ສຳເລັດການຝຶກອົບຮົມວິຊາການຕັດຫຍິບ ແລະ ສີມືຫັດຖະກຳຊຸດທີ 7

ສູນ ກສນ ແຂວງຫຼວງພະບາງ ສຳເລັດການຝຶກອົບຮົມວິຊາການຕັດຫຍິບ ແລະ ສີມືຫັດຖະກຳຊຸດທີ 7
ສູນການສຶກສານອກໂຮງຮຽນແຂວງຫຼວງພະບາງໄດ້ສຳເລັດການຝຶກອົບຮົມວິຊາການຕັດຫຍິບ ອອກແບບ ແລະ ການຍ້ອມສີທຳມະຊາດ ສີມືຫັດຖະກຳຊຸດທີ 7 ພິທີປິດ ຝຶກອົບຮົມໄດ້ຈັດຂື້ນເມື່ອວັນທີ 18 ກຸມພາ 2022 ຜ່ານມາ ທີ່ສູນດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຊາຍສະຫວັນ ຈັນມານິດ ຮອງຫົໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີທ່ານ ຕາງໜ້າຈາກອົງການລີອອດ, ທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ ພະນັກງານ ຄູຝຶກ ສຳມະນາກອນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ທອງດີ ສຸລິໄຊ ຫົວໜ້າຂະແໜງບໍລິຫານ ສູນການສຶກສານອກໂຮງຮຽນ ໄດ້ລາຍງານວ່າ: ການເປີດຝຶກອົບຮົມວິຊາການຕັດຫຍິບ ອອກແບບ, ການຍ້ອມສີທຳມະຊາດ ແລະ ສີມືຫັດຖະກຳຊຸດທີ 7 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 2 ສິງຫາ 2021 ແຕ່ດ້ວຍສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເຮັດໃຫ້ການຝຶກອົບຮົມດັ່ງກ່າວໄດ້ຢຸດຕິຊຢ່ວຄາວແຕ່ວັນທີ 14 ກັນຍາ 2021 ຈົນເຖິງ ວັນທີ 29 ພະຈິກ 2021 ຈຶ່ງສາມາດກັບມາເປີດຮຽນໄດ້ປົກກະຕິ ແລະ ມາເຖິງວັນທີ 18 ກຸມພາ 2022 ໂຄງການດັ່ງກ່າວຈຶ່ງໄດ້ສິ້ນສຸດລົງ ໂຄງການຝຶກອົບຮົມຄັ້ງນີ້ປະກອບມີ 2 ວິຊາຫຼັກ, ໃນນີ້ ວິຊາການຕັດຫຍິບ-ອອກແບບ ມີ 3 ວິຊາຄື ພື້ນຖານການໃຊ້ຈັກຫຍິບ, ວິຊາຕັດຫຍິບ ລະ ການແຕ້ມແບບເຄື່ອງນຸ່ງ , ວິຊາການຍ້ອມສີ-ສີມືຫັດຖະກຳ ມີ 5 ວິຊາຄື ວິຊາຍ້ອມສີ, ການອອກແບບລວດລາຍ. ການເພັນລາຍຜ້າ, ການຫຍິບກະເປົາ, ການເຮັດຜ້າອັດປາກ-ດັງ, ເຮັດຖົງພາຍ, ເຮັດໝວກ, ປະດິດໂບ ແລະ ກິບໜີບຜົມ ຜ່ານການຝຶກເຫັນວ່າການຮຽນປະເພດເກັ່ງ ມີ 3 ຄົນ ເທົ່າ 14,29%, ປານກາງ 12 ຄົນ ເທົ່າ 57,24% ແລະ ອ່ອນມີ 6 ຄົນ ເທົ່າ 28,57%. ເຊີ່ງໂຄງການດັັ່ງກ່າວແມ່ນໂຄງການສືບຕໍ່ດຳເນີນກິດຈະການຝຶກອົບຮົມຂອງໂຄງການ ຈາກອົງການໂອກາດດ້ານການສຶກສາລາວ(ລີອອດ) ປະຈຳແຂວງຫຼວງພະບາງໄລຍະສັ້ນ ຊຸດລະ 6 ເດືອນ.
ໂອກາດດັ່ງກ່າວ, ທ່ານ ຊາຍສະຫວັນ ຈັນມານິດ ໄດ້ໃຫ້ກຽດ ມອບໃບຍ້ອງຍໍຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໃຫ້ແກ່ໂຄງການໂອກາດດ້ານການສຶກສາລາວ(ລີອອດ) ພ້ອມດຽວກັນນີ້ທ່ານໄດ້ ຮຽກຮ້ອງມາຍັງສຳມານາກອນທຸກຄົນ ພາຍຫຼັງສຳເລັດການຝຶກອົບຮົມແລ້ວກໍ່ໃຫ້ສືບຕໍ່ນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຈາກການຝຶກຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍປະກອບສວນໃນການສ້າງເສດຖະກິດຄອບຄົວຂອງຕົນ, ສືບຕໍ່ບຳລູງຍົກລະດັບວຽກງານດ້ານສີມືແຮງງານເພື່ອສ້າງໃຫ້ໄດ້ມີວຽກເຮັດງານທຳ-ມີອາຊີບໝັ້ນຄົງ.
ໂດຍ: ສອນອາຄົມ ສກຂ ຫຼວງພະບາງ

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top