ເຕັກນິກ-ວິຊາຊີບແບບປະສົມນໍ້າບາກຈັດພິທີປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ

ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມນໍ້າບາກໄດ້ຈັດພິທີປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 21 ກຸມພາ2024 ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ຄໍາສະໝອນ ເພັດດາລາ ຫົວໜ້າຄະນະຈັດຕັ້ງເມືອງນໍ້າບາກ, ທ່ານ ວິລະພົງ ສີບຸນເຮືອງ ຜູ້ອຳນວຍການໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມນໍ້າບາກ, ມີທ່ານຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານ ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5809/ສສກ, ນະຄອນຫຼວງວຽງຈັນ, ວັນທີ 16 ຕຸລາ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນພັກການຮັບອຸດໜູນບໍານານຄື: ທ່ານ ແສງຈັນ ສຸກສະຫວັດ ຫົວໜ້າວິຊາການ ແລະ ສິດສອນໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມນໍ້າບາກອອກພັກການ ແລະ ຮັບອຸດໜູນບຳນານ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຄຸນງາມຄວາມດີໃນໄລະຜ່ານມາຂອງທ່ານ ແສງຈັນ ສຸກສະຫວັດຊຶ່ງທ່ານເປັນພະນັກງານ ຜູ້ໜຶ່ງທີ່ ມີທັດສະນະຫຼັກໝັ້ນ, ມີແນວຄິດອຸ່ນອ່ຽງທຸ່ນທຽງຕໍ່ສະພາບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ມີມູນເຊື້ອການຈັດຕັ້ງປະຕິບັດວຽກງານຢູ່ໃນຖັນແຖວພະນັກງານໂດຍໄດ້ເລີ່ມບຸກເບີກ ແລະ ພັດທະນາໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າບາກຈົນມາຮອດປະຈຸບັນ ຊຶ່ງໄດ້ກາຍເປັນການປະກອບສ່ວນ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພ້ອມດຽວກັນນີ້ ຂໍໃຫ້ທ່ານຈົ່ງໄດ້ສືບຕໍ່ປະກອບສ່ວນວຽກງານ, ແນະນໍາບົດຮຽນໃຫ້ກັບພະນັກງານໜຸ່ມນ້ອຍ ພ້ອມທັງສືບຕໍ່ຮັກສາມູນເຊື້ອ ເປັນການນຳເປັນແບບຢ່າງທີ່ດີໃຫ້ຄົນຮຸ່ນໜຸ່ມ ແລະ ວຽກງານອື່ນໆ.
ນອກນັ້ນ, ໃນພິທີຍັງໄດ້ມອບໃບຍອງຍໍຂັ້ນກະຊວງ ໃຫ້ແກ່ ທ່ານ ແສງຈັນ ສຸກສະຫວັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຕະຫຼອດໄລຍະ ຜ່ານມາຈົນມາຮອດປັດຈຸບັນ.
Translate »
Scroll to Top