ໜ່ວຍຊາວໜຸ່ມຮາກຖານ 3 ພາກສ່ວນ ແລກປ່ຽນບົດຮຽນຮ່ວມມື ຮອບດ້ານ

ໜ່ວຍຊາວໜຸ່ມພະແນກກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ແລະ ມສ ສັນຕິພາບໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນຮ່ວມມືວຽກງານຮອບດ້ານ ພິທີ ດັ່ງກ່າວ, ໄດ້ມີຂື້ນເມື່ອວັນທີ 16 ມິຖຸນາ 2023 ຜ່ານມາ ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນ-ຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ອ່ອນຈັນ ແສງຄຳ ຄະນະພັກຮາກຖານ ຮອງຜູ້ອຳນວຍການວິທະຍາໄລ ເຕັກນິກ-ວິຊາຊີບຫຼວງພະບາງ, ສະຫາຍ ສູນທອນ ແກ້ວສະຫວັນ ຄະນະພັກຮາກຖານ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນສັນຕິພາບ, ມີສະຫາຍເລຂາ-ຮອງເລຂາໜ່ວຍຊາວໜຸ່ມ, ສະຫາຍແຂກຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມ ທັງສາມພາກສ່ວນເຂົ້າຮ່ວມ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ກໍ່ເພື່ອເປັນການສືບຕໍ່ຜັນຂະຫາຍສາຍພົວພັນຮ່ວມມືວຽກງານຮອບດ້ານຂອງສາມພາກສ່ວນເວົ້າລວມເວົ້າສະເພາະກໍ່ຄື ວຽກງານຊາວໜຸ່ມປະຊາຊົນປະຕິວັດລາວຂອງພະແນກສຶກສາທິການ ແລະ ກິລາແຂວງ, ໜ່ວຍຊາວໜຸ່ມວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ແລະ ໜ່ວຍຊາວໜຸ່ມໂຮງຮຽນມັດທະຍົມສົມບູນສັນຕິພາບ ໃຫ້ນັບມື້ໜັກແໜ້ນ. ໃນພິທີ ໄດ້ປຶກສາຫາລືວຽກງານຮອບດ້ານໂດຍສະເພາະວຽກງານການຈັດຕັ້ງກອງທຶນຊາວໜຸ່ມ, ການສ້າງກອງຊາວໜຸ່ມຕະລຸມບອນ, ຂັ້ນຕອນຕ່າງໆຂອງການກະກຽມຮັບທຸງໄຊນຳໜ້າຂອງໜ່ວຍຊາວໜຸ່ມ, ນອກຈາກນີ້, ທຸກພາກສ່ວນຍັງໄດ້ຮ່ວມກັນປຶກສາຫາລື ແລະ ວາງແຜນ ກ່ຽວກັບການພັດທະນາວຽກງານຂອງຊາວໜຸ່ມໃນຂົງເຂດການສຶກສາໃຫ້ນັບມື້ຂະຫຍາຍຕົວ, ພ້ອມກັນສືບຕໍ່ສ້າງສາຍພົວພັນຮ່ວມມືຮອບດ້ານໃຫ້ແໜ້ນແຟ້ນຍິ່ງໆຂື້ນ.
Translate »
Scroll to Top