ວັນທີ 26 ເມສາ 2026 ນີ້ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງໂພນທອງ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມ ຝຶກອົບຮົມ ການນໍາໃຊ້ ຄູ່ມືແນະນໍາເພີ່ມກ່ຽວກັບການສອນ ວິຊາ ພາສາລາວ ແລະ ວິຊາ ຄະນິດສາດ ຊັ້ນປະຖົມສຶກສາ ປີທີ 1 ສະບັບປັບປຸງໃໝ່ ໃຫ້ແກ່ຄູສອນຜູ້ປະຈໍາການພາຍໃນເມືອງໂພນທອງ ໂດຍການເປັນປະທານຂອງທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ວ່າລໍ່ ບົວລົງໄຊຊາວ ຮອງຫົວໜ້າພະແນກກໍ່ສ້າງຄູ ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນໜຽວ ແກ້ວວຽງຄໍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນທອງ, ມີທ່ານຜູ້ຕາງໜ້າຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄູຝຶກຈາກວິທະຍາໄລຄູຫຼວງພະບາງ, ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຄູສອນຂັ້ນ ປ.1 ທົ່ວເມືອງໂພນທອງເຂົ້າຮ່ວມ.
ໃນກອງປະຊຸມ, ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບວິທີການແຕ່ງບົດສອນ, ການວັດ-ປະເມີນຜົນການສອນ, ທັກສະການຟັງ, ການອ່ານ, ການຂຽນ ແລະ ຄວາມໝາຍຄວາມສໍາຄັນຂອງແຕ່ລະທັກສະ. ຈາກນັ້ນ ຈະໄດ້ແບ່ງເປັນກຸ່ມຍ່ອຍໃນການດຳເນີນກິດຈະກຳແຕ່ລະບົດສອນພ້ອມທັງຄົ້ນຄ້ວາ ແລກປ່ຽນບົດຮຽນ ແລະ ສົນທະນາຮ່ວມກັນ. ສຳລັບຈຸດປະສົງ ຂອງການຈັດຝຶກອົບຮົມຄັ້ງນີ້ກໍ່ເພື່ອເປັນການສ້າງຂີດຄວາມສາມາດໃຫ້ແກ່ຄູສອນປະຈໍາການ ຊັ້ນປະຖົມສຶກສາ ຂັ້ນ ປ.1 ພາຍໃນເມືອງໂພນທອງ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊີ່ງ ກ່ຽວກັບ ວິທີການແຕ່ງບົດສອນ, ການສອນວິຊາ ພາສາລາວ ແລະ ວິຊາ ຄະນິດສາດຊັ້ນປະຖົມສຶກສາ ຂັ້ນປ.1 ສະບັບປັບປຸງໃໝ່ໃຫ້ຖືກຕ້ອງ ແລະ ອີກດ້ານໜຶ່ງກໍ່ເພື່ອແນ່ໃສ່ເສີມສ້າງທັກສະ-ເຕັກນິກການສອນ, ວິທີການປະເມີນຜົນໃຫ້ແກ່ຄູປະຈໍາການ ໃນການນໍາໃຊ້ຄູ່ມືແນະນໍາ ເພີ່ມວິທີການສອນ ວິຊາພາສາລາວ ແລະ ຄະນິດສາດ ຊັ້ນປະຖົມສຶກສາ ຂັ້ນ ປ.1 ສະບັບປັບປຸງໃໝ່ ໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ສາມາດບັນລຸຕາມເປົ້າໝາຍຂອງການສຶກສາວາງໄວ້.
ໂອກາດ ທີ່ມີຄວາມໝາຍສຳຄັນນີ້ ທ່ານ ບຸນເສັງ ພິລາວັນ ໄດ້ຮຽກຮ້ອງໃຫ້ສຳມະນາກອນທຸກພາກສ່ວນຈົ່ງໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃນບັ້ນດຳເນີນການຝຶກອົມຮົມຄັ້ງນີ້ໃຫ້ມີຄວາມເຂົ້າໃຈຢ່າງຈະແຈງ ແລະ ນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນການສິດສອນຂອງຕົນໃຫ້ໄດ້ຮັບຄຸນນະພາບດີຂື້ນເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ລະຫວ່າງວັນທີ 26-30 ເມສາ 2026 ຈຶ່ງຈະສຳເລັດ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼ.ບ






