ທ່ານ ປ.ອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX

ທ່ານ ປ.ອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX
ໃນລະຫວ່າງວັນທີ 25-26 ກັນຍາ 2023 ຜ່ານມານີ້, ທ່ານ ປ.ອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທີ່ເມືອງປາກອູ, ໂດຍການຕ້ອນຮັບຂອງຄະນະນໍາຂອງເມືອງ, ມີ ທ່ານ ຜູ້ຕາງໜ້າຈາກສະພາປະຊາຊົນແຂວງ, ຄະນະຮັບຜິດຊອບ, ຄະນະອໍານາດການປົກຄອງທ້ອງຖິ່ນ, ທ່ານ ນາຍບ້ານ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.
Translate »
Scroll to Top