ມ.ສ ເດັກກໍ່າພ້າ ຕີລາຄາຄືນວຽກງານປະຈຳປີ 2022-2023 ພ້ອມຮັບຮອງເອົາວຽກງານຈຸດສຸມຫຼາຍດ້ານໃນແຜນພັດທະນາການສຶກສາ ປະຈຳສົກ 2023 -2024

ໂຮງຮຽນ ມ.ສ ເດັກກໍ່າພ້າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາຄືນວຽກງານປະຈຳປີ 2022-2023 ພ້ອມຮັບຮອງເອົາວຽກງານຈຸດສຸມຫຼາຍດ້ານໃນແຜນພັດທະນາການສຶກສາ ປະຈຳສົກ 2023 -2024 ກອງປະຊຸມໄດ້ມີຂື້ນໃນລະຫວ່າງວັນທີ ທີ 30-31 ສິງຫາ 2023 ນີ້ ທີ່ສະໂມສອນ ໂຮງຮຽນດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ທ່ານ ຈັນທອນ ເພັງພະຈັນ ຜູ້ອໍານວຍການໂຮງຮຽນ ມສ ເດັກກໍ່າພ້າ ເປັນກຽດເຂົ້້າຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ ກໍາມະການພັກແຂວງ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພະນັກງານ, ຄູ – ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນຕ່າງໆເປັນຕົ້ນຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບລະຫວ່າງ ທ່ານ ຫົວໜ້າພະແນກ ແລະ ບັນດາ ທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຮັບຜິດຊອບຂະແໜງ, ຫ້ອງການສຶກສາທິການ ແລະ ກິລາເມືອງ – ນະຄອນ ແລະ ໂຮງຮຽນອ້ອມຂ້າງ, ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ, ບົດແນະນໍາການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຕົກລົງນະໂຍບາຍມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ, ດໍາລັດວ່າດ້ວຍລັດຖະກອນຄູ, ຄໍາແນະນໍາການປະເມີນຜົນ ການປະຕິບັດໜ້າທີ່ວຽກງານຂອງຄູ ແລະ ຜູ້ບໍລິຫານສະຖານການສຶກສາ, ບົດລາຍງານຜົນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ປະຈໍາສົກຮຽນ 2022 – 2023. ນອກຈາກນີ້ ຍັງໄດ້ພ້ອມຮັບຮອງເອົາວຽກງານຈຸດສຸມຫຼາຍດ້ານໃນແຜນພັດທະນາການສຶກສາ ປະຈໍາສົກ 2023 -2024 ໂດຍສະເພາະ ຮັບຮອງເອົາມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງຫຼວງພະບາງ ປະຈໍາສົກຮຽນ 2022-2023, ບົດລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາສົກຮຽນ 2022-2023 ແລະ ແຜນວຽກງານຈຸດສຸມປະຈໍາສົກຮຽນ 2023-2024 ແລະ ຮັບຮອງເອົາວິທີແກ້ໄຂຂອງແຕ່ລະໜ່ວຍງານທີ່ຈະນໍາໄປຈັດຕັ້ງປະຕິບັດໃນສົກຮຽນ 2023 – 2024 ໂດຍໃຫ້ໜ່ວຍງານບໍລິຫານຂຶ້ນທະບຽນພາຫະນະ, ວັດຖຸອຸປະກອນທີ່ເປັນຊັບສິນຂອງໂຮງຮຽນ ໃຫ້ມີຄວາມຊັດເຈນ ແລະ ຖືກຕ້ອງ, ຈຸງານການເງິນຕ້ອງຂຶ້ນແຜນງົບປະມານອັດຕາເບ້ຍລ້ຽງຂອງນັກຮຽນໃນແຕ່ລະງວດໃຫ້ທັນເວລາ, ຕິດຕາມລາຍຮັບ-ລາຍຈ່າຍຂອງໂຮງຮຽນພ້ອມທັງ ສະຫຼຸບລາຍງານໃຫ້ຄະນະອໍານວຍການໂຮງຮຽນ ແລະ ພະນັກງານຄູ-ອາຈານຮັບຊາບ, ເກັບກໍາຂໍ້ມູນການເລື່ອນຊັ້ນ-ຂັ້ນເງິນເດືອນຂອງພະນັກງານບໍລິຫານ ແລະ ຄູ-ອາຈານ ໃຫ້ມີຄວາມຊັດເຈນ, ຄູຊັ້ນປະຖົມຕ້ອງເອົາໃຈໃສ່ບໍາລຸງນັກຮຽນອ່ອນໃຫ້ສາມາດອ່ານ ແລະ ຂຽນພາສາລາວຖືກຕ້ອງຕາມຫຼັກໄວຍາກອນ, ຄູ – ອາຈານທຸກຄົນ ຕ້ອງໄດ້ເອົາໃຈໃສ່ສິດສອນນັກຮຽນຕາມວິຊາຂອງຕົນສອນໃນແຕ່ລະຂັ້ນຮຽນ ໃຫ້ສອບເສັງບັນລຸໄດ້ 98%. ສ່ວນຈົບຊັ້ນໃຫ້ ສອບເສັງບັນລຸໄດ້ 100% ລວມເຖິງວຽກງານອື່ນໆທີ່ປິ່ນອ້ອມຮອບດ້ານ.
ໂອກາດນີ້, ທ່ານ ປ.ອ ວົງເພັດ ອຸດົມລິດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນໃຫ້ຄະນະຜູ້ບໍລິຫານໂຮງຮຽນ, ຄູອາຈານ ທຸກຄົນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ໃນການປະຕິບັດວຽງານຂອງຕົນຕາມພາລະບົດບາດ, ສືບຕໍ່ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໂດຍສະເພາະແຜນຈຸດສຸມໃຫ້ນຳເອົາມາຈັດຕັ້ງປະຕິບັດ, ສ້າງເປັນແຜນງານລະອຽດ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຕາມເງຶ່ອນໄຂຕົວຈິງ ພ້ອມກັນນັ້ນ ໃຫ້ສືບຕໍ່ສ້າງສະພາບແວດລ້ອມໂຮງຮຽນ, ສ້າງຄູໃຫ້ໄດ້ຄູປະສົບການ, ຄູຊໍານານງານ ເຮັດໃຫ້ໂຮງຮຽນແຫ່ງນີ້ກາຍເປັນໂຮງຮຽນຕົວແບບຮອບດ້ານ.
Translate »
Scroll to Top