Author name: edust

ນະຄອນ-ຫຼວງພະບາງ ເປີດບັ້ນການຮຽນ-ການສອນ ວິຊາສຶກສາປ້ອງກັນຕົວ(ປກສ-ປກຊ)

ຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງໄດ້ເປີດບັ້ນການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວ(ປກສ-ປກຊ)ປະຈຳສົກຮຽນ 2021-2022 ພິທີດັ່ງກ່າວໄດ້ຈັດຂື້ນເມື່ອວັນທີ 2 ມິຖຸນາ 2022 ນີ້, ທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ປ.ອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງ, ທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ ປກສ-ປກຊ ນະຄອນ-ຫຼວງພະບາງ, ອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ, ນ້ອງນັກຮຽນ ຕະຫຼອດແຂກຖືກເຊີນເຂົ້າຮ່ວມ. ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງກ່າວລາຍງານໃຫ້ຮູ້ວ່າ: ການຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) ສົກຮຽນ 2021-2022 ຄັ້ງນີ້ໄດ້ແບ່ງອອກເປັນ 6 ສູນຄື: ສູນ […]

ນະຄອນ-ຫຼວງພະບາງ ເປີດບັ້ນການຮຽນ-ການສອນ ວິຊາສຶກສາປ້ອງກັນຕົວ(ປກສ-ປກຊ) Read More »

ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນ

ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ” ເມື່ອວັນທີ30 ພຶດສະພາ 2022 ທີ່ພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ກອງປະຊຸມສະ ເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ”ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະກິລາແຂວງ, ທ່ານ ສີສະຫວາດ ຍີ່ລັດໄຈ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັທະນະທຳ ແລະ ທ່ອງທ່ຽວແຂວງ, ມີຫົວໜ້າຫ້ອງການມໍລະດົກ, ຮອງຫົວຫນ້າພະແນກສຶກສາທີການ ແລະກິລາ, ຫົວໜ້າ, ຮອງຫົວໜ້າຂະແໜງການສຶກສາທີ່ກ່ຽວຂ້ອງ, ຄູປະສົບການທີ່ຂຽນຫຼັກສູດເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະເໜີໂຄງການຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ” ເຊິ່ງໂຄງການນີ້ມີຈຸດປະສົງ ເພື່ອເປັນການເກັບກຳຂໍ້ມູນ ແລະເອກະສານຕ່າງໆທີ່ກ່ຽວຂ້ອງກັບນະຄອນຫຼວງພະບາງໄວ້ໃຫ້ຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າ, ທັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດເວົ້າລວມ ເວົ້າສະເພາະກໍຄືຂອງຊາວນະຄອນຫຼວງພະບາງໃຫ້ຍືນຍົງຕະຫຼອດໄປ.ພ້ອມທັງເປັນການປູກຈິດສຳນຶກໃຫ້ຄູ ແລະ ນັກຮຽນຮູ້ຈັກຮັກບ້ານເກີດເມືອງນອນຂອງຕົນເອງ ແລະຮູ້ວິທີການຈັດຕັ້ງປະຕິບັດຮີດຄອງປະເພນີຕ່າງໆຢ່າງຖືກຕ້ອງ ແລະມີເຫດມີຜົນ. ຜົນທີ່ໄດ້ຮັບຂອງໂຄງການກໍ່ຄື ຄູ ແລະ ນັກຮຽນໃນໂຮງຮຽນສາມັນສຶກສາ ທັງຊັ້ນປະຖົມ ແລະມັດທະຍົມຈະໄດ້ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາຂອງນະຄອນຫຼວງພະບາງ,

ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນ Read More »

ປະກາດນາມມະຍົດຂະບວນການແຂ່ງຂັນ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021

ກຳມະບານຮາກຖານ ພະແນກສຶກສາແລະກິລາແຂວງ ຫລວງພະບາງ ປະກາດນາມມະຍົດຂະບວນການແຂ່ງຂັນ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021 ກໍາມະບານຮາກຖານພະແນກສຶກສາແລະກິລາແຂວງຫຼວງພະບາງ ໄດ້ຈັດພິທີຮັບຮອງ ແລະ ປະກາດນາມມະຍົດ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021 ເມື່ອວັນທີ 24 ພຶດສະພາ 2022 ຜ່ານມານີ້ ທີ່ພະແນກດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຍືນນາມມະຍົດ 5 ເປັນເຈົ້າ ຂອງທ່ານ ສົມສັກ ອ່ອນຈັນ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ, ມີທ່ານ ຊາຍສະຫວັນ ຈັນມານິດ ເລຂາຄະນະພັກຮາກຖານ ຮອງຫົວຫນ້າພະແນກສຶກສາແລະກິລາແຂວງ, ທ່ານ ວັນທອງ ແພງສະຫວັດ ປະທານກໍາມະບານຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານແຂວງ ຫົວໜ້າຂະແໜງຂະບວນການແຂ່ງຂັນ-ຍ້ອງຍໍ ພ້ອມດ້ວຍສະມາຊິກກຳມະບານພາຍໃນຮາກຖານພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ

