ມວນຊົນຮ່ວມກິດຈະກຳແລ່ນມ່ວນຊື່ນ “ Fun Run “ ຢ່າງມ່ວນຊື່ນ

ມວນຊົນຮ່ວມກິດຈະກຳແລ່ນມ່ວນຊື່ນ “ Fun Run “ ຢ່າງມ່ວນຊື່ນ
ຕອນເຊົ້າວັນທີ 4 ມີນາ 2023 ຢູ່ໜ້າຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ໄດ້ຈັດກິດຈະກຳແລ່ນມ່ວນຊື່ນ “ Fun Run “ ເພື່ອສະໜັບສະໜູນ ໃນງານກິລາເອຊຽນເກມ ຄັ້ງທີ 19 ຢູ່ ສປ ຈີນ, ມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ປະທານສະມາຄົມກິລາແຂວງ, ມີ ການນໍາຈາກພະແນກການອ້ອມຂ້າງແຂວງ, ສູນກາງ, ຜູ້ຕາງໜ້າສະພາໂອແລມປິກອາຊີ, ຕົວແທນຄະນະຮັບຜິດຊອບ ຈັດງານແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫັງໂຈວ, ສື່ມວນຊົນ, ພ້ອມດ້ວຍມວນຊົນຈາກພາຍໃນແຂວງ-ຕ່າງແຂວງ ແລະຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ພິທີ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນ ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ເລືອກເອົານະຄອນ ຫຼວງພະບາງ ເປັນສະຖານທີ່ຈັດກິດຈະກຳແລ່ນມ່ວນຊື່ນ ເພື່ອສະໜັບສະໜູນງານກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນ ຫັງໂຈວ, ສປ.ຈີນ ແລະເປັນການເປີດໂອກາດ ໂຄສະນາການທ່ອງທ່ຽວຂອງ ນະຄອນ ຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກ, ໃຫ້ຜູ້ເຂົ້າຮ່ວມງານ ໄດ້ເຫັນເຖີງຄວາມງົດງາມທາງດ້ານວັດທະນະທຳ, ທຳມະຊາດ ແລະນຳເອົາໄປເຜີຍແຜ່ຕໍ່ ເພື່ອໂຄສະນາດຶງດູດເອົານັກທ່ອງທ່ຽວ ມາທ່ຽວຫຼວງພະບາງໃຫ້ຫຼາຍຂຶ້ນ. ໂອກາດນີ້ ທ່ານ ພຸດ ສິມມະລາວົງ ໄດ້ກ່າວເປີດງານຢ່າງເປັນທາງການ ໂດຍອວຍພອນໃຫ້ຜູ້ເຂົ້າຮ່ວມ ພ້ອມກັນມ່ວນຊື່ນກັບການແລ່ນ ທັງມີສຸຂະພາບເຂັ້ມແຂງ ແຂງແຮງ.
ສໍາລັບກິດຈະກໍາແລ່ນມ່ວນຊື່ນ “ Fun Run “ ສະໜັບສະໜູນງານກິລາເອຊຽນເກມ ຄັ້ງທີ 19 ຫັງໂຈວ, ສປ.ຈີນ ໃນຄັ້ງນີ້ມີ ມີ 03 ລາຍການຄື: ແລ່ນໄລຍະ 02 ກິໂລແມັດ ຮຸ່ນເຍົາວະຊົນ ຊາຍ-ຍິງ, ອາຍຸບໍ່ເກີນ 16 ປີ, ແລ່ນອາວຸໂສ ຊາຍ-ຍິງ ອາຍຸ 50 ປີຂຶ້ນໄປ ແລະແລ່ນໄລຍະ 05 ກິໂລແມັດ ຊາວໜຸ່ມ ຊາຍ-ຍິງ, ອາຍຸ 17 ປີຂຶ້ນໄປ. ເຊີ່ງທຸກລາຍການຜູ້ທີ່ໄດ້ ອັນດັບທີ 01 ຫາທີ 10 ໄດ້ຫຼຽນທີ່ລະນຶກ ແລະໃບຢັ້ງຢືນການເຂົ້າຮ່ວມ, ສ່ວນອີກໜື່ງກິດຈະກຳ ແມ່ນການແຂ່ງຂັນແຕ້ມຮູບ ສຳລັບນັກຮຽນ ອາຍຸບໍ່ເກີນ 13 ປີ ຊາຍ-ຍິງ ຈຳນວນ 50 ຄົນ ມາຈາກໂຮງຮຽນໃນທົ່ວແຂວງ, ເຊີ່ງໄດ້ໃນວັນທີ 02 ມີນາ 2023 ເຊີ່ງຜູ້ທີ່ໄດ້ອັນດັບ 01 ຫາ ອັນດັບ 03 ຈະໄດ້ຮັບຫຼຽນທີ່ລະນຶກ ແລະທຶນການສຶກສາຈຳນວນໜຶ່ງ ພ້ອມດ້ວຍໃບຢັ້ງຢືນ, ຜ່ານການຈັດກິດຈະກຳ ຄັ້ງນີ້ ເຕັນໄປດ້ວຍຄວາມເບິກບານມ່ວນຊື່ນ ຈາກຜູ້ທີ່ມາເຂົ້າຮ່ວມ ທັງເປັນການໂຄສະນາ ໃຫ້ວຽກງານກິລາ ແລະວຽກງານທ່ອງທ່ຽວ ຂອງແຂວງຫຼວງພະບາງ ສູ່ພາກພື້ນ ແລະສາກົນ ໄດ້ຮັບຮູ້ຢ່າງກວ້າງຂວາງ ສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວມາທ່ອງທ່ຽວ ແລະຈັດກິດຈະກຳ ຢູ່ແຂວງຫຼວງພະບາງ ໃຫ້ນັບມື້ຫຼາຍຂື້ນ
ຂ່າວ: ທະນູສິນ
ພາບ: ສອນອາຄົມ ແກ້ວຄຳເພັດ

Leave a Comment

Your email address will not be published. Required fields are marked *

Translate »
Scroll to Top