ຄູສອນຂັ້ນ ປ.5 ທົ່ວນະຄອນ-ຫຼວງພະບາງ ໄດ້ຮັບການຍົກລະດັບດ້ານການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່

ຫ້ອງການສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງໄດ້ຈັດກອງປະຊຸມຝຶກອົບຮົມຫຼັກສູດຊັ້ນປະຖົມສຶກສາ ປີທີ 5 (ປ.5) ສະບັບປັບປຸງໃໝ່ ຈຳນວນ 3 ວິຊາ ຄື: ວິຊາພາສາລາວ, ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຄູສອນຊັ້ນປະຖົມສຶກສາຂັ້ນ ປ.5 ທົ່ວນະຄອນ-ຫຼວງພະບາງ, ພິທີ ດັ່ງກ່າວໄດ້ມີຂື້ນເມື່ອວັນທີ 01 ກໍລະກົດ 2023 ຜ່ານມານີ້,ທີ່ໂຮງຮຽນ ກຽດຕິສັກນາໆຊາດ ນະຄອນ-ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ບົວແຫວນ ບຸນທະວົງ ຫົວໜ້າສຶກສາທິການ ແລະ ກິລາ ນະຄອນ-ຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຜູ້ອຳນວຍການໂຮງຮຽນ, ຄູຝຶກ ພ້ອມດ້ວຍນັກສຳມະນາກອນ ຈຳນວນ 176 ຄົນ, ຍິງ 96 ຄົນ ເຂົ້າຮ່ວມ.
ການຝຶກອົບຮົມໂຄງການຫຼັັກສູດສະບັບປັບປຸງໃໝ່ (ປ.5) ໃນຄັ້ງນີ້ ມີຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາ ທົ່ວນະຄອນ-ຫຼວງພະບາງ ທັງໝົດ 82 ແຫ່ງ, ໃນນີ້ເອກະຊົນ 18 ແຫ່ງ, ເຊິ່ງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອເປັນການແນະນຳ ວິທີການນຳໃຊ້ຫຼັກສູດ ຂັ້ນ ປ.5 ສະບັບປັບປຸງໃໝ່ໃນການສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງຫຼັກສູດຊັ້ນປະຖົມສຶກສາ ສະບັບປຸງໃໝ່ ໃຫ້ແກ່ຄູສອນປະຈຳການຂັ້ນ ປ.5 ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ-ຈະແຈ້ງ ແລະ ມີຄວາມໝັ້ນໃຈຕໍ່ການສິດກສອນຂອງຕົນ ສາມາດເຮັດໃຫ້ນັກຮຽນມີຄວາມເຂົ້າໃຈງ່າຍ ແລະ ຈົດຈຳບົດຮຽນໄດ້ດີ. ນອກຈາກນີ້, ສໍາມະນາກອນຍັງຈະໄດ້ຮຽນຮູ້ເຖິງວິທີການສອນ, ການແຕ່ງບົດສອນແບບໃໝ່, ການນໍາໃຊ້ປຶ້ມຄູມື ແລະ ແບບຮຽນ ຊັ້ນປະຖົມສຶກສາປີທີ 5 ສະບັບປັບປຸງໃໝ່. ໂດຍສະເພາະວິຊາ: ພາສາລາວ, ພາສາອັງກິດ, ວິຊາວິທະຍາສາດ ແລະ ສີ່ງແວດລ້ອມໂດຍຈະຖືກຈັດຕັ້ງປະຕິບັດໃນຕົ້ນສົກຮຽນໃໝ່ນີ້(2023-2024).
ໂອກາດນີ້, ທ່ານ ວັນທອງ ແພງສະຫວັດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາສ່ວນ ທີ່ໄດ້ພ້ອມກັນຫ້າງຫາກະກຽມຄວາມພ້ອມຮອບດ້ານສາມາດຈັດຕັ້ງປະຕິບັດ ແລະ ເປີດກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ຕາມຄາດໝາຍທີ່ວາງໄວ້, ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກພາກສ່ວນຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄ້ວາ ປະກອບຄຳຄິດຄຳເຫັນ,ແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ພ້ອມກັນສືບຕໍ່ດຳເນີນກອງປະຊຸມຝຶກອົບຮົມຄັ້ງນີ້ໃຫ້ມີຜົນສຳເລັດຕາມວັນເວລາທີ່ກຳນົດໄວ້ ແລະ ພາຍຫຼັງທີ່ສໍາເລັດການຝຶກແລ້ວກໍ່ໃຫ້ສືບຕໍ່ນໍາເອົາເນື້ອໃນຈິດໃຈບົດຮຽນຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າວຽກງານການຮຽນ-ການສອນຢູ່ໃນໂຮງຮຽນຂອງຕົນໃຫ້ບັນລຸຕາມລະດັບຄາດໝາຍ, ມີປະສິດທິພາບ,ປະສິດທິຜົນ ແລະ ມີຄຸນນະພາບສູງຂື້ນເລື້ອຍໆ.
ສຳລັບການຈັດເຝີກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 6 ວັນ ຈຶ່ງຈະສໍາເລັດ(ລະຫວ່າງວັນທີ 1-6 ກໍລະກົດ 2023)
Translate »
Scroll to Top