ຮຮ ສາມັນກິນນອນຊົນເຜົ່ານໍ້າບາກປະກາດແຕ່ງຕັ້ງຜູ້ອໍານວຍການຄົນໃໝ່

ໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ຜູ້ອໍານວຍການໂຮງຮຽນຄົນໃໝ່ ເມື່ອວັນທີ 20 ກຸມພາ 2024 ທີ່ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາສະໝອນ ເພັດດາລາ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງນໍ້າບາກ, ມີທ່ານ ບຸນທັນ ຈັນທະສີດາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ຫົວໜ້າ-ຮອງຫົວໜ້າຂະແໜງ ພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະອໍານວຍການໂຮງຮຽນ, ຄູ-ອາຈານ, ແຂກຖຶກເຊີນ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຜູ້ຕາງໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງຫຼວງພະບາງ ສະບັບເລກທີ 014/ຈຂ.ຫຼບ, ລົງວັນທີ 31 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ຂຶ້ນດໍາລົງຕໍາແໜ່ງບໍລິຫານປະເພດ 4 ເປັນຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ, ແຂວງຫຼວງພະບາງ, ພ້ອມດຽວກັນນີ້ ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ກຽດກ່າວມອບຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງໃຫ້ທ່ານ ສົມພອນ ສິດທິພອນ ອຳນວຍການຄົນໃໝ່
ໂອກາດດັ່ງກ່າວ ທ່ານ ປອ ວົງເພັດ ອຸລົມລິດ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມເຊີ່ງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ການຮັບໜ້າທີ່ໃໝ່ຂອງທ່ານ ຜູ້ອຳນວຍການຄົນໃໝ່ ພ້ອມນີ້ທ່ານໄດ້ຮຽກຮ້ອງ ແລະ ເນັ້ນໜັກຫຼາຍບັນຫາເປັນຕົ້ນໃຫ້ ຜູ້ອໍານວຍການທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງໃນການສຶກສາຄົ້ນຄວ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ນຳໃຊ້ຄວາມຮູ້ຄວາມສາມາດ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ເປັນຜູ້ບໍລິຫານທີ່ດີ ມີລະບຽບວິໄນ ເປັນທີ່ຍອມຮັບຂອງສັງຄົມ, ພ້ອມກັນນັ້ນກໍ່ຕ້ອງໄດ້ເອົາໃຈໃສ່ວຽກງານການສຶກສາອົມຮົມແນວຄິດການເມືອງໃຫ້ແກ່ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ, ພ້ອມທັງນໍາເອົາພາລະບົດບາດ, ເນື້ອໃນເອກະສານທີ່ສໍາຄັນຂອງພັກ-ລັດ ເຜີຍແຜ່ໃຫ້ສະມາຊິກໄດ້ຮັບຮູ້ ແລະ ເຂົ້າໃຈຈະແຈ້ງ ນອກຈາກນັ້ນກໍ່ຕ້ອງໄດ້ສືບຕໍ່ບໍາລຸງຍົກລະດັບທາງດ້ານວິຊາການ,ວິຊາສະເພາະ, ມີແບບແຜນໃນການຊີ້ນຳ ນຳພາໃນທຸກວຽກງານເອົາໃຈໃສ່ປະຕິບັດທຸກມະຕິຄຳສັ່ງຂອງລັດຖະກອນຢ່າງເຂັ້ມງວດ, ມີຄວາມສາມັກຄີຮັກແພງທັງພາຍໃນພາຍນອກຢ່າງແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ, ມີການປຶກສາຫາລືກັບພື່ອນຮ່ວມງານ, ໂດຍຖືເອົາຫຼັກການແບບລວມສູນປະຊາທິປະໄຕ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ນອກນີ້ ກໍ່ຕ້ອງໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂອງຂະແໜງການສຶກສາ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາຄຸນນະພາບຂອງການສຶກສາ, ພັດທະນາໂຮງຮຽນແຫ່ງນີ້ໃຫ້ກາຍເປັນໂຮງຮຽນພື້ນທີ່ສີຂຽວ ແລະ ກາຍເປັນໂຮງຮຽນຄຸນນະພາບ, ໂຮງຮຽນຕົວແບບຂອງເມືອງໃຫ້ໄດ້ໃນອານາຄົດ.
Translate »
Scroll to Top