ຄະນະນັກກິລາບານເຕະອາວຸໂສ ແລະ ເທັນນິດ ພີ່ນ້ອງເຊື້ອຊາດລາວ ຈາກປະເທດການາດາ ມອບເຄື່ອງຊ່ວຍເຫຼືອໂຮງຮຽນ ມສ ຊົນເຜົ່ານໍ້າບາກ

ຄະນະນັກກິລາບານເຕະອາວຸໂສ ແລະ ເທັນນິດ ພີ່ນ້ອງເຊື້ອຊາດລາວ ຈາກປະເທດການາດາ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ຊົນເຜົ່ານໍ້າບາກ ເມືອງນໍ້າບາກ ເມື່ອວັນທີ 4 ມັງກອນ(01) 2024 ນີ້ ທີ່ໂຮງຮຽນດັ່ງກ່າວ, ໂດຍເປັນກຽດກ່າວມອບຂອງທ່ານທ່ານ ພູເງິນ ສີອະນຸໄທ, ກໍາມະການແນວລາວສ້າງຊາດ ທີ່ປະເທດການາດາ ພ້ອມດ້ວຍຄະນະທິມງານ ແລະ ກ່າວຮັບໂດຍທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອຳນວຍການໂຮງຮຽນ ມສ ຊົນເຜົ່ານໍ້າບາກ, ມີ ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ບຸນຄົງ ລັດຕະນະຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ, ຄະນະອໍານວຍການ, ຄູ-ອາຈານພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມພ້ອມພຽງ.
ສຳລັບເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ປະກອບມີເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກິລາຈໍານວນໜຶ່ງ ລວມມູນຄ່າ 30 ກ່ວາລ້ານກີບ ແລະ ເງິນສົດ 1 ລ້ານກີບ. ນອກຈາກນີ້,ທາງຄະນະທີມງານຍັງ ແຈກຢາຍເງິນໃຫ້ແກ່ນ້ອງນັກຮຽນຜູ້ທີ່ເປັນກໍ່າພ້າ-ກໍ່າພອຍ ແລະ ພິການຈໍານວນໜຶ່ງຕື່ມອີກ.
Translate »
Scroll to Top