ປະກາດນາມມະຍົດຂະບວນການແຂ່ງຂັນ 5 ເປັນເຈົ້າ ຄັ້ງທີ II ປະຈຳປີ 2021 Read More »

ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ

ໃນຕອນບ່າຍວັນທີ 20 ພຶດສະພາ 2022 ໄດ້ເປີດກອງປະຊຸມ ລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ ໂດຍທ່ານ ພູເຂົາກ້າ ສັກລໍຄຳ ອຳນວຍການສູນໄອຊີທີ ສູນກາງ ໃນກອງປະຊຸມໄດ້ສະເໜີຈຸດປະສົງ ຂອງການລົງຕິດຕາມ, ຊຸກຍູ້ ແລະຊ່ວຍເຫລືອໃນຄັ້ງນີ້ແມ່ນ ເພື່ອເກັບຂໍ້ມູນສະພາບໃນການພັດທະນາ ແລະ ນໍາໃຊ້ ICT ເຂົ້າໃນການສຶກສາ ແລະ ກິລາໃນຂັ້ນແຂວງ ໂດຍສະເພາະແມ່ນດ້ານວິຊາການ ເພື່ອຖອດຖອນບົດຮຽນ ແລະ ການວາງແຜນພັດທະນາໃນຕໍ່ໜ້າ, ໃຫ້ການແນະນໍາ, ຊຸກຍູ້ ແລະ ຊ່ວຍເຫຼືອທາງດ້ານວິຊາການໃນການປະຕິບັດວຽກງານຕົວຈິງໃຫ້ແກ່ວິຊາການ ICT ຂັ້ນແຂວງ, ປຶກສາຫາລື ແລະ ແລກປ່ຽນບົດຮຽນບັນຫາອື່ນໆທີ່ກ່ຽວຂ້ອງ ແລະ ຈໍາເປັນດ້ານ ICT ຕໍ່ວຽກງານສຶກສາ ແລະ ກິລາ. ຈາກນັ້ນ, ທ່ານ ຈັນທະລີ ອຸໄລສິດ ຮອງຜູ້ອຳນວຍການສູນໄອຊີທີ ພະແນກສຶກສາທິການແຂວງຫຼວງພະບາງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໄອຊີທີໃນໄລຍະຜ່ານມາ, ບັນຫາ ແລະ ສິ່ງທ້າທາຍ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ

ກອງປະຊຸມ ການລົງຕິດຕາມ,ຊຸກຍູ້ວຽກງານໄອຊີທີຂັ້ນແຂວງ/ນະຄອນຫຼວງ Read More »

