ສກຂ ຫຼວງພະບາງ-ອົງການພັດທະນາເດັກລາວ-ຍີ່ປຸ່ນ SVA ຈັດພິທີລົງນາມບົດບັນທຶກເຂົ້າຄວາມໃຈກ່ຽວກັບໂຄງການປັບປຸງສະພາບແວດລ້ອມການຮຽນ-ການສອນພາສາລາວສຳລັບຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຫຼວງພະ ແລະ ອົງການພັດທະນາເດັກລາວ-ຍີ່ປຸ່ນ (SVA) ໄດ້ຈັດພິທີລົງນາມບົດບັນທຶກເຂົ້າຄວາມໃຈກ່ຽວກັບໂຄງການປັບປຸງສະພາບແວດລ້ອມການຮຽນ-ການສອນພາສາລາວ ສຳລັບຊັ້ນປະຖົມສຶກສາຢູ່ ເມືອງງອຍ ແລະ ເມືອງໂພນໄຊຂອງແຂວງຫຼວງພະບາງ ພິທີດັ່ງກ່າວໄດ້ມີຂື້ນເມື່ອ ວັນທີ 26 ກຸມພາ 2024 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ນາງ ພຸດທະນາລີ ທັມມະມີໄຊ ຮອງຜູ້ອຳນວຍການອົງການ SVA ປະຈໍາ ສປປ ລາວ,ມີທ່ານຜູ້ຕາງໜ້າຈາກພະແນກສົນທິສັນຍາກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ, ວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ນາງ ຄຳເພັດ ທຳມະວົງສາ ຕາງໜ້າພະແນກສົນທິສັນຍາກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການຕ່າງປະເທດ ສະບັບເລກທີ 0319/ຕປທ.ຈສກ, ນະຄອນຫຼວງວຽງຈັນ, ລົງວັນທີ 24 ມັງກອນ 2024, ໃບມອບສິດຂອງກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 148/ສສກ, ນະຄອນຫຼວງວຽງຈັນ, ລົງວັນທີ 8 ກຸມພາ 2024, ວ່າດ້ວຍການມອບສິດໃຫ້ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງຕາງໜ້າກະຊວງສຶກສາທິການ ແລະ ກິລາເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການພັດທະນາເດັກລາວ-ຍີ່ປຸ່ນ(SVA) ປະຈໍາ ສປປ ລາວກ່ຽວກັບໂຄງການປັບປຸງສະພາບການຮຽນ-ການສອນພາສາລາວ ສຳລັບໂຮງຮຽນຊັ້ນປະຖົມສຶກສາຢູ່ເມືອງງອຍ ແລະ ເມືອງໂພນໄຊຂອງແຂວງຫຼວງພະບາງ.
Translate »
Scroll to Top