ຫຼວງພະບາງ ສຳເລັດການສອບເສັງນັກຮຽນເກັ່ງລະດັບແຂວງ ປະຈຳສົກຮຽນ 2023-2024

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດການສອບເສັງນັກຮຽນເກັ່ງລະດັບແຂວງສໍາລັບຊັ້ນປະຖົມ ປ.5, ຊັ້ນມັດທະຍົມຕົ້ນ ມ.4 ແລະ ຊັ້ນມັດທະຍົມປາຍ ມ.7 ປະຈຳສົກຮຽນ 2023-2024 ເມື່ອວັນທີ 4 ມີນາ 2024 ຜ່ານມາທີ່ ພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານຫົວໜ້າ-ຮອງຫົວໜ້າຂະແໜງ,ພະນັກງານຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ ແລະ 1 ນະຄອນ-ຫຼວງພະບາງ,ຄະນະຮັບຜິດຊອບການສອບເສັງ, ຄູ-ອາຈານນຳພາ, ຄະນະກຳມະການເຝົ້າຫ້ອງສອບເສັງ ແລະ ນ້ອງນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນທະວີ ວົງປະເສີດ ຫົວໜ້າຂະແໜງສາມັນສຶກສາພະແນກສຶກສາທິການ ແລະ ກິລາແຂວງໄດ້ລາຍງານໃຫ້ຮູ້ວ່າ: ການຈັດການສອບເສັງນັກຮຽນເກັ່ງລະດັບແຂວງສຳລັບຊັ້ນປະຖົມ ປ.5, ຊັ້ນມັດທະຍົມຕົ້ນ ມ.4 ແລະ ຊັ້ນມັດທະຍົມປາຍ ມ.7 ປະຈຳສົກຮຽນ 2023-2024 ຄັ້ງນີ້, ປະກອບມີ ນັກສອບເສັງຊັ້ນປະຖົມ ປ.5 ຈໍານວນ 34 ນ້ອງ, ຍິງ 22 , ມັດທະຍົມຕອນຕົ້ນ ມ.4 ຈຳນວນ 65 ນ້ອງ, ຍິງ 38 ນ້ອງ, ແລະ ຊັ້ນມັດທະຍົມຕອນປາຍ ມ.7 ມີ 67 ນ້ອງ, ຍິງ 25 ນ້ອງ ລວມທັງໝົດ 166 ນ້ອງ, ຍິງ 85 ນ້ອງ ໃນນີ້ແຕ່ລະວິຊາມີຕົວແທນ 1 ນ້ອງ, ສ່ວນການສອບເສັງສໍາລັບຊັ້ນປະຖົມສຶກສາ ( ປ5 ) ມີວິຊາ ພາສາວ-ວັນນະຄະດີ, ວິຊາ ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍມີ ວິຊາ ພາສາລາວ – ວັນນະຄະດີ, ວິຊາ ເຄມີສາດ, ວິຊາ ຄະນິດສາດ, ວິຊາ ຟີຊິກສາດ ນັກສອບເສັງດັ່ງກ່າວແມ່ນ ມາຈາກ 11 ຕົວເມືອງ 1 ນະຄອນ ຫຼວງພະບາງ ແລະ ໂຮງຮຽນອ້ອມຂ້າງພາຍໃນແຂວງ ຈຳນວນ 6 ແຫ່ງ ເຊິງໄດ້ແຍກເປັນລາຍວິຊາຂອງແຕ່ລະຊັ້ນ. ຈຸດປະສົງຂອງການສອບເສັງຄັດເລືອກນັກຮຽນເກັ່ງລະດັບແຂວງໃນຄັ້ງນີ້ກໍ່ເພື່ອແນ່ໃສ່ແຜນປັບປຸງ ແລະ ພັດທະນາຄຸນນະພາບຂອງການສຶກສາທົ່ວແຂວງຫຼວງພະບາງປະຈຳສົກຮຽນ 2023-2024 ໃຫ້ດີຂື້ນເທື່ອລະກ້າວ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມຂະບວນການຮຽນ-ການສອນ, ສອນດີ-ຮຽນເກັ່ງຕາມ 3 ຂໍ້ແຂ່ງຂັນ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ປະກົດຜົນເປັນຈິງ ພ້ອມທັງເປີດໂອກາດໃຫ້ນ້ອງນັກຮຽນທີ່ມີພອນສະຫວັນໄດ້ສະແດງຄວາມຮູ້,ຄວາມສາມາດ ຂອງຕົນ ພ້ອມທັງເປັນການຄັດເລືອກເອົານັກຮຽນເກັ່ງຜູ້ທີ່ສອບເສັງໄດ້ຄະແນນສູງສຸດຂອງແຕ່ລະວິຊາເພື່ອເປັນຕົວແທນຂອງແຂວງໃນການເຂົ້າຮ່ວມການແຂ່ງຂັນລະດັບຊາດໃນຕໍ່ໜ້ານີ້.
