ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ນີ້, ທີ່ ພະແນກດັ່ງກ່າວ ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ ເລຂາຄະນະພັກຮັກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.










