ມອບ-ຮັບ ຫ້ອງນ້ຳຫຼັງໃໝ່ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ

ເພື່ອເປັນການຢັ້ງຢືນຜົນສຳເລັດການກໍ່ສ້າງຫ້ອງນໍ້າຫຼັງໃໝ່ ເມື່ອວັນທີ 10 ມັງກອນ 2024 ນີ້ທີ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ເມືອງຊຽງເງິນ ແຂວງຫຼວງພະບາງໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງຫ້ອງນ້ຳ ໂດຍການກ່າວມອບຂອງ ທ່ານMr stephenrutldge ຫົວໜ້າໂຄງການອາດ໋ອບວິເລຣອິນລາວ ປະເທດການາດາ ແລະ ກ່າວຮັບຂອງທ່ານ ຄຳກອງ ບາສີໂສມຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ, ມີ ຄະນະອຳນວຍການ, ຄູ-ອາຈານ ຄະນະທີມງານຈາກປະເທດການາດາ ພ້ອມດ້ວຍ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພີຍານ.
ທ່ານ ສີພັນ ພັນທະວົງ ຫົວໜ້າຜູ້ປະສານງານໂຄງການໄດ້ກ່າວລາຍງານວ່າ: ໂຄງການກໍ່ສ້າງຫ້ອງນ້ຳດັ່ງກ່າວນີ້ ປະກອບມີ 2 ຫຼັງ, 8ຫ້ອງ, ແຕ່ລະຫ້ອງມີຂະໜາດກວ້າງ 2 ແມັດ, ຍາວ 6ແມັດ ເຊິ່ງໄດ້ເລີ່ມລົງມືໃນການກໍ່ສ້າງແຕ່ວັນທີ 23 ຕຸລາ(10) 2023 ແລະ ສໍາເລັດໃນວັນທີ 25 ທັນວາ(12)2023 ລວມມູນຄ່າການກໍ່ສ້າງທັງໝົດ 190 ລ້ານ ກີບ ໂດຍແມ່ນທຶນສະໜັບສະໜູນຂອງໂຄງການອາດ໋ອບວິເລຣອິນລາວ ປະເທດການາດາ.
ໃນພິທີ, ທ່ານ ຄຳກອງ ບາສີໂສມ ຜູ້ອຳນວຍການໂຮງຮຽນໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ມາຍັງຄະນະທິມງານດັ່ງກ່າວທີ່ໄດ້ໃຫ້ທຶນໃນການສະໜັບສະໜູນການກໍ່ສ້າງຄັ້ງນີ້, ພ້ອມດຽວກັນນີ້ ທ່ານຍັງໄດ້ມອບໃບຂອບໃຈ ໃຫ້ຫົວໜ້າໂຄງການພ້ອມດ້ວຍຄະນະຜູ້ປະສານງານໂຄງການ.
Translate »
Scroll to Top