ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວສະຫຼຸບ ແລະ ຖອດຖອນບົດຮຽນປະຈຳປີ 2023 ແລະ ແຜນການປະຈຳປີ 2024

ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນປະຈຳປີ 2023 ແລະ ແຜນການປະຈຳປີ 2024 ເມື່ອບໍ່ດົນຜ່ານມານີ້ ທີ່ສະຫະພັນແມ່ຍິງແຂວງ, ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ທ່ານ ນາງ ຫົງຄໍາ ເພັງສະຫວັດ ຮອງເຈົ້າເມືອງ ເມືອງນານ, ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງ ເມືອງໂພນໄຊ ແລະ ທ່ານ ແທ້ ເພັດຕະກອນ ຮອງເຈົ້າເມືອງ ເມືອງວຽງຄໍາ ມີທ່ານຜູ້ຕາງໜ້າຈາກບັນດາກົມ, ສູນການສຶກສາຮຽນຮ່ວມ, ສູນໄອຊີ ພາຍໃນສໍານັກກະຊວງ ແລະ ຜູ້ຕາງຈາກພະແນກການອ້ອມຂ້າງແຂວງ, ຄະນະບໍ່ລິຫານງານຊາວໜຸ່ມແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຕາງໜ້າຫ້ອງການເມືອງທີ່ກ່ຽວຂ້ອງ, ອໍານວຍການໂຮງຮຽນ, ຄູສອນ ແລະ ອາສາສະໝັກຮັບຜິດຊອບກິດຈະກຳສະໂມສອນເດັກ 3 ເມືອງເປົ້າໝາຍ ເມືອງນານ, ໂພນໄຊ ແລະ ເມືອງວຽງຄໍໍາ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີບົດລາຍງານການຈັດຕັ້ງປະຕິບັດໂຄງການໂຮງຮຽນທີ່ປອດໄພ ໃນ ສປປ ລາວ ປະຈໍາປີ 2023 ຈາກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ, ການລາຍງານການນໍາໃຊ້ງົບປະມານຂອງການຈັດຕັ້ງປະຕິບັດກິດຈະກຳໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ປະຈໍາປີ 2023, ຮັບຊົມວີດີໂອການປະກອບຄໍາເຫັນຈາກອຳນວຍການໂຮງຮຽນ ແລະ ນັກຮຽນ ພາຍໃນໂຮງຮຽນເປົ້າໝາຍຂອງເມືອງນານ, ຈັດກຸ່ມຄົ້ນຄວ້າໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຕີລາຄາຈຸດດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໜີແນະໃນການຈັດຕັ້ງປະຕິບັດກິດຈະກຳໂຄງການໃນໄລຍະທີ່ຜ່ານມາໃນປີ 2023,ນໍາສະເໜີແຜນການ ແລະ ງົບປະມານ ຂອງການຈັດຕັ້ງປະຕິບັດກິດຈະກໍາໂຮງຮຽນປອດໄພໃນ ສປປ ລາວ ປະຈໍາປີ 2024, ຈາກນັ້ນຜູ້ແທນກອງປະຊຸມໄດ້ຮ່ວມກັນ ສົນທະນາແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ໂດຍໄດ້ປະກອບຄໍາເຫັນລວມ ຕໍ່ກັບກິດຈະກຳຂອງໂຄງການດັ່ງກ່າວ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃນໂຄງການໂຮງຮຽນທີ່ປອດໄພໃນ ກ່ຽວກັບຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການປຶກສາຫາລືກ່ຽວກັບການດຳເນີນການຈັດຕັ້ງປະຕິບັດຕ່າງໆພາຍໃນໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ໃນໄລຍະຜ່ານມາ ສົກປີ 2023 ແລະ ແຜນການປະຈໍາປີ 2024.
ໂອກາດດັ່ງກ່າວ, ຄະນະຮັບຜິດຊອບໄດ້ສະເໜີໃຫ້ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ຊ່ວຍສະໜັບສະໜູນທາງດ້ານງົບປະມານ ເພື່ອຝຶກອົບຮົມກິດຈະກຳວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ແກ່ໂຮງຮຽນທີ່ບໍ່ແມ່ນເປົ້າໝາຍຂອງໂຄງການ ພ້ອມກັນນັ້ນອົງການຊ່ວຍເຫຼືອເດັກສາກົນ ຈະຕ້ອງໄດ້ສຸມໃສ່ວຽກງານກິດຈະກໍາສະໂມສອນເດັກໃຫ້ຫຼາຍຂຶ້ນກວ່າເກົ່າ.
Translate »
Scroll to Top