ໂອກາດດັ່ງກ່າວ, ທ່ານ ວັນທອງ ແພງສະຫວັດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈຕໍ່ກັບການຫ້າງຫາກະກຽມຈົນສາມາດເລືອກໄດ້ນັກຮຽນເກັ່ງທີ່ເປັນຕົວແທນຂອງເມືອງ,ຂອງໂຮງຮຽນ ເພື່ອມາເຂົ້າຮ່ວມໃນລະດັບແຂວງຄັ້ງນີ້, ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງນັກສອບເສັງທຸກຄົນຈົ່ງໄດ້ພ້ອມກັນເອົາໃຈໃສ່ສຸມທຸກສະຕິປັນຍາປະກອບເຂົ້າໃນການແກ້ຫົວບົດຂອງຕົນໃຫ້ສຳເລັດຕາມເວລາທີ່ຄະນະກຳມະການໄດ້ກຳນົດໄວ້, ຄະນະຮັບຜິດຊອບການຕັດຫົວບົດ ແລະ ດຳເນີນການກວດບົດຕ້ອງມີຄວາມຊື່ສັດບໍລິສຸດ,ມີຄວາມໂປງໃສ ແລະ ຍຸຕິທຳ ພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງການສອບເສັງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການສອບເສັງຄັ້ງນີ້ຮັບປະກັນທາງດ້ານຄຸນນະພາບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຜ່ານການສອບເສັງຜົນປະກົດວ່າ: ຊັ້ນປະຖົມສຶກສາ ( ປ5 )ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ພາຣິນີ ຣົມທະວົງ ຈາກໂຮງຮຽນ ປສ ກຽດຕິສັກນາໆຊາດ ນະຄອນຫຼວງພະບາງ, ທີ 2 ນາງ ຂວັນ ສີບົວພັນ ຈາກໂຮງຮຽນ ປສ ປາກເກັງ ເມືອງປາກແຊງ, ອັນດັບທີ 3 ນາງ ສຸກັນຍາ ລໍວັນອຽນ ຈາກໂຮງຮຽນ ປສ ເທບປັນຍາ 1 ເມືອງນໍ້າບາກ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ພະນົມສິດ ຄຸນສະຫວັດ ຈາກໂຮງຮຽນ ປສ ເທບປັນຍາ 2 ເມືອງນໍ້າບາກ, ທີ 2 ທ້າວ ກິດຕິໄຊ ມິ່ງບຸບຜາ
ຈາກໂຮງຮຽນ ປສ ກຽດຕິສັກນາໆຊາດ ນະຄອນ-ຫຼວງພະບາງ, ອັນດັບທີ 3 ທ້າວ ເລົ່າຕູ້ ໄຟດາເຮີ ຈາກໂຮງຮຽນ ປສ ປາກງາ ເມືອງໂພນໄຊ
ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບທີ 1 ທ້າວ ເພັດມັງກອນ ປັນຍາແກ້ວ ຈາກໂຮງຮຽນ ປສ ຊີ່ນຮວາ ນະຄອນ-ຫຼວງພະບາງ, ອັນດັບທີ 2 ນາງ ວາດສະໜາ ລິວອຸດົມ ຈາກ ປສ ເທບປັນຍາ 1 ເມືອງນໍ້າບາກ, ທີ 3 ນາງ ດາລູນີ ຈິດຕະວົງ ປສ ໝອງຂຽວ ເມືອງງອຍ, ຊັ້ນມັດທະຍົມຕອນຕົ້ນ ( ມ.4 ) •ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ສິດທະທັດ ແສງຄຳດີ ຈາກໂຮງຮຽນ ມຕ ບ້ານຄອຍ ນະຄອນ-ຫຼວງພະບາງ, ອັນດັບທີ 2 ນາງ ພອຍໄພລິນ ດາວງາມ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ອັນດັບທີ 3 ນາງ ສຸທິດາ ບົວຍະວົງ ຈາກ ມສ ປາກອູ ເມືອງປາກອູ, •ວິຊາຄະນິດສາດ ອັນດັບທີ 1 ທ້າວ ຄຳຫຼ້າ ທໍ່ ຈາກຟຮງຮຽນ ມສ ເດັກກ່ຳພ້າ ນະຄອນ-ຫຼວງພະບາງ, ອັນດັບທີ 2 ທ້າວ ຄຳຮູ້ ດາລາເພັດ ຈາກ ມຕ ຊີ່ນຮວາ ນະຄອນ-ຫຼວງພະບາງ, ທີ 3 ນາງ ອາລີຕາ ຜົນມະນີ ຈາກ ມສ ເມືອງນານ, •ວິຊາເຄມີສາດ ອັນດັບທີ 1 ທ້າວ ຈີວະຣັນ ຄຸນຈະເລີນ ຈາກ ມຕ ຊີ່ນຮວາ ນະຄອນ-ຫຼວງພະບາງ, ທີ 2 ນາງ ໄມ່ເຍ່ຍ ຊົ່ງ ຈາກ ມຕ ເທບປັນຍາ ນ້ຳບາກ, ທີ 3 ນາງ ກິ່ງທິດາ ພັນນາວິນ ຈາກ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ວິຊາ•ຟີຊິກສາດ ອັນດັບທີ 1 ທ້າວ ມົວເຈີ້ງ ເຮີ ຈາກ ມຕ ເທບປັນຍາ ນ້ຳບາກ, ອັນດັບທີ 2 ນາງ ເພັດວິໄລ ມິ່ງບຸບຜາ ຈາກ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ທີ 3 ນາງ ພິມທອງທາ ພົມປະເສີດ ມສ ກຽດຕິສັກ ນະຄອນ-ຫຼວງພະບາງ , ສ່ວນຊັ້ນມັດທະຍົມຕອນປາຍ ( ມ.7 ) •ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ຮືເສັງ ເລົ່າ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ອັນດັບທີ 2 ນາງ ກ່ຽນ ລວງພົງມະລິນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ທີ 3 ນາງ ສຸຈີນດາ ບຸບຜາປັນຍາ ມສ ປ່ອງຄຳ ນະຄອນ-ຫຼວງພະບາງ, •ວິຊາຄະນິດສາດ ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກ ໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ທີ 2 ທ້າວ ສີວັນ ຊົ່ງ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ທີ 3 ທ້າວ ເຊັ່ງ ທໍ່ ມສ ເດັກກ່ຳພ້າ ນະຄອນ-ຫຼວງພະບາງ, •ວິຊາເຄມີສາດ ອັນດັບທີ 1 ທ້າວ ໄຊຈະເລີນ ເຈີເຍຍວືຊົ່ງ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ທີ 2 ນາງ ເທ່ຍ ເຮີ ຈາກໂຮງຮຽນ ມສ ກີ່ວກະຈຳ ເມືອງຊຽງເງິນ, ທີ 3 ທ້າວ ຈັນເພັງ ວື ຈາກ ມສ ນ້ຳຖ້ວມ ເມືອງນ້ຳບາກ, •ວິຊາຟີຊິກສາດ ອັນດັບທີ 1 ທ້າວ ຫຼ້າໄຊ ເຈ່ຍມົວທໍ່ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ, ອັນດັບທີ 2 ທ້າວ ສີສະຫວ່າງ ສຸດາຄູນ ຈາກ ມສ ປ່ອງຄຳ ນະຄອນ-ຫຼວງພະບາງ ແລະ ອັນດັບທີ 3 ນາງ ອ່ອນແກ້ວ ຈັນພະວົງ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນ-ຫຼວງພະບາງ.
Translate »
Scroll to Top