ສູນໄອຊີທີ ສກຂ ຫຼວງພະບາງ ຈັດການແຂ່ງຂັນຖາມ-ຕອບ ຄວາມຮູ້ວິທະຍາສາດພາອັງກິດໄອຊີທີ ໂຕ້ວາທີ ແລະ ປຸງແຕ່ງອາຫານ

ສູນໄອຊີທີ ພະແນກສຶກສາທີການ ແລະກິລາແຂວງຫຼວງພະບາງ(ສກຂ) ໄດ້ຈັດງານຖາມ-ຕອບ ຄວາມຮູ້ວິທະຍາສາດພາສາອັງກິດໄອຊີທີ, ໂຕ້ວາທີ ແລະ ປຸງແຕ່ງອາຫານ ສຳລັບນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ຄັ້ງທີ 7 ເມື່ອວັນທີ 22 ກຸມພາ 2024 ນີ້, ທີ່ໂຮງຮຽນມັດທະຍົມສົມບູນ ປ່ອງຄຳ ນະຄອນ-ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຈັນທະລີ ອຸໄລສິດ ຮັກສາການຫົວໜ້າສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານຜູ້ອຳນວຍການໂຮງຮຽນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ທ່ານແຂກ ບັນດາຫ້າງຮ້ານ, ບໍລິສັດ, ຄະນະພັດທະນາການສຶກສາ ຄູ-ອາຈານ, ນ້ອງນັກຮຽນຈາກ 8 ໂຮງຮຽນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຄຶກຄື້ນ.
ທ່ານ ຈັນທະລີ ອຸໄລສິດ ຮັກສາການຫົວໜ້າສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຖາມ-ຕອບ ໃນໄລຍະຜ່ານມາວ່າ: ສູນເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ການສຶກສາ ແລະ ກິລາ (ໄອຊີທີ) ໄດ້ຮັບການມອບໝາຍຈາກຄະນະພັກຄະນະພະແນກສຶກສາທິການ ແລະ ກິລາແຂວງໃຫ້ປະສານສົມທົບກັບບັນດາຄະນະອຳນວຍການໂຮງຮຽນມັດທະຍົມໃນເທດສະບານແຂວງຫຼວງພະບາງ ໃນການຈັດງານຖາມ-ຕອບຄວາມຮູ້ວິທະຍາສາດພາສາອັງກິດໄອຊີທີ, ແຂ່ງຂັນໂຕ້ວາທີ ແລະ ປຸງແຕ່ງອາຫານສຳລັບນັກຮຽນມັດທະຍົມຕອນປາຍທົ່ວແຂວງ ໂຄງການດັ່ງກ່າວທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ສົກຮຽນ 2017-2018, 3 ຄັ້ງທໍາອິດຈັດຢູ່ສູນ ໄອຊີທີ, ຄັ້ງທີ 4 ໂຮງຮຽນ ມສ SOS ເປັນເຈົ້າພາບ, ຄັ້ງທີ 5 ໂຮງຮຽນ ມປ ພັນຫຼວງ, ຄັ້ງທີ 6 ໂຮງຮຽນ ມສ ສັນຕິພາບ ເປັນເຈົ້າພາບ ມີໂຮງຮຽນເຂົ້າຮ່ວມ 8 ແຫ່ງ ແລະ ສໍາລັບຄັ້ງທີ 7 ສົກຮຽນ 2023-2024 ນີ້ ໂຮງຮຽນ ມສ ປ່ອງຄຳ ເປັນເຈົ້າພາບ ເຊິ່ງກິດຈະກຳດັ່ງກ່າວໄດ້ກາຍເປັນຮອບວຽນປົກກະຕິຂອງທຸກໆສົກຮຽນ ເພື່ອສົ່ງເສີມວຽກງານການສຶກສາ, ການຮຽນ-ການສອນພາສາອັງກິດໄອຊີທີ, ເພື່ອຊຸກຍູ້ ສົ່ງເສີມທັກສະການເວົ້າ ການສື່ສານໃຫ້ນ້ອງນັກຮຽນກ້າຄິດ ກ້າສະແດງອອກໃນເວທີຕ່າງໆ ເຊິ່ງເປັນປັດໃຈສຳຄັນໃນຂະບວນການສຶກສາ ໃນການວັດ ແລະ ປະເມີນຜົນການຮຽນ-ການສອນ, ຄວາມຮູ້, ຄວາມເຂົ້າໃຈໃນພາກທິດສະດີ ແລະ ການປະຕິບັດຕົວຈິງ, ເພື່ອເປັນການບຸກລະດົມຊຸກຍູ້ໃຫ້ຄູອາຈານ, ນ້ອງນັກຮຽນ ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງໃນສັງຄົມໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານການສຶກສາໃຫ້ນັບມື້ຫຼາຍຂື້ນ.
