ທ່ານ ປອ ວົງເພັດ ອຸດົມລິດ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ6 ແຂວງຫຼວງພະບາງ ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຢູ່ເມືອງພູຄູນ

ທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທືອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຢູ່ເມືອງພູຄູນ ໃນລະຫວ່າງວັນທີ 13-16 ກຸມພາ 2024 ຜ່ານມານີ້່,
ໂອກາດກັ່ງກ່າວ ທ່ານໄດ້ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາວຽກງານການສຶກສາຂອງບັນດາບ້ານ ແລະ ໂຮງຮຽນຄື: ບ້ານ ພູຢາງ,ໂຮງຮຽນ ມຕ ບ້ານພູຢາງ,ມ.ສ ບ້ານພູວຽງນ້ອຍ, ບ້ານ ພູສູງ, ບ້ານ ລ້ອງໝ້ຽງ, ບ້ານ ພູລັງຈັງບ້ານ ແສນສີ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຈາກນັ້ນ ທ່ານ ປອ ວົງເພັດ ອຸດົມລິດ ກໍ່ໄດ້ເຜີຍແຜ່ເຖິງບັນດາເນື້ອໃນຈິດໃຈສຳຄັນ ຂອງຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຫຼາຍບັນຫາສຳຄັນເປັນຕົ້ນ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງລັດຖະບານ, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ, ແຜນເງິນຕາ ກາງສະໄໝ 5 ປີ (2021-2025), ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023);ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການເເກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການ ເງິນ ໄລຍະ 3 ປີຜ່ານມາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດ ທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2021ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022.ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງເແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສານປະຊາຊົນສູງສຸດ ແລະ ວຽກງານ ສ້າງ, ປັບປຸງ ແລະ ການປະເມີນການຈັດຕັ້ງປະຕິບັດກົດໝາຍ
ນອກຈາກນີ້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນພົ້ນເດັ່ນຂອລສະພາແຫ່ງຊາດຊຸດທີ IX ໃນຖານະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ແລະ ວິທີການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ການປະຕິບັດວຽກງານຈຸດສຸມຂອງຂະແໜງສຶກສາທິການ ແລະ ກິລາ ໃຫ້ບັນລຸຕາມຄາດໝາຍ ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ ການເຄືອນໄຫວວຽກງານ ແລະ ຜົນສຳເລັດທີ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຖານະເປັນຕົວແທນຂອງປະຊາຊົນ ໄດ້ປະຕິບັດພາລະບົດບາດ ໃນການພິຈາລະນາ ແລະ ຮັບຮອງບັນຫາສຳຄັນຕ່າງໆຂອງຊາດ ເພື່ອເຮັດໃຫ້ການຄຸ້ມຄອງ-ບໍລິຫານລັດ, ຄຸ້ມຄອງສັງຄົມໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທຳ ຕໍ່ກັບການສະເໜີຂອງອົງການປົກຄອງບ້ານ ແລະ ຄຳຄິດເຫັນຂອງປະຊາຊົນ ແຕ່ລະບ້ານ ເປັນຕົ້ນແມ່ນ ບັນຫານໍ້າຊົມໃຊ້ບໍພຽງພໍ, ບັນຫາເຂດແດນການທຳການຜະລິດ-ລ້ຽງສັດລະຫວ່າງບ້ານຕໍ່ບ້ານ, ການຈັດສັນ ແລະ ຂະຫຍາຍທີດິນປູກສ້າງທີຢູ່ອາໄສ, ບັນຫາວິກິດທາງດ້ານເສດຖະກິດ ແລະ ບັນຫາອື່ນໆຈຳນວນໜຶ່ງ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງນັ້ນ ທ່ານ ກໍ່ໄດ້ຊີ້ແຈ້ງຍົກບັນຫາໃນສະຖານະການທີທົ່ວໂລກພວມຖືກຜົນກະທົບວິກິດທາງເສດຖະກິດໃນປະຈຸບັນ ພ້ອມນີ້ ຍັງໄດ້ໃຫ້ທິດຊີ້ນຳ ແລະ ແກ້ໄຂບັນຫາບົນພື້ນຖານຕາມເປັນຈິງ ແລະ ຖືກຕ້ອງສອດຄອງກັບກົດໝາຍ ຮັບປະກັນໃຫ້ປະຊາຊົນມີຄວາມເຊື້ອໝັ້ນຕໍ່ການຊີ້ນຳ ນຳພາຂອງພັກ-ລັດ, ສັງຄົມມີຄວາມສະຫງົບ, ພ້ອມກັນຍົກສູງສະຕິໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ຂໍໃຫ້ພໍ່ແມ່ປະຊາຊົນມີຄວາມອົດທົນ ອຸ່ນອ່ຽງ, ທຸ່ນທ່ຽງ ເປັນເຈົ້າການ ແລະ ມີຄວາມຕືນຕົວໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ໄດ້ຮັບຜົນດີ.
ໂອກາດທີ່ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຢູ່ເມືອງພູຄູນໃນຄັ້ງນີ້ ທ່ານ ຍັງໄດ້ນຳເອົາເຄື່ອງນຸ່ງ(ເສື້ອກັນໜາວ)ຈຳນວນໜຶ່ງ ມອບໃຫ້ແຕ່ລະບ້ານ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຈົນ ລວມມູນຄ່າທັງໝົດ 33 ລ້ານກວ່າກີບ.
Translate »
Scroll to Top