ຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາແຂວງຫຼວງພະບາງ ສະຫຼຸບວຽກງານປະຈຳປີ 2023

ຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາທົ່ວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼບວຽກງານປະຈຳປີ 2023 ໃນລະຫວ່າງວັນທີ 27-28 ກຸມພາ 2024 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ປ.ອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ, ທ່ານ ອະທິການບໍດີມະຫາວິທະຍາໄລ, ວິທະຍາໄລ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ 1 ນະຄອນ-ຫຼວງພະບາງ, ພະແນກການອ້ອມຂ້າງ,ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ2023 ແລະ ທິດທາງແຜນການປະຈໍາປີ 2024, ການຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາປີ 2023, ການຈັັດຕັ້ງຜັນຂະຫຍາຍ ມະຕິ 09 ຂອງນາຍົກລັດຖະມົນຕີ, ຜົນການປະເມີນທັກສະການອ່ານ,ການຂຽນ ແລະ ການຄິດໄລ່ເລກ ສີ່ປະການຂອງນັກຮຽນ ຂັັ້ນ ປ.5 ,ການຈັດການຮຽນ ປກສ-ປກຊ ,ກະກຽມຄວາມພ້ອມເພື່ອເຂົົ້າຮ່ວມງານມະຫາກຳກິລາ ນັກຮຽນມັດທະຍົມທົ່ວປະເທດ ຄັັ້ງທີ່ VII ປີ 2024, ທີ່ແຂວງສາລະວັນ, ການພັດທະນາວຽກງານວິທະຍາສາດ ແລະ ການຄຸ້ມຄອງເງິນບໍລິຫານໂຮງຮຽນ ພ້ອມດຽວກັນນັ້ນ ຕ່າງໜ້າຫ້ອງການສຶກສາທິການ ແລະ ກິລາ ລາຍງານຜົນການຄົ້ນຄວ້າ ວິທະຍາສາດ ຕາມຫົວຂໍ້ຄໍາຖາມເຈາະຈີ້ມ. ຈາກນັ້ນ ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກເຊີ່ງເພື່ອຮ່ວມກັນຊອກຫາວິທີການແກ້ໄຂບັນຫາທີ່ຍັງຄ້າງຄາ ແລະ ເປັນສິ່ງທ້າຍທາຍໃນຕໍ່ໜ້າ.
ໂອກາດນີ້, ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາພະແນກທີ່ໄດ້ເອົາໃຈໃສ່ປັບປຸງພັດທະນາວຽກງານການສຶກສາຂອງແຂວງໄດ້ມີບາດກ້າວອັນໃໝ່ ລວມເຖິງຄວາມເປັນເຈົ້າການຂອງຜູ້ບໍລິຫານການສຶກສາຂັ້ນຕ່າງໆທີ່ມີຄວາມເຂັ້ມແຂງຕະຫຼອດຮອດພະນັກງານຄູ-ອາຈານ ພ້ອມດຽວກັນນີ້ທ່ານໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນຈົ່ງໄດ້ພ້ອມກັນສືບຕໍ່ຮັກສາມູນເຊື້ອທີດີ ແລະ ຊອກທິດທາງແກ້ໄຂສະພາບບັນຫາໃຫ້ມີຄວາມສອດຄ່ອງ, ທັນກັບສະພາບການຢ່າງເປັນຮູບປະທໍາເພື່ອປະກອບສ່ວນເຂົ້າໃນປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນເທື່ອລະກ້າວ.
Translate »
Scroll to Top