫາຍ, ຕະຫຼອດໄລະຍາ 1 ປີຜ່ານມາຄະນະຮາກຖານສະຫະພັນແມ່ຍິງໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງມີທ່າດີຂື້ນ ແລະ ໄດ້ຮ່ວມຊີວິດຂອງຮາກຖານ ແລະ ຈຸຢ່າງເປັນປົກກະຕິໂດຍນຳເອົາເນື້ອໃນຂໍ້ແຂ່ງຂັນ 3 ດີມາເປັນຫົວຂໍ້ສຳຫຼວດຕຳນິສົ່ງຂ່າວຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເປັນບ່ອນອີໃນການຈັດປະເພດແມ່ຍິງ 3 ດີ ແລະ ສະເໜີຂໍໃບຍ້ອງຍໍຂັ້ນຕ່າງໆ, ຜ່ານຂະບວນການແຂ່ງຂັນສາມາດປະເມີນຜົນໄດ້ບຸກຄົນພົນລະເມືອດີເດັ່ນ ຈຳນວນ 36 ສະຫາຍ ກວມເອົາ 97,29%, ນອກຈາກການປະຕິບັດລະບຽບຂອງສະຫະພັນແມ່ຍິງ, ລະບຽບຂອງກົມກອງແລ້ວສະມາຊິກສະຫະພັນແມ່ຍິງໄດ້ເອົາໃຈໃສ່ດຸໝັ່ນໃນການອອກແຮງງານສ້າງເສດຖະກິດຄອບຄົວເຂັ້ມແຂງ, ສ້າງແຫຼ່ງລາຍຮັບຕາມຄວາມສາມາດໃຫ້ສູງຂື້ນເລື້ອຍໆ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງຄອບຄົວ ແລະ ສ້າງຄອບຄົວຕົວແບບໄດ້ຈຳນວນ 4 ສະຫາຍ ແລະ ເລືອກໄດ້ບຸກຄົນສ້າງຄອບຄົວດີ ຈຳນວນ 37 ສະຫາຍກວມ 97,29%, ຄະນະດຽວກັນ ໄດ້ມີຕາງໜ້າສະຫະພັນແມ່ຍິງຮາກຖານພະແນກໄດ້ຂື້ນຈັບມືແຂ່ງຂັນຜົນງານໃນປີ 2021-2022, ຈາກນັ້ນ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 029/ສສຍລ, ລົງວັນທີ 08 ກຸມພາ 2021 ວ່າດ້ວຍການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ສະໄໝ VII (2016-2020), ຂໍ້ຕົກລົງຂອງສະຫະພັນແມ່ຍິງແຂວງ ສະບັບເລກທີ 238/ສຍຂ.ຫຼບ, ລົງວັນທີ 17 ມີນາ 2022 ວ່າດ້ວຍການມອບໃບຍ້ອງຍໍ 3 ດີໃຫ້ແກ່ຮາກຖານສະຫະພັນແມ່ຍິງພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງປະຈຳປີ 2021.

ໂອກາດດັ່ງກ່າວ, ທ່ານ ນາງ ບົວສອນ ໄຊຍະໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງທີ່ໄດ້ພ້ອມກັນທຸມເທເຫື່ອແຮງປະກອບສວ່ນເຂົ້າໃນວຽກງານຕ່າງໆຕະຫຼອດໄລຍະຜ່ານມາ ສາມາດມີຜົນງານດີເດັ່ນຫຼາຍດ້ານ ຄຽງຄູ່ກັບຂະບວນການແຂ່ງຂັນແມ່ຍິງ 3 ດີນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກສະຫະພັນແມ່ຍິງທຸກຄົນຈົ່ງໄດ້ພ້ອມກັບສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີວຽກງານວິຊາສະເພາະ, ລະບຽບວິໄນຂອງສະຫະພັນແມ່ຍິງຢ່າງເຂັ້ມງວດ, ສືບຕໍ່ພັດທະນາສ້າງຄອບຄົວໃຫ້ເຂັ້ມແຂງ ກາຍເປັນຄອບຄົວຕົວແບບໃຫ້ຫຼາຍຂື້ນກວ່າເກົ່າ,ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸງເຮືອງ ແລະ ສີວິໄລ.

ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top