ຫຼວງພະບາງ ເປີດຫ້ອງຮຽນຕົວແບບເພື່ອກຽມຄວາມພ້ອມສຳຫຼັບເດັກ ໂອທິສຕິກ ໃນການສຶກສາຮຽນຮ່ວມ ແຫ່ງທຳອິດ

ເມື່ອວັນທີ 4 ພຶດສະພາ 2026 ນີ້ທີ່ ໂຮງຮຽນປະຖົມສົມບູນສີຖານ ນະຄອນຫຼວງພະບາງ ແຂວງຫຼວງພະບາງໄດ້ມີພິທີເປີດຫ້ອງຮຽນຕົວແບບເພື່ອກຽມຄວາມພ້ອມສຳຫຼັບເດັກ ໂອທິສຕິກ ໃນການສຶກສາຮຽນຮ່ວມ ແຫ່ງທຳອິດຂອງແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ, ທ່ານ ຫົວໜ້າຂະແໜງການສຶກສາກ່ອນໄວຮຽນ ພະແນຫສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍ ທີມງານປະຕິບັດໂຄງການເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 221/ສກຂ.ຫຼບ, ລົງວັນທີ 30 ເມສາ 2026 ວ່າດ້ວຍຜົນຂອງການຄັດເລືອກເຂົ້າຮຽນໃນຫ້ອງຮຽນຕົວແບບເພື່ອກຽມຄວາມພ້ອມສຳລັບເດັກໂອທິສຕິກ ໃນການສຶກສາຮຽນຮ່ວມ ທີ່ໂຮງຮຽນປະຖົມສົມບູນສີຖານ ນະຄອນຫຼວງພະບາງ ໂດຍໄດ້ເຫັນດີອະນຸມັດໃຫ້ເດັກ ໂອທິສຕິກ ຈໍານວນ 06 ນ້ອງ ທີ່ມີເງື່ອນໄຂສອດຄ່ອງເຂົ້າຮຽນໃນຫ້ອງຮຽນຕົວແບບ ເພື່ອກຽມຄວາມພ້ອມສໍາຫຼັບ ນັກຮຽນ ໂອທິສຕິກ ໃນການສຶກສາຮຽນຮ່ວມ ແລະ ສຳລັບໄລຍະເວລາຂອງການດຳເນີນຈັດຕັ້ງປະຕິບັດການຮຽນ-ການສອນແມ່ນເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນ ກໍລະກົດ 2026 ເຊີ່ງໂຄງການດັ່ງກ່າວເປັນໂຄງການທີ່ໃຫ້ການສະໜັບສະໜູນຂອງລັດຖະບານ ອົດສະຕຣາລີ ແລະ ສະຖາບັນ ລາວ-ອົດສະຕຣາລີ.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ການຈັດຕັ້ງຫ້ອງຮຽນຕົວແບບເພື່ອກຽມຄວາມພ້ອມສຳຫຼັບເດັກ ໂອທິສຕິກ ໃນການສຶກສາຮຽນຮ່ວມ ຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ພັກ-ລັດ ແລະ ຄວາມມຸ່ງໝັ້ນຂອງທີມງານຈັດຕັ້ງປະຕິບັດ ໃນການສ້າງໂອກາດທາງການສຶກສາໃຫ້ແກ່ເດັກທຸກຄົນຢ່າງ ເທົ່າທຽມກັນ, ເດັກ ໂອທິສຕິກ ແມ່ນເດັກທີ່ມີພັດທະນາການດ້ານການສື່ສານ, ພຶດຕິກຳ ແລະ ການປັບຕົວທາງສັງຄົມແຕກຕ່າງຈາກເດັກທົ່ວໄປ ບາງຄົນອາດສື່ສານໄດ້ຊ້າ, ບໍ່ກ້າສະແດງອອກ, ບໍ່ມັກການປ່ຽນແປງ, ຫຼື ມີຄວາມໄວຕໍ່ສຽງ, ແສງ ແລະ ສິ່ງແວດລ້ອມ. ແຕ່ໃນຂະນະ ດຽວກັນ ເດັກເຫຼົ່ານີ້ຫຼາຍຄົນກໍມີຈຸດພິເສດສະເພາະ ເຊັ່ນ ຄວາມຈໍາດີ, ມີສະມາທິຈົດຈໍ່ກັບສິ່ງທີ່ສົນໃຈ, ມີຄວາມຄິດລະອຽດ ແລະ ມີຄວາມສາມາດເພາະດ້ານ. ຜ່ານມາໃນຫຼາຍໂຮງຮຽນ ຍັງພົບຄວາມຫຍຸ້ງຍາກໃນການດູແລເດັກ ໂອທິສຕິກ ເຊັ່ນ: ຂາດຄວາມເຂົ້າໃຈທີ່ຖືກຕ້ອງ, ຂາດຄູທີ່ມີ ຄວາມຊໍານານສະເພາະດ້ານ, ຂາດສື່ການສອນທີ່ເໝາະສົມ ແລະ ເຮັດໃຫ້ເດັກຫຼາຍຄົນອາດບໍ່ໄດ້ຮັບໂອກາດຮຽນຮ່ວມກັບໝູ່ເພື່ອນ ຢ່າງເຕັມສ່ວນ, ສິ່ງເຫຼົ່ານີ້ ສະທ້ອນໃຫ້ເຫັນວ່າ ການສ້າງຄວາມພ້ອມໃຫ້ໂຮງຮຽນ ແລະ ຄູອາ ເປັນສິ່ງຈໍາເປັນຢ່າງຍິ່ງ, ຜ່ານການສຶກສາຄົ້ນຄວ້າຂອງທີມງານເຫັນວ່າ ເດັກ ໂອທິສຕິກ ທຸກຄົນ ລ້ວນແຕ່ມີຄວາມສາມາດ ແລະ ສັກຍະພາບທີ່ແຕກຕ່າງກັນ ຖ້າໄດ້ຮັບການກະກຽມທີ່ເໝາະສົມ, ການດູແລຢ່າງເຂົ້າໃຈ ແລະ ການສົ່ງເສີມທີ່ຖືກຕ້ອງ, ເດັກນ້ອຍເຫຼົ່ານີ້ຈະສາມາດພັດທະນາຕົນເອງ ແລະ ຮຽນຮ່ວມກັບໝູ່ເພື່ອນໄດ້ຢ່າງມີຄວາມສຸກ.
ຈຸດປະສົງຂອງການສ້າງຫ້ອງຮຽນກຽມຄວາມພ້ອມແຫ່ງນີ້ ແມ່ນມີຄວາມມຸ້ງໝັ້ນ ໃນການຊ່ວຍເດັກໃຫ້ມີຄວາມພ້ອມ ດ້ານການສື່ສານ, ການປັບຕົວທາງສັງຄົມ, ການຄວບຄຸມອາລົມ ແລະ ທັກສະພື້ນຖານຕ່າງໆ ກ່ອນເຂົ້າສູ່ການຮຽນຮ່ວມ.
ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມຈົ່ງໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນດ້ານຕ່າງໆ ເພື່ອໃຫ້ທີມງານສາມາດສືບຕໍ່ ພັດທະນາວຽກງານໄດ້ຢ່າງສະດວກ ແລະ ເຮັດໃຫ້ເດັກທຸກຄົນມີໂອກາດເຂົ້າຮຽນຢ່າງທົ່ວເຖິງ.
Translate »
Scroll to Top