ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ປຶກສາຫາລືກ່ຽວກັບເຄື່ອງມື ແລະ ສື່ໃນການຈັດຕັ້ງປະຕິບັດກິດຈະກໍາສະໂມສອນເດັກ

ອົງການຊ່ວຍເຫຼືອເດັກສາກົນໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບເຄື່ອງມື ແລະ ສື່ໃນການຈັດຕັ້ງປະຕິບັດກິດຈະກໍາສະໂມສອນເດັກຂອງວຽກງານໂຮງຮຽນທີ່ປອດໄພ ໃນວັນທີ 20 ມີນາ 2024 ນີ້, ທີ່ຫ້ອງປະຊຸມຫ້ອງການປົກຄອງເມືອງໂພນໄຊ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ນາງ ດາວອນ ລັດສະໝີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານຫົວໜ້າໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ປະຈໍາແຂວງຫຼວງພະບາງ, ທ່ານຜູ້ປະສານງານໂຄງການຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຮັບຜິດຊອບວຽກງານສະໂມສອນເດັກຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການໂຮງຮຽນ, ຄູອາສາສະໝັກຈາກ 10 ໂຮງຮຽນເປົ້າໝາຍ ພ້ອມດ້ວຍຄະນະຮັບຜິດຊອບວຽກງານສະໂມສອນເດັກຈາກໂຄງການເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີພາບລວມຂອງການຈັດຕັ້ງປະຕິບັດກິດຈະກໍາ ສະໂມສອນເດັກຂອງວຽກງານໂຮງຮຽນທີ່ປອດໄພ, ການທົບທວນຄືນລາຍຊື່ຄະນະຜູ້ຮັບຜິດຊອບ ແລະ ສະມາຊິກສະໂມສອນເດັກວຽກງານໂຮງຮຽນທີ່ປອດໄພພາຍໃນໂຮງຮຽນ, ການທົບທວນຄືນປັບປຸງໃນການນໍາໃຊ້ໂປຼສະເຕີວຽກງານໂຮງຮຽນທີ່ປອໄພ ແລະ ການສົ່ງຄໍາຄິດຄໍາເຫັນຕໍ່ອົງການ ແລະ ການນໍາສະເໜີການນໍາໃຊ້ເຄື່ອງມື ແລະ ສື່ ກ່ຽວກັບກິດຈະກໍາສະໂມສອນເດັກວຽກງານໂຮງຮຽນທີ່ປອດໄພ, ການສ້າງແຜນການ ແລະ ການລາຍງານຂອງການຈັດຕັ້ງປະຕິບັດກິດຈະກໍາສະໂມ ສອນເດັກວຽກງານໂຮງຮຽນທີ່ປອດໄພ, ຈາກນັ້ນຜູ້ແທນກອງປະຊຸມໄດ້ຮ່ວມກັນສົນທະນາແລກປ່ຽນບົດຮຽນ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໂດຍມີເນື້ອໃນເລິກເຊີ່ງຕໍ່ກັບບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນໂຮງຮຽນ ແລະ ບ້ານໃນໄລຍະຜ່ານມາໂດຍສະເພາະກິດຈະກໍາວຽກງານສະໂມສອນເດັກ, ວຽກງານການປົກປ້ອງເດັກ ແລະ ກິດຈະກໍາອື່ນໆຂອງໂຄງການ.
ໂອກາດນີ້, ທ່ານ ນາງ ດາວອນ ລັດສະໝີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ແລະ ທຸກພາກສ່ວນກ່ຽວຂ້ອງທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໂດຍມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງອອກ ຄູ,ອາຈານ, ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນກຸ່ມເປົ້າໝາຍຂອງໂຄງການໄດ້ມີຄວາມເຂົ້າໃຈ ແລະ ຮັບຮູ້ເຖິງວິທີການຮັບມື ແລະ ການຕອບໂຕ້ກັບໄພພິບັດທີ່ອາດຈະເກີດຂື້ນໃນທ້ອງຖິ່ນຂອງເຂົາເຈົ້່າໄດ້, ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບຜູ້ແທນກອງປະຊຸມທຸກພາກສ່ວນຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ ປຶກສາຫາລື ປະກອບຄຳຄິດຄຳເຫັນ ແລະ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ, ປັບປຸງວຽກງານໃນແຕ່ລະທ້ອງຖິ່ນຂອງໃຜລາວໃຫ້ມີຄຸນນະພາບ ແລະ ມີບາດກ້າວອັນໃໝ່.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການປຶກສາຫາລືໃນການນໍາໃຊ້ເຄື່ອງມື, ສື່ໃນການຈັດຕັ້ງປະຕິບັດກິດຈະກໍາສະໂມສອນເດັກວຽກງານໂຮງຮຽນທີ່ປອດໄພ ຮ່ວມກັບ ຜູ້ຮັບຜິດຊອບ ແລະ ອາສາສະໜັກຂັ້ນບ້ານ ພາຍໃນໂຮງຮຽນເປົ້າໝາຍ ແລະ ທັງເປັນການນໍາສະເໜີຂະບວນການ, ແຜນການ ແລະ ກິດຈະກໍາ ໃນການຈັດຕັ້ງປະຕິບັດກິດຈະກໍາສະໂມ ສອນເດັກວຽກງານໂຮງຮຽນທີ່ປອດໄພ ແລະ ອີກດ້ານໜື່ງກໍ່ຍັງເປັນການວາງແຜນຂອງການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວຂອງກິດຈະກໍາສະໂມສອນເດັກວຽກງານໂຮງຮຽນທີ່ປອດໄພ.
Translate »
Scroll to Top