ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຢ້ຽມຢາມ ພົບປະພະນັກງານຄູ-ອາຈານ ທີ່ໂຮງຮຽນມັດທະຍົມຕອນຕົ້ນ ວົງໄຊ

ໃນວັນທີ 5 ພຶດສະພາ 2026 ນີ້, ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ພົບປະພະນັກງານຄູ-ອາຈານ ທີ່ໂຮງຮຽນມັດທະຍົມຕອນຕົ້ນວົງໄຊ ເມືອງງອຍ ໂດຍການຕ້ອນຮັບຂອງທ່ານ ສອນ ອາໄພສະຫວັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງງອຍ, ມີຄະນະອໍານວຍການໂຮງຮຽນ ພ້ອມດ້ວຍພະນັກງານຄູ-ອາຈານເຂົ້າຮ່ວມ.
ທ່ານ ນາງ ຄຳແພງ ຜະລິດສະວົງ ຜູ້ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນວົງໄຊ ໄດ້ລາຍງານສະພາບລວມຂອງໂຮງຮຽນວ່າ: ໂຮງຮຽນມັດທະຍົມຕອນຕົ້ນວົງໄຊ ແມ່ນມີຈຳນວນນັກຮຽນມາຈາກ 12 ກຸ່ມບ້ານທີ່ມາເຂົ້າບໍລິການ, ໃນສົກຮຽນ 2025-2026 ທົ່ວໂຮງຮຽນ ມີພະນັກງານຄູ-ອາຈານທັງໝົດ 15 ທ່ານ, ຍິງ 7 ທ່ານ, ມີທັງຮຽນທັງໝົດ 334 ນ້ອງ, ຍິງ 155 ນ້ອງ.
ໂອກາດນີ້, ທ່ານ ບຸນເສັງ ພິລາວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນໃຫ້ຄະນະອຳນວຍການໂຮງຮຽນຈົ່ງໄດ້ກຳແໜ້ນບັນດາໜ້າວຽກຂອງຜູ້ບໍລິຫານການສຶກສາ ແລະ ຈັດຕັ້ງຜັນຂະຫຍາຍໂດຍຖືເອົາວຽກງານການເມືອງສຶກສາອົບຮົມແນວຄິດໃຫ້ພະນັກງານຄູອາຈານ ແລະ ນ້ອງນັກຮຽນຢ່າງທົ່ວເຖິງ, ຕິດພັນກັບການຈັດຕັ້ງປະຕິບັດ 3 ຂໍ້ແຂງຂັນ 5 ຫຼັກມູນຂອງການສຶກສາວາງອອກ ເປັນແບບຢ່າງນໍາໜ້າ, ຊື່ສັດ, ປະຢັດ ແລະ ອົດທົນ, ມີຈັນຍາບັນ, ຮັກອາຊີບແພງຜູ້ຮຽນ, ພັດທະນາຕົນເອງ, ບໍາລຸງຍົກລະດັບວິຊາສະເພາະ, ພ້ອມກັນນັ້ນຕ້ອງໄດ້ມີຄວາມສາມັກຄີທັງພາຍໃນພາຍນອກ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ທົ່ວປວງຊົນໃນສັງຄົມມສ່ວນຮ່ວມ, ນອກຈາກນີ້ ກໍ່ຕ້ອງໄດ້ພ້ອມກັນເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ, ເຮັດໃຫ້ພື້ນທີ່ໂຮງຮຽນມີຄວາມສະອາດສວຍງາມ ເປັນໂຮງຮຽນພື້ນທີ່ສີຂຽວ ຕິດພັນກັບຂະບວນການສອນດີ-ຮຽນເກັ່ງ ພັດທະນາໂຮງຮຽນໃຫ້ນັບມື້ມີຄຸນນະພາບ ແລະ ກາຍເປັນໂຮງຮຽນຕົວແບບຂອງເມືອງໃຫ້ໄດ້.
Translate »
Scroll to Top