ໂຄງການລີອ໋ອດ ແລະ ສູນການສຶກສານອກໂຮງຮຽນແຂວງຫຼວງພະບາງສຳເລັດການຝຶກອົບຮົມການຕັດຫຍິບ/ອອກແບບ ແລະ ສີມືຫັດຖະກຳຊຸດທີ 10

ໂຄງການລີອ໋ອດ ແລະ ສູນການສຶກສານອກໂຮງຮຽນ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ສຳເລັດການຝຶກອົບຮົມການຕັດຫຍິບ/ອອກແບບ ແລະ ສີມືຫັດຖະກຳຊຸດທີ 10 ແລະ ຝຶກອົບຮົມເຂັ້ມຊຸດທີ 3 ເມື່ອວັນທີ 28 ກໍລະກົດ 2023 ຜ່ານມານີ້, ທີ່ສູນການສຶກສານອກໂຮງຮຽນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຫົວໜ້າໂຄງການລີອ໋ອດ, ຫົວໜ້າ-ຮອງຫົວໜ້າສູນການສຶກສານອກໂຮງຮຽນ, ມີທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ປະສານງານໂຄງການ, ພະນັກງານ ຄູຝຶກ ສຳມະນາກອນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ການຝຶກອົບຮົມເຂັ້ມວິຊາຊີບການຕັດຫຍິບ/ອອກແບບ ແລະ ສີມືຫັດຖະກຳຊຸດທີ 10 ເປັນໂຄງການໄລຍະສັ້ນ( 5 ເດືອນ ) ປະກອບມີ ຄະນະຮັບຜິດຊອບ 6 ທ່ານ, ຍິງ 2 ທ່ານ, ສຳມະນາກອນ 19 ຄົນ, ຍິງ 19 ຄົນ ເຊີ່ງໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການລີອ໋ອດ ແລະ ໄດ້ເລີ່ມເປີດຝຶກແຕ່ວັນທີ 28 ກຸມພາ 2023 ຫາ ວັນທີ 28 ກໍລະກົດ 2023 ຕະຫຼອດໄລຍະ ການຝຶກສຳມະນາກອນໄດ້ຮຽນຮູ້ ພື້ນຖານການໃຊ້ຈັກຫຍິບ, ວິຊາການຫຍິບ, ການແຕ້ມແບບເຄື່ອງນຸ່ງ,ວິຊາການຍ້ອມສີ,ການອອກແບບລວດລາຍ, ການເພັນລາຍຜ້າ,ການຫຍິບກະເປົາ, ເຮັດຜ້າປິດປາກ, ຖົງພາຍ, ບວກໃບ, ປະດິດໂບ, ກິບໜີບຜົມ, ນອກຈາກນີ້ຍັງສາມາດບໍລິການລູກຄ້າໃນການຕັດຫຍິບເຄື່ອງຕ່າງໆໄດ້ຫຼາຍກວ່າ 1000 ຊີ້ນງານ.
ໂອກາດນີ້, ທ່ານ ຊາຍສະຫວັນ ຈັນມານິດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊີ່ງທ່ານໄດ້ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສຳມະນາກອນທຸກທ່ານໄດ້ພ້ອມກັນເອົາໃຈໃສ່ ແລະ ເຂົ້າຮ່ວມຝຶກຈົນສຳເລັດ, ພາຍຫຼັງສຳເລັດການຝຶກອົບຮົມແລ້ວກໍ່ໃຫ້ສືບຕໍ່ນຳເອົາບົດຮຽນຄັ້ງນີ້ໄປສືບຕໍ່ເສີມຂະຫຍາຍ ບໍາລຸງຍົກລະດັບ, ພັດທະນາສີມືແຮງງານຂອງຕົນໃຫ້ກາຍເປັນມືອາຊີບ ເພື່ອປະກອບເຂົ້າໃນການສ້າງເສດຖະກິດຄອບຄົວຂອງຕົນໃຫ້ມີອາຊີບໝັ້ນຄົງ.
Translate »
Scroll to Top