ສູນ ICT ແຂວງຫຼວງພະບາງ ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ ຄອມພິວເຕີ ພາສາອັງກິດ ໂຕ້ວາທີ ແລະ ການປຸງແຕ່ງອາຫານ

ສູນ ICT ແຂວງຫຼວງພະບາງ ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ ຄອມພິວເຕີ ພາສາອັງກິດ ໂຕ້ວາທີ ແລະ ການປຸງແຕ່ງອາຫານ
       ເພື່ອເປັນການທົດສອບຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນນັກສຶກສາຊັ້ນມັດທະຍົມປາຍເມື່ອວັນທີ 23 ກຸມພາ ຜ່ານມາທີ່ໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສູນ ICT ພະແນກສຶກສາທິການ ແລະ ກິລາແຂວງ ຫຼວງພະບາງ ໄດ້ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ ຄອມພິວເຕີ – ພາສາອັງກິດ ໂຕ້ວາທີ ແລະ ການປຸງແຕ່ງອາຫານ ສຳລັບນັກຮຽນຊັ້ນມັດທະຍົມປາຍຄັ້ງທີ VI  ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ນາງ ບຸນທະວີ ຈັນທະວົງສາ ຫົວໜ້າສູນ ICT ພະແນກສຶກສາທິການ ແລະ ກິລາແຂວງ,ມີທ່ານ ຄະນະອໍານວຍການໂຮງຮຽນ, ຄະນະຮັບຜິດຊອບ, ພະນັກງານ ຄູ-ອາຈານ, ວິຊາການ ນ້ອງນັກຮຽນ ແລະ ນັກຖາມ-ຕອບເຂົ້າຮ່ວມ ຢ່າງພ້ອມພຽງ.

ການຈັດກິດຈະກຳ ຖາມ-ຕອບວິທະຍາສາດ ຄັ້ງນີ້ ມີນັກຮຽນມາຈາກໂຮງຮຽນມັດທະຍົມຕອນປາຍ ພາຍໃນເທດສະບານນະຄອນຫຼວງພະບາງ 7 ແຫ່ງເຂົ້າຮ່ວມໃນນັ້ນ ມີຜູ້ເຂົ້າຮ່ວມທັງໝົດ 112 ຄົນ ທີ່ມາຈາກໂຮງຮຽນມສ ສັນຕິພາບ, ມສ ປ່ອງຄຳ, ມສ ປະຊາທິປະໄຕ,ມສ ເດັກກ່ຳພ້າ,ມສ SOS ແຮກມານໄມເນີ, ມສ ສົງ ແລະ ມປ ພັນຫລວງ, ສ່ວນກິດຈະກຳ ຖາມ-ຕອບ ວິທະຍາສາດ ຄອມພິວເຕີ  ພາສາອັງກິດ ໂຕ້ວາທີ ແລະ ການປຸງແຕ່ງອາຫານ ຂອງສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຂື້ນເປັນຄັ້ງທີ່ VI ເຊີ່ງໃນສົກຮຽນນີ້ແມ່ນທາງໂຮງຮຽນມັດທະຍົມສົມບູນ ສັນຕິພາບ ຮັບກຽດເປັນເຈົ້າພາບ ແລະ ໃນສົກຮຽນຕໍ່ໄປແມ່ນໂຮງຮຽນມັດທະຍົມສົມບູນ ປ່ອງຄຳຈະຮັບກຽດເປັນເຈົ້າພາບ, ຜ່ານການແຂ່ງຂັນສະຫຼຸບໄດ້ດັ່ງນີ້:

1.ຜົນການແຂ່ງຂັນຖາມ-ຕອບ ໄອຊີທີ ແລະ ພາສາອັງກິດ

 

ລ/ດ ຊື່ໂຮງຮຽນ ຄະແນນ ອັນດັບທີ
1 ມສ ປະຊາທິປະໄຕ 61 I
2 ມສ ປ່ອງຄຳ 58 II
3 ມປ ພັນຫລວງ 34 III

          

           

2.ຜົນການແຂ່ງຂັນໂຕ້ວາທີ

ລ/ດ ຊື່ໂຮງຮຽນ ຄະແນນ ອັນດັບທີ
1 ຫ້ອງຮຽນພອນສະຫວັນ

(ມສ ສັນຕິພາບ)

93,8 I
2 ມສ ປ່ອງຄຳ 93 II
3 ມສ SOS 89,4 III


3.ຜົນການແຂ່ງຂັນປຸງແຕ່ງອາຫານ

ລ/ດ ຊື່ໂຮງຮຽນ ຄະແນນ ອັນດັບທີ
1 ມສ SOS 97,8 I
2 ມສ ສັນຕິພາບ 97,6 II
3 ມສ ເດັກກຳພ້າ 96,2 III

ສຳລັບການການຈັດກິດຈະກກຳໃນຄັ້ງນີ້ແມ່ນເພື່ອເປັນການທົດສອບຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນນັກສຶກສາຊັ້ນມັດທະຍົມປາຍ ແລະ ອີກດ້ານໜຶ່ງກໍ່ເພື່ອແນ່ໃສ່ໂຄສະນາເຜີຍແຜ່ ແລະ ສົ່ງເສີມນ້ຳໃຈອັນດີງາມຄວາມສາມັກຄີ-ມິດຕະພາບ ແລະ ເປັນການແລກປ່ຽນບົດຮຽນດ້ານຕ່າງໆຂອງນັກຮຽນ-ຄູອາຈານ ແລະ ໂຮງຮຽນຕໍ່ໂຮງຮຽນ ນອກນີ້ຍັງເປັນການຝຶກທັກສະໃຫ້ແກ່ນ້ອງນັກຮຽນມີຄວາມຊິນເຄີຍ, ຄ່ອງແຄ້ວ ໃນການຕອບຄໍາຖາມ ແລະ ກຽມພ້ອມເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆເພື່ອກ້າວເຂົ້າສູ່ການສອບເສັງນັກຮຽນເກັ່ງລະດັບແຂວງ ແລະ ລະດັບຊາດ.

ໂດຍ:  ສູນໄອຊີທີ ຫຼວງພະບາງ

1 thought on “ສູນ ICT ແຂວງຫຼວງພະບາງ ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ ຄອມພິວເຕີ ພາສາອັງກິດ ໂຕ້ວາທີ ແລະ ການປຸງແຕ່ງອາຫານ”

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top