ນະຄອນ-ຫຼວງພະບາງ ເປີດບັ້ນການຮຽນ-ການສອນ ວິຊາສຶກສາປ້ອງກັນຕົວ(ປກສ-ປກຊ)

ຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງໄດ້ເປີດບັ້ນການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວ(ປກສ-ປກຊ)ປະຈຳສົກຮຽນ 2021-2022 ພິທີດັ່ງກ່າວໄດ້ຈັດຂື້ນເມື່ອວັນທີ 2 ມິຖຸນາ 2022 ນີ້, ທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ປ.ອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ ປກສ-ປກຊ ນະຄອນ-ຫຼວງພະບາງ, ອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ, ນ້ອງນັກຮຽນ ຕະຫຼອດແຂກຖືກເຊີນເຂົ້າຮ່ວມ.
ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງກ່າວລາຍງານໃຫ້ຮູ້ວ່າ: ການຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) ສົກຮຽນ 2021-2022 ຄັ້ງນີ້ໄດ້ແບ່ງອອກເປັນ 6 ສູນຄື: ສູນ ມສ ສັນຄິພາບ, ສູນ ມສ ເດັກກໍ່າພ້າ, ສູນ ມສ ເມືອງຂາຍ, ສູນ ມສ ປາກເຊືອງ, ສູນ ມຕ ຊຽງມວກ ແລະ ສູນ ມຕ ບ້ານຄອຍ, ສຳລັບວິຊາປ້ອງກັນຄວາມສະຫງົບ(ປກສ)ແມ່ນຮຽນຢູ່ສະເພາະແຕ່ລະໂຮງຮຽນ ລວມມີ 9 ໂຮງຮຽນ, ໂຮງຮຽນຊັ້ນມັດທະຍົມສຶກສາທີ່ໄດ້ນຳໃຊ້ຫຼັກສູດ ສຶກສາວິຊາພື້ນຖານປ້ອງກັນຕົວ(ປກສ-ປກຊ) ມີທັງໝົດ 12 ແຫ່ງ ລວມມີນັກຮຽນທັງໝົດ 3.297 ຄົນ, ຍິງ 1.599 ຄົນ, ມີຄະນະຮັບຜິດຊອບຈາກຫ້ອງການສຶກສາທິການ ແລະ ກິລານະຄອນ-ຫຼວງພະບາງຈຳນວນ 12 ທ່ານ, ຍິງ 5 ທ່ານ, ຄູຝຶກຈາກກອງບັນຊາການທະຫານນະຄອນ ຈຳນວນ 16 ທ່ານ, ຄູຝຶກຈາກກອງບັນຊາການປ້ອງກັນຄວາມສະຫງົົບນະຄອນ 26 ທ່ານ, ຍິງ 1 ທ່ານ, ຈາກນັ້ນ ທ່ານ ພັຕ ຕັນທີ ດວງພະຈັນ ຮອງຫົວໜ້າກອງບັັນຊາການທະຫານນະຄອນ-ຫຼວງພະບາງໄດ້ຂື້ນຜ່ານແຜນການອົບຮົມວຽກງານສຶກສາວິຊາພື້ນຖານປ້ອງກັນຕົວ.
ໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ໄດ້ໃຫ້ກຽດມີຄຳເຫັນໂອລົ້ມ ເຊີ່ງທ່ານໄດ້ກ່າວວ່າ: ການຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) ສົກຮຽນ 2021-2022 ຄັ້ງນີ້ເປັນຄັ້ງທີ IX ຂອງນະຄອນຫຼວງພະບາງ ເພື່ອເຮັດໃຫ້ການຮຽນ-ການສອນດັ່ງກ່າວໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ທ່ານໄດ້ຮຽກຮ້ອງມາຍັງວິທະຍາກອນ ແລະ ນ້ອງນັກຮຽນທຸກຄົນຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດລະບຽບວິໄນ, ມີຄວາມຮັບຜິດຊອບສູງໃນການຮໍ່າຮຽນ-ຮຽນໃຫ້ມີຄຸນນະພາບ, ໄດ້ຮັບຜົນດີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພ້ອມກັນນຳເອົາບົດຮຽນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ, ມີສະຕິລະວັງຕົວສູງຕໍ່ກົນອຸບາຍຂອງສັດຕູ ແລະ ກຽມພ້ອມຮັບໃຊ້ປະເທດຊາດຕາມຄວາມຮຽກຮ້ອງຕ້ອງການ

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top