ສກຂ ຫຼວງພະບາງ ແລະ ເພື່ອນແທ້ FC ເຕະບານ ມິດຕະພາບ ຮັດແໜ້ນຄວາມສາມັກຄີ

ພະແນກສຶກສາທິການ ແລະ ກິລາແຂວງ(ສກຂ) ຫຼວງພະບາງ ແລະ ເພື່ອນແທ້ FC ຮ່ວມກັນຈັດກິດຈະກຳກິລາເຕະບານຊາຍ ນັດພິເສດ ມິດຕະພາບ ເພື່ອເສີມສ້າງສາຍພົວພັນ ຮັດແໜ້ນຄວາມສາມັກຄີລະຫວ່າງນັກກິລາດ້ວຍກັນ ເມື່ອວັນທີ 01 ສິງຫາ 2023 ຜ່ານມານີ້ ທີ່ສະໜາມກິລານາຫຼວງ ນະຄອນ-ຫຼວງພະບາງ ເຊີ່ງທັບນັກກິລາພະແພກສຶກສາທິການ ແລະ ກິລາແຂວງ ນຳພາໂດຍ ທ່ານ ປ.ອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທີມເພື່ອນແທ້ FC ນຳພາໂດຍທ່ານ ໄຊແກ້ວ ທະວີໄຈ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະ ແລະ ນັກກິລາ ຂອງທັງສອງພາກສ່ວນດັ່ງກ່າວເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ທ່ານ ປ.ອ ວົງເພັດ ອຸດົມລິດ ກ່າວວ່າ: ກິດຈະກຳແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບໃນຄັ້ງນີ້ ແມ່ນເປັນການສ້າງໂອກາດທີ່ດີໃຫ້ແກ່ພະນັກງານ, ນັກກິລາທັງສອງພາກສ່ວນໄດ້ຮ່ວມກັນຫຼິ້ນກິລາໃຫ້ມີສຸຂະພາບແຂງແຮງ ພ້ອມກັນນັ້ນກໍ່ຍັງເປັນການສ້າງສາຍພົວພັນ ມິດຕະພາບທີ່ດີຮ່ວມກັນ ນອກຈາກນີ້ ຍັງເປັນການສ້າງຂະບວນການຊົມເຊີຍປະດັບເອ້ວັນທີ່ມີຄວາມໝາຍສຳຄັນຂອງຊາດທີ່ເກີດຂື້ນໃນແຕ່ລະໄລຍະ ໂດຍສະເພາະສະເຫຼີມສະຫຼອງ ວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 57 ປີ ແລະ ເປັນການຂໍານັບຮັບຕ້ອນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງຫຼວງພະບາງທີ່ຈະຈັດຂື້ນໃນມໍ່ໆນີ້.
ຜ່ານການແຂ່ງກັນຈົບເກມໃນເວລາ 90 ນາທີ ທີມພະແນກສຶກສາທິການ ແລະ ກິລາແຂວງ ສາມາດບຽດເອົາຊະນະ ທີມເພື່ອນແທ້ FC ໄປແບບວຸດວິດ 2 ≠ 1 ປະຕູ.
Translate »
Scroll to Top