ປະກາດນາມມະຍົດຂະບວນການແຂ່ງຂັນ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021

ກຳມະບານຮາກຖານ ພະແນກສຶກສາແລະກິລາແຂວງ ຫລວງພະບາງ ປະກາດນາມມະຍົດຂະບວນການແຂ່ງຂັນ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021
ກໍາມະບານຮາກຖານພະແນກສຶກສາແລະກິລາແຂວງຫຼວງພະບາງ ໄດ້ຈັດພິທີຮັບຮອງ ແລະ ປະກາດນາມມະຍົດ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021 ເມື່ອວັນທີ 24 ພຶດສະພາ 2022 ຜ່ານມານີ້ ທີ່ພະແນກດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຍືນນາມມະຍົດ 5 ເປັນເຈົ້າ ຂອງທ່ານ ສົມສັກ ອ່ອນຈັນ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ, ມີທ່ານ ຊາຍສະຫວັນ ຈັນມານິດ ເລຂາຄະນະພັກຮາກຖານ ຮອງຫົວຫນ້າພະແນກສຶກສາແລະກິລາແຂວງ, ທ່ານ ວັນທອງ ແພງສະຫວັດ ປະທານກໍາມະບານຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານແຂວງ ຫົວໜ້າຂະແໜງຂະບວນການແຂ່ງຂັນ-ຍ້ອງຍໍ ພ້ອມດ້ວຍສະມາຊິກກຳມະບານພາຍໃນຮາກຖານພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວັນທອງ ແພງສະຫວັດ ປະທານກໍາມະບານຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ກໍາມະບານຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ມີສະມາຊິກທັງໝົດ 102 ຄົນ, ຍິງ 41 ຄົນ, ປະກອບມີຄະນະບໍລິຫານງານ 03 ສະຫາຍ, ຍິງ 0 ສະຫາຍ, ປະທານ 01 ສະຫາຍ, ຮອງປະທານ 2 ສະຫາຍ, ມີ 9 ໜ່ວຍທີ່ຂຶ້ນກັບກໍາມະບານຮາກຖານ, ສະມາຊິກກໍາມະບານທີ່ເຂົ້າອົງການຈັດຕັ້ງພັກ ແລະ ມະຫາຊົນ ມີສະມາຊິກພັກ 73 ສະຫາຍ, ຍິງ 25 ສະຫາຍ, ຊາວໜຸມປະຊາຊົນປະຕິວັດລາວ 53 ສະຫາຍ, ຍິງ 27 ສະຫາຍ, ແມ່ຍິງ 39 ສະຫາຍ ຕະຫຼອດໄລຍະຜ່ານມາຄະນະກຳມະບານຮາກຖານ ໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິກອງປະຊຸມໃຫຍ່, ຂໍ້ກໍານົດກົດລະບຽບຕ່າງໆ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ໂດຍໄດ້ສຸມໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກກໍາມະບານ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ມະຕິຄໍາສັ່ງຕ່າງໆ, ຜ່ານການສຶກສາອົມຮົມ ເຫັນວ່າສະມາຊິກທຸກສະຫາຍໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີອຸດົມຄະຕິປະຕິວັດ ມີນ້ຳໃຈຮັກຊາດ, ມີຄວາມໜັກແໜ້ນທາງດ້ານການເມືອງ ແນວຄິດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີລະບຽບແບບແຜນໃນການດໍາລົງຊີວິດແບບປອດໃສຂາວສະອາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພ້ອມກັນປະຕິບັດໜ້າທີ່ ວິຊາສະເພາະ ສຳເລັດຜົນຕາມການທີ່ວາງໄວ້ ສາມາດຕີລາຄາລວມຂະບວນການແຂ່ງຂັນ 5 ເປັນເຈົ້າໄດ້ຄື: ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ ບັນລຸໄດ້ 94%,ເປັນເຈົ້າການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດບັນລຸໄດ້ 93%,ເປັນເຈົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພະນັກງານບັນລຸໄດ້ 93%, ເປັນເຈົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພະນັກງານບັນລຸໄດ້ 93%, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ບັນລຸໄດ້ 93%. ພ້ອມດຽວກັນນີ້, ທ່ານ ບຸນທະວີ ຜົນສະຫວັດ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ຫົວໜ້າຂະແໜງຂະບວນການແຂ່ງຂັນ-ຍ້ອງຍໍ ໄດ້ຜ່ານຂໍ້ຕົກລົງຂອງປະທານສະຫະພັນກໍາມະບານແຂວງ ສະບັບເລກທີ 370/ກບຂ-ຫຼບ, ລົງວັນທີ 23 ມີນາ 2022 ວ່າດ້ວຍການມອບໃບຢັ້ງຢືນກໍາມະບານ 5 ເປັນເຈົ້າ, ຈາກນັ້ນ ຜູ້ຕາງໜ້າສະມາຊິກກຳມະບານຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄດ້ພ້ອມກັນຈັບມືເພື່ອເປິດບັ້ນຂະບວນການແຂ່ງຂັນ 5 ເປັນເຈົ້າ ໃນຕໍ່ຫນ້າຢ່າງເປັນທາງການ.
ໂອກາດດັ່ງກ່າວ, ທ່ານ ສົມສັກ ອ່ອນຈັນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ຜົນສຳເລັດຫຼາຍດ້ານທີ່ທາງຄະນະກຳມະບານຮາກຖານຍາດມາໄດ້ໃນໄລຍະຜ່ານມາ ພ້ອມດຽວກັນນີ້ທ່ານຍັງຮຽກຮ້ອງມາຍັງສະມາຊິກກຳມະບານທຸກສະຫາຍຈົ່ງໄດ້ເພີ້ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ໜັກແໜ້ນທາງດ້ານການຄຸນທາດການເມືອງ ແລະ ຍົກສູງຄວາມຮັບຜິດຊອບຕໍ່່ໜ້າທີ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ ສືບສ້າງຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຄວາມຍືນຍົງແລະ ໄດ້ໃນແຕ່ລະປີ.
ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ
 

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top