ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນ
ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ” ເມື່ອວັນທີ30 ພຶດສະພາ 2022 ທີ່ພະແນກສຶກສາທິການ ແລະກິລາ ແຂວງຫຼວງພະບາງ ກອງປະຊຸມສະ ເໜີໂຄງການສ້າງຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ”ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະກິລາແຂວງ, ທ່ານ ສີສະຫວາດ ຍີ່ລັດໄຈ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັທະນະທຳ ແລະ ທ່ອງທ່ຽວແຂວງ, ມີຫົວໜ້າຫ້ອງການມໍລະດົກ, ຮອງຫົວຫນ້າພະແນກສຶກສາທີການ ແລະກິລາ, ຫົວໜ້າ, ຮອງຫົວໜ້າຂະແໜງການສຶກສາທີ່ກ່ຽວຂ້ອງ, ຄູປະສົບການທີ່ຂຽນຫຼັກສູດເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະເໜີໂຄງການຫຼັກສູດທ້ອງຖິ່ນກ່ຽວກັບ “ ການອະນຸລັກຮັກສາມໍລະດົກໂລກສຳລັບນະຄອນ-ຫຼວງພະບາງ ” ເຊິ່ງໂຄງການນີ້ມີຈຸດປະສົງ ເພື່ອເປັນການເກັບກຳຂໍ້ມູນ ແລະເອກະສານຕ່າງໆທີ່ກ່ຽວຂ້ອງກັບນະຄອນຫຼວງພະບາງໄວ້ໃຫ້ຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າ, ທັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດເວົ້າລວມ ເວົ້າສະເພາະກໍຄືຂອງຊາວນະຄອນຫຼວງພະບາງໃຫ້ຍືນຍົງຕະຫຼອດໄປ.ພ້ອມທັງເປັນການປູກຈິດສຳນຶກໃຫ້ຄູ ແລະ ນັກຮຽນຮູ້ຈັກຮັກບ້ານເກີດເມືອງນອນຂອງຕົນເອງ ແລະຮູ້ວິທີການຈັດຕັ້ງປະຕິບັດຮີດຄອງປະເພນີຕ່າງໆຢ່າງຖືກຕ້ອງ ແລະມີເຫດມີຜົນ. ຜົນທີ່ໄດ້ຮັບຂອງໂຄງການກໍ່ຄື ຄູ ແລະ ນັກຮຽນໃນໂຮງຮຽນສາມັນສຶກສາ ທັງຊັ້ນປະຖົມ ແລະມັດທະຍົມຈະໄດ້ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາຂອງນະຄອນຫຼວງພະບາງ, […]
ສກຂ ຫຼວງພະບາງ ສະເໜີໂຄງການສ້າງຫຼັກສູດທ້ອງຖິ່ນ Read More »