ໂອກາດນີ້, ທ່ານ ວັນທອງ ແພງສະຫວັດ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດງານຄັ້ງນີວ່າ: ຈຸດປະສົງໃນການຈັດງານໃນຄັ້ງນີ້ກໍ່ເພື່ອເປັນການສົ່ງເສີມວິຊາການດ້ານການຮຽນ-ການສອນ ຂອງຄູ ແລະ ນັກຮຽນ ໃຫ້ກວ້າງຂວາງ, ສົ່ງເສີມວຽກງານໄອຊີທີ ພາສາອັງກິດສຳລັບຄູອາຈານ ແລະ ນັກຮຽນໃນການຫັນວຽກງານການສຶກສາ- ກິລາເປັນດິຈິຕອນຕາມແນວທາງຂອງລັດຖະບານ, ພ້ອມທັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງບັນດາພະນັກງານຄູ-ອາຈານ ແລະ ນັກຮຽນທີ່ເຂົ້າຮ່ວມແຂ່ງຂັນ, ທັງເປັນການກະຕຸກຊຸກຍູ້ສົ່ງເສີ່ມ ແລະ ພັດທະນາທັກສະການເວົ້າ-ການສື່ສານ ການນໍາໃຊ້ພາສາລາວຖືກຕ້ອງ ໃຫ້ນັກຮຽນມີຄວາມຮູ້ ກະຕືລືລົ້ນໃນການຮຽນຮູ້ ໄອຊີທີ ແລະ ພາສາອັງກິດຫຼາຍຂື້ນ, ເປັນການສ້າງທັກສະການເວົ້າ ການສະແດງອອກ ແລະ ໄຫວພິກໃນການແກ້ໄຂບັນຫາ, ເປັນການສົ່ງເສີ່ມໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ແລະ ມີຄວາມສະຫງວນມັກ ທາງດ້ານການປຸງແຕ່ງອາຫານປະເພດຕ່າງໆລວມເຖິງກິດຈະກຳດ້ານວຽກບ້ານການເຮືອນໃຫ້ສາມາດນຳໄປໃຊ້ໃນການດຳລົງຊີວິດປະຈຳວັນ ແລະ ປະກອບວິຊາຊີບໄດ້ ແລະ ອີກດ້ານໜຶ່ງເປັນການສ້າງນັກຮຽນນັກສຶກສາ ກາຍເປັນນັກຮຽນເກັ່ງລະດັບຊາດ ມີຄວາມພ້ອມໃນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃນອານາຄົດ. ນອກນີ້, ຍັງເປັນການຊຸກຍູ້ເສີມວຽກງານສຶກສາ ໃຫ້ໄປຕາມ 3 ຫຼັກສະນະ ແລະ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາວາງອອກ ຕິດພັນກັບການສ້າງຂະບວນການຕ້ອນຮັບວັນສໍາຄັນຂອງພັກ, ຂອງຊາດໃຫ້ມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ.
ການແຂ່ງຄັ້ງນີ້,ມີ 8 ທີມ, ແຕ່ລະທີມມີ 4 ນ້ອງ, ມາຈາກ 8 ໂຮງຮຽນເຂົ້າຮ່ວມຄື: ໂຮງຮຽນມັດທະຍົມສົມບູນປ່ອງຄຳ, ມສ ສັນຕິພາບ, ປະຊາທິປະໄຕ, ເດັກກໍ່າພ້າ, ໂຮງຮຽນ SOS ແຮັກມານມາຍເນີ, ມສ ສົງ, ມປ ພັນຫຼວງ ແລະ ກຽດຕິສັກນານາຊາດ ເຊີ່ງລາຍການແຂ່ງຂັນປະກອບມີ 3 ລາຍການ: ການຖາມ-ຕອບ ຄວາມຮູ້ວິທະຍາສາດພາສາອັງກິດໄອຊີທີ, ການໂຕ້ວາທີ ແລະ ການປຸງແຕ່ງອາຫານ ຜ່ານການແຂ່ງຂັນຜົນປະກົດວ່າ ການຖາມຕອບຄວາມຮູ້ວິທະຍາສາດພາສາອັງກິດໄອຊີທີ ອັນດັບທີ 1 ໂຮງຮຽນ ມສ ປ່ອງຄຳ,ອັນດັບທີ 2 ມສ ສັນຕິພາບ,ອັນດັບທີ 3 ໂຮງຮຽນ SOS ແຮັກມານມາຍເນີ, ສຳລັບການໂຕ້ວາທີອັນດັບທີ1 ໂຮງຮຽນ ມສ ສັນຕິພາບ,ອັນດັບທີ 2 ມສ ປ່ອງຄຳ ແລະ ອັນດັບທີ 3 ໂຮງຮຽນ ມສ ປະຊາທິປະໄຕ ສ່ວນການແຂ່ງຂັນປຸງແຕ່ງອາຫານ ອັນດັບທີ1 ໂຮງຮຽນ ມສ ປ່ອງຄຳ,ອັນດັບທີ 2 ເດັກກໍ່າພ້າ ແລະ ອັນດັບທີ 3 ມສ ປະຊາທິປະໄຕ.
Translate »
Scroll to Top