ສສກ ຕາງໜ້າໂດຍ ສກຂ ຫຼວງພະບາງ ແລະ ໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມ ເຊັນບົດບັນທຶກຂໍ້ຕົກລົງ (MOA) ຮ່ວມກັນ

ກະຊວງສຶກສາທິການ ແລະ ກິລາຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ໂຄງການຊ່ວຍເຫຼືອທາງດ້ານອາຫານ, ການສຶກສາ, ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ເດັກນ້ອຍ-ນັກຮຽນຢູ່ 4 ເມືອງຂອງແຂວງຫຼວງພະບາງໄລຍະ 2 ໄດ້ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ (MOA) ຮ່ວມກັນ, ພິທີດັ່ງກ່າວ ໄດ້ມີຂື້ນເມື່ອວັນທີ 8 ມິຖຸນາ 2023 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເປັນກຽດລົງນາມຂອງ ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ທ່ານ ສະແຕນລີ ແອນດຣູ ບຣາວ ຫົວໜ້າໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມ, ມີທ່ານຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 4 ເມືອງເປົ້າໝາຍ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຊ່ວຍເຫຼືອທາງດ້ານອາຫານ, ການສຶກສາ, ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ເດັກນ້ອຍ-ນັກຮຽນຢູ່ 4 ເມືອງຂອງແຂວງຫຼວງພະບາງໄລຍະ 2 ເປັນໂຄງການທີ່ມີຄູ່ຮ່ວມງານຫຼັກໂດຍກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ 3 ເມືອງ ແລະ 1 ນະຄອນ-ຫຼວງພະບາງ, ໂຄງການດັ່ງກ່າວ ເປັນໂຄງການນິຕິບຸກຄົນໂດຍແມ່ນທ່ານ ສະແຕນລີ ແອນດຣູ ບຣາວ ເປັນຫົວໜ້າໂຄງການ. ນັບແຕ່ປີ 2013 ທ່ານໄດ້ປະກອບທຶນສ່ວນຕົວ ແລະ ປຸກລະດົມທຶນຈາກພາກສ່ວນເອກະຊົນອື່ນໆ ເພື່ອຊ່ວຍເຫຼືອຢູ່ໂຮງຮຽນເດັກກໍ່າພ້າແຂວງຫຼວງພະບາງ, ໂຮງຮຽນຊົນເຜົ່າສວນຫຼວງ, ໂຮງຮຽນຊົນເຜົ່ານໍ້າບາກ, ມາຮອດປີ 2015 ຈຶ່ງໄດ້ຂະຫຍາຍກິດຈະກຳສູ່ຊຸມຊົນ ໂດຍຈັດຕັ້ງປະຕິບັດຢູ່ບາງໂຮງຮຽນປະຖົມຂອງເມືອງຈອມເພັດ, ເມືອງນ້ຳບາກ ແລະ ນະຄອນ-ຫຼວງພະບາງ ໂດຍໃຫ້ການຊ່ວຍເຫຼືອປະເພດອາຫານເສີມ, ອຸປະກອນການສຶກສາ, ການກວດສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ, ທຸກຍາກຂາດເຂີນ, ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາເຫັນວ່າມີຜົນສຳເລັດ ແລະ ມີປະໂຫຍດຫຼາຍໃຫ້ແກ່ສັງຄົມ ແລະ ເປັນຄວາມພາກພູມໃຈຂອງຜູ້ກ່ຽວ ດັ່ງນັ້ນ ທ່ານຈຶ່ງມີຈຸດປະສົງທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນປີ 2023 ຕື່ມອີກ ໂດຍມີໄລຍະເວລາຂອງກິດຈະກຳນັບແຕ່ມື້ທີ່ໄດ້ຮັບອະນຸມັດເຖິງວັນທີ 31 ທັນວາ 2023 ເຊີ່ງມີງົບປະມານລວມຈຳນວນ 2.602.600.000 ກີບ (ສອງຕື້ຫົກຮ້ອຍສອງລ້ານຫົກແສນກີບ) ຫຼື ເທົ່າກັບ 153.790 ໂດລາສະຫະລັດ.
ສຳລັບຈຸດປະສົງຂອງໂຄງການກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາຂອງແຂວງຫຼວງພະບາງ, ສົ່ງເສີມໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເດັກທີ່ດ້ອຍໂອກາດ ແລະ ທຸກຍາກຂາດເຂີນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແລະ ໄດ້ຮັບການດູແລເບິ່ງແຍງເປັນຢ່າງດີ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມໃຫ້ນັກຮຽນໄດ້ຮັບໂພສະນາການ ແລະ ສຸຂະພາບທີ່ດີ, ເຮັດໃຫ້ແມ່ ແລະ ເດັກ ໄດ້ຮັບການດູແລທາງດ້ານສຸຂະພາບ, ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບ ປ.5 ຢູ່ບ້ານຫ່າງໄກໄດ້ເຂົ້າຮຽນຕໍ່ຊັ້ນມັດທະຍົມ ແລະ ນັກຮຽນຈົບຊັ້ນ ມ.7 ໄດ້ມີໂອກາດຮຽນຕໍ່ຂັ້ນສູງຂື້ນ ແລະ ທັງເປັນການສະໜອງອຸປະກອນການສຶກສາໃຫ້ນັກຮຽນຊັ້ນປະຖົມ ແລະ ສ້າງເງຶ່ອນໄຂອຳນວຍຄວາມສະດວກໃຫ້ແກ່ເດັກທີ່ດ້ອຍໂອກາດ, ເດັກຊົນເຜົ່າໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ.
Translate »
Scroll to Top