ຄະນະນຳ ຮຮ ວິຊາຊີບແບບປະສົມນ້ຳບາກ ແລະ ວລ ເຕັກນິກຊຸຍໂຈ ຫາລືຮ່ວມມືກັນຫຼາຍດ້ານ

ໂຮງຮຽນ (ຮຮ) ເຕັກນິກ-ວິຊາຊີບແບບປະສົມນໍ້າບາກ ແຂວງຫຼວງພະບາງ ແລະ ຄະນະຜູ້ບໍລິຫານວິທະຍາໄລ (ວລ) ເຕັກນິກຊຸຍໂຈ ສປ ຈີນ ໄດ້ພົບປະແລກປ່ຽນບົດຮຽນ ແລະ ຫາລືຮ່ວມມືກັນຫຼາຍດ້ານ ເມື່ອວັນທີ 15 ພຶດສະພາ 2023 ທີ່ໂຮງຮຽນດັ່ງກ່າວ, ໂດຍມີ ທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ວິລະພົງ ສີບຸນເຮືອງ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າບາກ ແລະ ທ່ານ ນາງ ລີ ຫົງ ຮອງເລຂາພັກຖານຖານ ຮອງອະທິການບໍດີວິທະຍາໄລຊຸຍໂຈ ແຂວງຈຽງຊູ ສປ ຈີນ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າພາກວິຊາ ແລະ ພະນັກງານ, ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ວິລະພົງ ສີບຸນເຮືອງ ກ່າວລາຍງານໃຫ້ຮູ້ວ່າ: ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນ້ຳບາກ ແຂວງຫຼວງພະບາງ ຕັ້ງຢູ່ບ້ານນ້ຳຖ້ວມເໜືອ ເມືອງນ້ຳບາກ ແຂວງຫຼວງພະບາງ ມີເນື້ອທີ່ທັງໝົດ 6,9 ເຮັກຕາ ໂດຍແໜງອາຊີວະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບໂຮງຮຽນເຕັກນິກ-ວິຊາຊີບຫຼວງພະບາງ ລົງສຳຫຼວດໃນປີ 2011, ມາຮອດວັນທີ 11 ກຸມພາ 2013 ໄດ້ສິດສອນທົດລອງຢ່າງເປັນທາງການ ຊຶ່ງມີນັກຮຽນສາຍປົກກະຕິ ແລະ ສາຍເຊື່ອມຕໍ່-ຕໍ່ເນື່ອງ 127 ຄົນ ແລະ ໄດ້ຮັບຂໍ້ຕົກລົງຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 321/ສສກ.ອສ 2013, ລົງວັນທີ 23 ມັງກອນ 2013, ໜັງສືແຈ້ງການຂອງຫ້ອງວ່າການປົກຄອງແຂວງ ສະບັບເລກທີ 078/ຫປຂ.ຫຼບ, ລົງວັນທີ 27 ກຸມພາ 2013 ວ່າດ້ວຍການອະນຸຍາດໃຫ້ເປີດການຮຽນການສອນ ຢູ່ສູນຝຶກອົບຮົມວິຊາຊີບນ້ຳຖ້ວມ ເມືອງນ້ຳບາກ ທີ່ຂຶ້ນກັບໂຮງຮຽນເຕັກນິກ-ວິຊາຊີບຫຼວງພະບາງ ຢ່າງເປັນທາງການ. ຕໍ່ມາໃນສົກຮຽນ 2019-2020 ວິທະຍາເຂດນ້ຳຖ້ວມ ໄດ້ແຍກເປັນເອກະລາດ ອອກຈາກວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ ໃນວັນທີ 9 ທັນວາ 2019 ຕາມຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1536/ສສກ, ລົງວັນທີ 30 ເມສາ 2019 ໂດຍໃສ່ຊື່ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນ້ຳບາກ ແຂວງຫຼວງພະບາງ. ສຳລັບງົບປະມານການບໍລິຫານໂຮງຮຽນ, ງົບປະມານການຮຽນການສອນ ແມ່ນຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ. ສ່ວນດ້ານວິຊາການ ແມ່ນຂຶ້ນກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ດ້ານການເມືອງ ແມ່ນຂຶ້ນກັບເມືອງນ້ຳບາກ, ໂຮງຮຽນດັ່ງກ່າວ ປະກອບມີ ຄະນະອຳນວຍການໂຮງຮຽນ 2 ທ່ານ, ມີ 3 ພະແນກການຄື: ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກວິຊາການ ແລະ ພະແນກກິດຈະການນັກສຶກສາ ແລະ ມີ 5 ພະແນກວິຊາ.
ຈາກນັ້ນທາງຄະນະຜູ້ບໍລິຫານວິທະຍາໄລເຕັກນິກຊຸຍໂຈ ສປ ຈີນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງວິທະຍາໄລຊຸຍໂຈໂດຍຫຍໍ້ ຄະນະດຽວກັນທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ຫາລືຮ່ວມກັນຫຼາຍດ້ານ ເປັນຕົ້ນວຽກງານການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານພື້ນຖານໂຄງລ່າງ ແລະ ການຂະຫຍາຍສາຍພົວພັນຮ່ວມມືຮອບດ້ານຂອງສອງໂຮງຮຽນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ກຽດມີຄຳເຫັນວ່າ: ເພື່ອເຮັດໃຫ້ວຽກງານການພົວພັນຮ່ວມມືແລກປ່ຽນບົດຮຽນໃນການກໍ່ສ້າງຊັບພະຍາກອນມະນຸດຂອງ 2 ໂຮງຮຽນໃຫ້ມີບົດບາດ ແລະ ພັດທະນາດີຂຶ້ນ ທຽບເທົ່າກັບພາກພື້ນ ແລະ ສາກົນໃນເທື່ອລະກ້າວ ທັງ 2 ຝ່າຍຕ້ອງໄດ້ມີການແລກປ່ຽນຊັບພະຍາກອນມະນຸດຮ່ວມກັນໂດຍສະເພາະພະນັກງານ, ຄູອາຈານ, ນັກສຶກສາໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານວິທະຍາສາດ ແລະ ວິຊາສະເພາະໃນການຜັນຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ.
Translate »
Scroll to Top