ຫຼວງພະບາງ ສຳເລັດການແຂ່ງຂັນກິລາດອກປີກໄກ່ປະຈຳປີ 2023 ຄັ້ງທີ II ຊີງຂັນທ່ານເຈົ້າແຂວງ ລາຍການ Revive Luangprabang Badminton championship 2023

ຫຼວງພະບາງ ສໍາເລັດການແຂ່ງຂັນກິລາດອກປີກໄກ່ປະຈຳປີ2023 ຄັ້ງທີ II ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ລາຍການ Revive Luangprabang Badminton championship 2023 ການແຂ່ງຂັນດອກປີກໄກ່ ລາຍການ ດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-12 ສິງຫາ ຜ່ານມານີ້, ທີ່ສະໂມສອນ ດອກປີກໄກ່ນາຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານກິລາກາຍະກຳແຂວງ, ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນປະທານສະຫະພັນດອກປີກໄກ່ແຂວງ , ມີບັນດາຄະນະນຳຂອງແຕ່ລະສະໂມສອນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງຄຶກຄັກ.
ການແຂ່ງຂັນໃນລາຍການນີ້ ມີນັກກິລາເຂົ້າຮ່ວມທັງໝົດ 80 ຄົນ ຈາກ 8 ສະໂມສອນ ແລະ 3 ແຂວງ, ມີທັງໝົດ 116 ລາຍການ, ໃນນີ້ມີ 8 ປະເພດລາຍການຄື: ປະເພດຊາຍດ່ຽວອາຍຸບໍ່ເກີນ 15 ປີ ມີ 20 ຄົນ, ຊາຍດ່ຽວບໍ່ເກີນ 17 ປີ ມີ 17 ຄົນ, ຊາຍຄູ່ ອາຍຸບໍ່ເກີນ 17 ປີ ມີ 12 ຄູ່, ຄູ່ປະສົມທົ່ວໄປ 9 ຄູ່, ຊາຍຄູ່ທົ່ວໄປ 8 ຄູ່, ຊາຍດ່ຽວທົ່ວໄປ 12 ຄົນ ຄູ່ຊາຍສະໝັກຫຼິ້ນ 25 ຄູ່ ແລະ ປະເພດຊາຍຄູ່ອາວຸໂສ ຮຸ່ນອາຍຸ 40 ປີ ຂຶ້ນໄປມີ 13 ຄູ່.
ຜ່ານການແຂ່ງຂັນປະເພດຊາຍດ່ຽວເຍົາວະຊົນຮຸ່ນອາຍຸບໍ່ເກີນ 15 ປີ ອັນດັບທີ 1 ທ້າວ ນັດທິວ ຈາກສະໂມສອນ ວິນເນີ, ອັນດັບ 2 ທ້າວ ທະນົງສັກ ຈາກສະໂມສອນ ວິນເນີ, ອັນດັບທີ 3 ທ້າວ ບຸນທະວີ ຈາກສະໂມສອນ Captain, ປະເພດຊາຍດ່ຽວ ເຍົາວະຊົນອາຍຸບໍ່ເກີນ 17 ປີ ອັນດັບ 1 ທ້າວ ມານະສິນ ຈາກສະໂມສອນ LGB, ອັນດັບ 2 ທ້າວ ຊານະ ຈາກສະໂມສອນ LGB, ອັນດັບທີ 3 ທ້າວ ອານຸສິນ ຈາກສະໂມງສອນ LGB, ປະເພດຊາຍຄູ່ ເຍົາວະຊົນອາຍຸບໍ່ເກີນ 17 ປີ ອັນດັບທີ 1 ທ້າວ ຊານະ ແລະ ທ້າວ ມານະສິນ ຈາກສະໂມສອນ LGB, ອັນດັບທີ 2 