ເຊັນບົດບັນທຶກຂໍ້ຕົກລົງການສ້າງຕາໜ່າງເຄືອຂ່າຍປົກປ້ອງເດັກຢູ່ແຂວງຫຼວງພະບາງ

ວັນທີ່ 16 ພຶດສະພາ 2022 ນີ້ ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ໄດ້ມີພິທີເຊັນບົດບັນທຶກ ຂໍ້ຕົກລົງ ການສ້າງຕາໜ່າງເຄືອຂ່າຍ ປົກປ້ອງເດັກ ຢູ່ແຂວງຫຼວງພະບາງ, ມີ ທ່ານ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພອນໄຊ ອິນທະລືໃຊ ຫົວໜ້າສະມາຄົມສົ່ງເສີມທັກສະຊີວິດເດັກນ້ອຍ ແລະ ໄວໜຸ່ມ(ສສດວ), ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະຄູສອນ 10 ໂຮງຮຽນເປົ້າໝາຍເຂົ້າຮ່ວມ. ທ່ານ ພອນໄຊ ອິນທະລືໃຊ ມີຄຳເຫັນວ່າ: ຈຸດປະສົງຂອງໂຄງການແມ່ນ ເພື່ອສ້າງຕາໜ່າງເຄື່ອຂ່າຍປົກປ້ອງເດັກ ໂດຍການເຜີຍແຜ່ຂໍ້ມູນ, ການນຳໃຊ້ຄູມືແນວທາງແຫ່ງຊາດກ່ຽວກັບ ການພັດທະນາທັກສະຊີວິດເດັກ ແລະໄວໜຸ່ມຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມຍິງ ແລະເດັກນ້ອຍ, ໃຫ້ແກ່ກຸ່ມເປົ້າໝາຍໃນທ້ອງຖິ່ນ, ໂຮງຮຽນມັດທະຍົມ, ເພື່ອເປັນການເພີ່ມຄວາມຮູ້ກ່ຽວກັບ ການປົກປ້ອງເດັກໃຫ້ບັນດາຄູ່ຮ່ວມງານ, ສະໜັບສະໜູນເດັກນ້ອຍ ແລະຊາວໜຸ່ມ, ເພີ່ມຄວາມຮູ້ໃຫ້ແກ່ຄະນະສຶກສາທິການ ແລະກິລາເມືອງ,

ເຊັນບົດບັນທຶກຂໍ້ຕົກລົງການສ້າງຕາໜ່າງເຄືອຂ່າຍປົກປ້ອງເດັກຢູ່ແຂວງຫຼວງພະບາງ Read More »

ໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ

ໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ໄດ້ຈັດກອງປະຊຸມ ນຳສະເໜີຜົນຂອງການປະເມີນໂຄງການທ້າຍປີ ທຽບກັບເບື້ອງຕົ້ນ ແລະ ທ້າຍໂຄງການ ໃນວັນທີ 9 ພຶດສະພາ 2022 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງ ນໍ້າບາກ, ທ່ານ ອຳຄາ ແກ້ວອຳພອນ ຮອງເຈົ້າເມືອງໂພນທອງ, ມີ ທ່ານຫົວໜ້າໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ປະຈຳແຂວງຫຼວງພະບາງ, ທ່ານ ຫົວໜ້າ-ຮອງຫົວໜ້າຂະແໜງກ່ອນໄວຮຽນພະແນກສອກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າໜວຍງານ, ພະນັກງານຈາກໂຄງການ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ທອງຈັນ ລັນສີ ຫົວໜ້າໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ ປະຈຳແຂວງຫຼວງພະບາງ ໄດ້ນຳສະເໜີສະພາບລວມຂອງໂຄງການໂດຍຫຍໍ້ວ່າ: ຮູບແບບຂອງການສຶກສາກ່ອນໄວຮຽນ ກຸ່ມພັດທະນາເດັກໃນຊຸມຊຸົນ ຫ້ອງກຽມປະຖົມ ແລະ ສອນຫ້ອງຄວບ ມີ 27

ໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ Read More »

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ເຊັນບົດບັນທຶກ

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ສາຂາ ຫຼວງພະບາງ (ຢູນີເທວ) ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຮອບດ້ານ ຫັນເປັນດີຈິຕ໋ອນ ກ່ຽວກັບການບໍລິຫານ ລັດແບບເອເລັກໂຕນິກ ແລະ ເຊັນບົດບັນທຶກການນຳໃຊ້ລະບົບບໍລິຫານຄຸ້ມຄອງໂຮງຮຽນ (Laos Edu). ພິທີດັ່ງກ່າວ ໄດ້ມີຂື້ນໃນຕອນບ່າຍຂອງວັນທີ 6 ພຶດສະພາ 2022 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ແລະ ໃຫ້ການລົງນາມເຊັນບົດບັນທຶກ ໂດຍ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ

ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ເຊັນບົດບັນທຶກ Read More »

