ໂຄງການ ໂອກາດດ້ານການສຶກສາລາວ (ລີອ໊ອດ) ໄລຍະ III ສະຫຼຸບ-ປິດໂຄງການ

ໂຄງການ ໂອກາດດ້ານການສຶກສາລາວ (ລີອ໊ອດ) ໄລຍະ III ໄດ້ຈັດກອງປະຊຸມສະຫຼຸບ-ປິດໂຄງການ ກອງປະຊຸມດັ່ງກ່າວໄດ້ມີຂື້ນເມື່ອວັນທີ 25 ກໍລະກົດ 2023 ຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ມີ ທ່ານຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ຕ່າງໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ຕາງໜ້າພະແນກການອ້ອມຂ້າງແຂວງ, ຫ້ອງວ່າການເມືອງ/ ນະຄອນ, ຫ້ອງການສຶກສາທິການ ແລະ ກິລາ ເປົ້າໝາຍ, ພະນັກງານໂຄງການ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຮ່າງບົດສະຫຼຸບ-ລາຍງານ ຜົນການຈັດຕັ້ງປະຕິບັດກິດຈະກໍາທ້າຍໂຄງການ ແລະ ປີດໂຄງການ ໂອກາດດ້ານການສຶກສາລາວ (ລີອ໊ອດ) ໄລຍະ III (2021-2023), ຈາກນັ້ນ ຜູ້ແທນກອງປະຊຸມທຸກພາກສ່ວນໄດ້ຮ່ວມກັນປະກອບຄຳຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນຢ່າງເລິກເຊິ່ງ ທັງນີ້ຍັງໄດເຫັນດີຮັບຮອງເອົາ ບົດສະຫຼຸບ-ລາຍງານ ການຈັດຕັ້ງປະຕິບັດໂຄງການໂອກາດດ້ານການສຶກສາລາວ ທີ່ໄດ້ຊ່ວຍເຫຼືອວຽກງານການສຶກສາຢູ່ ແຂວງຫຼວງພະບາງ ໄລຍະທີ III (2021-2023 ) ໂດຍພື້ນຖານ ແລະ ຮັບຮອງເອົາບົດສະຫຼຸບ-ລາຍງານການປະເມີນທ້າຍໂຄງການ, ກິດຈະກໍາການຝຶກອົບຮົມຄູພາສາອັງກິດ ໃຫ້ມີການປັບປຸງດ້ານງົບປະມານໃຫ້ນັກສຳມະນາກອນ ແລະ ປ່ຽນຮູບແບບ ໃຫ້ວິທະຍາກອນລົງຝຶກອົບຮົມ ໃຫ້ຄູສອນຢູ່ຂັ້ນເມືອງເປົ້າໝາຍ, ພາຍຫຼັງກິດຈະກຳສຳເລັດ ແມ່ນມອບໃຫ້ຄະນະກຳມະການຂັ້ນເມືອງ ໃນການລົງກວດກາ, ຊຸກຍູ້ ແລະ ຕິດຕາມໂຄງການກໍ່ສ້າງອາຄານຮຽນ, ຫ້ອງນໍ້າ, ຫຼັງຈາກການສຳເລັດໂຄງການແລ້ວ, ອາຄານສູນ ລີອ໊ອດ ແລະ ທີ່ດິນ ແມ່ນມອບໂອນໃຫ້ພະແນກສຶກສາທີິການ ແລະ ກິລາແຂວງ ນອກຈາກນີ້ ຄະນະກໍາມະການຄຸ້ມຄອງໂຄງການ (IMC) ແຕ່ລະຂັ້ນ ຕ້ອງເພີ່ມຄວາມເອົາໃຈ ໃນໃສ່ຂອດການປະສານງານ, ການລົງຕິດຕາມ ຊຸກຍູ້ຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດໂຄງການ ເພື່ອເປັນເອກະພາບກັນ ທາງດ້ານລະບຽບຫຼັກການ.
ໂອກາດນີ້, ທ່ານ ປອ ນາງ ບົວລອຍ ອິດທິພອນ ໄດ້ໃຫ້ກຽດມີຄໍາເຫັນວ່າ: ເພຶ່ອພ້ອມກັນສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນອະນາຄົດໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ໂດຍສະເພາະໂຄງການໂອກາດດ້ານການສຶກສາລາວ (ລີອ໊ອດ) ຕ້ອງໄດ້ປະສານສົມທົບກັບຜູ້ປະສານງານໂຄງການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການປັບປຸງບາງເນື້ອໃນ, ຂອດການປະສານງານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນອະນາຄົດມີຄວາມສອດຄ່ອງກັບການປະຕິບັດຕົວຈິງ ພ້ອມກັນນັ້ນໃນແຕ່ລະເມືອງເປົ້າໝາຍ ໃຫ້ມີແຜນການໃນການນຳໃຊ້, ການປົກປັກຮັກສາ ແລະ ບູລະນະອາຄານຮຽນ, ຫ້ອງນ້ຳ, ອຸປະກອນຮັບໃຊ້ການຮຽນ-ການສອນທີ່ທາງໂຄງການໄດ້ກໍ່ສ້າງ ແລະ ມອບໃຫ້ບ້ານ, ໂຮງຮຽນໃຫ້ນຳໃຊ້ໄດ້ຢ່າງຍາວນານ.
Translate »
Scroll to Top