ທ້າວ ເພັດສະນະກອນ ແລະ ທ້າວ ລັກສະມີ ຈາກສະໂມສອນ LGE ແລະ ອັນດັບທີ 3 ທ້າວ ເຈມນ້ອຍ ແລະ ທ້າວ ມອນ ຈາກສະໂມສອນ ແລັບດອກ, ປະເພດຊາຍຄູ່ ສະໝັກຫຼິ້ນ, ອັນດັບທີ 1 ພຸດທະວົງ ແລະ ສຸກສາຄອນ ຈາກສະໂມສອນfriendship ອັນດັບທີ 2 ຕີນ ແລະ ແມັກ ຈາກສະໂມສອນ ແລັບດອກ, ອັນດັບທີ 3 ທ້າວ ອາລິ່ງ ແລະ ທ້າວ ວາ ຈາກສະໂມງສອນ ແລັບດອກ ສ່ວນປະເພດຊາຍດ່ຽວ ທົ່ວໄປ ອັນດັບທີ 1 ທ້າວຄິມ ຈາກສະໂມງສອນ ແລັບດອກ, ອັນດັບທີ 2 ທ້າວ ວາ ຈາກສະໂມງສອນ ແລັບດອກ ແລະ ອັນດັບທີ 3 ທ້າວ ສົມຫວັງ ຈາກສະໂມສອນແສນສະບາຍ, ປະເພດຊາຍຄູ່ທົ່ວໄປ, ອັນດັບທີ 1 ທ້າວ ໂນ ແລະ ທ້າວ ໂບ ຈາກສະໂມງສອນ ແລັບດອກ, ອັນດັບທີ 2 ທ້າວ ທ໋ອມມີ່ ແລະ ທ້າວ ບຸນປະເສີດ ຈາກສະໂມສອນນາຫຼວງ, ອັນດັບທີ 3 ທ້າວ ວັນ ແລະ ທ້າວ ແມັກ ຈາກສະໂມງສອນ ແລັບດອກ, ປະເພດຄູ່ປະສົມທົ່ວໄປ ອັນດັບທີ 1 ທ້າວ ໂນ ແລະ ທ້າວ ເບັນ ອັນດັບທີ 2 ທ້າວ ວາ ຈາກສະໂມງສອນ ແລັບດອກ ແລະ ອັນດັບທີ 3 ທ້າວ ສົມຫວັງ ຈາກສະໂມສອນແລັບດອກ, ອັນດັບທີ 2 ທ້າວ ຄິມ ແລະ ທ້າວ ແຄັດເຕີ້ ຈາກສະໂມງສອນ ແລັບດອກ, ອັນດັບທີ 3 ທ້າວ ທ໋ອມມີ່ ແລະ ນາງ ປຸ້ຍ ຈາກສະໂມສອນນາຫຼວງ, ຂະນະທີ່ປະເພດຊາຍຄູ່ ອາວຸໂສ ຮຸ່ນອາຍຸ 40 ປີຂື້ນໄປ ອັນດັບທີ 1 ທ້າວ ເສີດ ແລະ ທ້າວ ຕູ່ ຈາກແຂວງໄຊຍະບູລີ, ສ່ວນອັນດັບທີ 2 ທ້າວ ຕຸ້ຍ ແລະ ທ້າວ ແສງທອງ ຈາກສະໂມສອນນາຫຼວງ ແລະ ອັນດັບທີ 3 ທ້າວ ອໍລະສິດ ແລະ ທ້າວ ນໍ່ ຈາກສະໂມສອນນາຫຼວງ.
ທ່ານ ວັນທອງ ແພງສະຫວັດ ໄດ້ກ່າວໃຫ້ຮູ້ວ່າ: ການແຂ່ງຂັນໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 2 ໂດຍມີຈຸດປະສົງເພື່ອເປີດໂອກາດໃຫ້ນັກກິລາດອກປີກໄກ່ທົ່ວປະເທດໄດ້ເຂົ້າສູ່ເວທີ ໃນການສະແດງຄວາມສາມາດ ແລະ ທັງເປັນການສົ່ງເສີມເສດຖະກິດການທ່ອງທ່ຽວຂອງແຂວງຫຼວງພະບາງນັບມື້ດີຂື້ນເລື້ອຍໆ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມການພັດທະນານັກກິລາເຍົາວະຊົນລາວໃຫ້ກ້າວສູ່ລະດັບຊາດ.
Translate »
Scroll to Top