ສະຫະພັນແມ່ຍິງ ຮາກຖານ ສກຂ ຫຼວງພະບາງສະຫຼຸບຜົນງານ

ສະຫະພັນແມ່ຍິງ ຮາກຖານ ສກຂ ຫຼວງພະບາງສະຫຼຸບຜົນງານແຂ່ງຂັນຂະບວນການ 3 ດີປະຈຳປີີ 2020-2021 ສະຫະພັນແມ່ຍິງ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ(ສກຂ)ໄດ້ຈັດກອງປະຊຸມສະຫຼຸບຜົນງານແຂ່ງຂັນຂະບວນການ 3 ດີປະຈຳປີ 2020-2021 ແລະ ຈັບມືແຂ່ງຂັນຂະບວນການປະຈຳປີ 2021-2022 ເມື່ອວັນທີ 1 ເມສາ 2022 ຜ່ານມາທີ່ພະແນກດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວສອນ ໄຊຍະໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ບົວທອງ ຕັນແສນສີ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ບົວລຽນ ຈັນທະວົງ ປະທານສະຫະພັນແມ່ຍິງພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ຕາງໜ້າຈາກອົງການຈັດຕັ້ງກຳມະບານ-ຊາວໜຸ່ມ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານພະແນກເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ນາງ ບົວລຽນ ຈັນທະວົງໄດ້ກ່າວລາຍງານໃຫ້ຮູ້ວ່າ: ສະຫະພັນແມ່ຍິງຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ມີສະມາຊິກທັງໝົດ 38

ສະຫະພັນແມ່ຍິງ ຮາກຖານ ສກຂ ຫຼວງພະບາງສະຫຼຸບຜົນງານ Read More »

ສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ ສົກຮຽນ 2021-2022

ແຂວງຫຼວງພະບາງ ສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ ສົກຮຽນ 2021-2022 ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຈັດການສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ(ຊັ້ນ ມ.4 ແລະ ມ.7) ສົກຮຽນ 2021-2022 ໃນວັນທີ 31 ມີນາ 2022 ນີ້ ທີ່ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຄະນະກຳມະການຍາມຫ້ອງສອບເສັງ, ຄູນຳພາ ແລະ ນ້ອງນັກສອບເສັງເຂົ້າຮ່ວມ 140 ກວ່າຄົນ. ໃນພິທີ, ທ່ານ ນາງ ພອນພິຈິດ ສີສຸດາຈັນ ຮັກສາການຮອງຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງດຳເນີນການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ຕອນປາຍ ມ7

ສອບເສັງຄັດເລືອກນັກຮຽນເກັ່ງ ສາຍສາມັນທົ່ວແຂວງ ສົກຮຽນ 2021-2022 Read More »

ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ

ສກຂ ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ(ຮູບແບບອອນລາຍ) ເມື່ອວັນທີ່ 24 ມີນາ(03) 2022 ຜ່ານມາ ທີ່ພະແນກສືກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມ ຝຶກອົບຮົມການເຜີຍແຜ່ກິລາມວນຊົນຄົນພິການ(ຮູບອອນລາຍ) ໂດຍການເປັນປະທານຂອງທ່ານ ສີທາດ ຈັນທະບູລີ ຮອງປະທານ-ເລຂາທິການ ຄະນະກຳມະການພາຣາປິກແຫ່ງຊາດລາວ, ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ໂທມີໂກະ ມາເອຈິມະ ປະທານ ອົງການຄົນພິການອາຊີເພື່ອການພັດທະນາ, ທ່ານ ເອຕະ ຢາຊີໂຣະ ທີ່ປຶກສາ ອົງການ ຄົນພິການອາຊີເພື່ອການພັດທະນາ, ມີຄະນະຊີ້ນຳກິລາມວນຊົນຂອງແຂວງ 6 ທ່ານ, ພ້ອມດ້ວຍນັກສຳມະນາກອນ ແລະ ຄະນະຮັບຜິດຊອບຈາກອົງການຄົນພິກການອາຊີເພື່ອການພັດທະນ ແລະ ນັກກິລາ ຄົນພິການປະເພດຕ່າງໆ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ປະເມີນຄືນ ກ່ຽວກັບການຝຶກອົບຮົມຄູເຝຶກຊ່ວຍເຫຼືອ ແລະ ສ້າງກິດຈະກຳສ້າງຄວາມເບີກບານມ່ວນຊື່ນເພື່ອເປັນການພັດທະນາການຂອງຄົນພິການໃນການຫຼິ້ນກິລາແຕ່ລະປະເພດ,ຜ່ານການຝຶກອົບຮົມເຜີຍແຜ່ກິລາຄົນພິການຈາກອົງການຄົນພິການອາຊີເພື່ອການພັດທະນາ ທົ່ວປະເທດ ຢູ່ແຂວງຫຼວງພະບາງເປັນເຈົ້າພາບໃນການຈັດກິດຈະກຳ, ຈາກນັ້ນໄດ້ ຮັບຟັງການເຜີຍຈາກຊ່ຽວຊານຢີ່ປຸ່ນ ແລະ

ຫຼວງພະບາງຈັດຝຶກອົບຮົມການເຜີຍເເຜ່ກິລາມວນຊົນຄົນພິການ Read More »

Translate »
Scroll to Top