ສກຂ ຫຼວງພະບາງ ແລະ ສກມ ງອຍ ສ້າງຂະບວນການແຂ່ງຂັນກິລາບານສົ່ງ(ຍິງ) ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງຟົດຟື້ນ

.
ພະແນກສຶກສາທິການ ແລະ ກິລາ ແຂວງ(ສກຂ)ຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ(ສກມ) ງອຍ ຈັດໃຫ້ມີການສ້າງຂະບວນການແຂ່ງຂັນກິລາປະເພດບານສົ່ງຍິງ ມິດຕະພາບ ເພື່ອສ້າງຂະບວນການ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ຊົມເຊີຍກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງຫຼວງພະບາງ ປະຈຳປີ 2023 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາບານສົ່ງຍິງມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນເມື່ອຕອນແລງວັນທີ 8 ມີນາ 2024 ທີ່ສະໜາມກິລາບານສົ່ງໂຮງຮຽນ ມສ ເມືອງງອຍ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບົວລຽນ ຈັນທະວົງ ປະທານຮາກຖານສະຫະພັນແມ່ຍິງພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສີຈັນ ພອນສະຫວັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງງອຍ, ມີຄະນະນັກກິລາ ແລະ ຄະນະຈາກ 3 ອົງການຈັດຕັ້ງມະຫາຊົນພ້ອມດ້ວຍ ພະນັກງານວິຊາການຂອງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາຄັ້ງນີ້ ນອກຈາກເພື່ອສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ຊົມເຊີຍກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງປະຈຳປີ 2023 ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະພັກ, ຄະນະນຳ ແລະ ພະນັກງານຂອງຂະແໜງການສຶກສາໂດຍສະເພາະພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງງອຍຂອງພວກເຮົາໃຫ້ມີຄວາມໃກ້ຊິດຕິດແທດ ແລະ ສະໜິດສະໜົມກັນຫຼາຍຂຶ້ນ ແນໃສ່ເຮັດໃຫ້ຂອດການປະສານວຽກງານຕ່າງໆມີຄວາມສະດວກສະບາຍ ແລະ ຄຽງຄູ່ກັນນີ້ກໍ່ເພື່ອເປັນການສ້າງໂອກາດໃຫ້ພະນັກງານພາຍໃນຂະແໜງການສຶກສາໃຫ້ໄດ້ຫຼິ້ນກິລາເພື່ອໃຫ້ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດເປັນກ້າວໆ, ນອກຈາກການແຂ່ງຂັນກິລາແລ້ວພະແນກສຶກສາທິການ ແລະ ກິລາແຂວງຍັງໄດ້ມອບເງິນສົດ ແລະ ອຸປະກອນກິລາຈຳນວນໜຶ່ງລວມມູນຄ່າ 3 ລ້ານກວ່າກີບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງງອຍຕື່ມອີກ
Translate »
Scroll to Top